ວິທີເຮັດ “ ໝາກມ່ວງແຜ່ນ ” ກັບສູດພິເສດງ່າຍໆ

512

ໄລຍະນີ້ອາກາດກໍຮ້ອນໝາກມ່ວງກໍຫຼາຍ ເລີຍນຳເອົາສູດໝາກມ່ວງແຜ່ນມາຝາກ ຂັ້ນຕອນ ແລະ ວິທີເຮັດກໍບໍ່ຫຍຸ້ງຍາກ ທຸກຄົນສາມາດເຮັດກິນເອງງ່າຍໆດ້ວຍຕົນເອງ ດັ່ງນີ້:

ສ່ວນປະສົມ: ໝາກມ່ວງສຸກ 1 ກິໂລ ກຣາມ, ນ້ຳຕານຊາຍ 80 ກຣາມ ( ຖ້າໝາກມ່ວງຫວານຢູ່ແລ້ວບໍ່ຈໍາເປັນຕ້ອງໃສ່ນໍ້າຕານເພີ່ມ ), ເກືອ 6 ກຣາມ ( ໃສ່ເພື່ອຈັດລົດຊາດ ), ນ້ຳໝາກນາວເລັກໜ້ອຍ.

ວິທີເຮັດໝາກມ່ວງແຜ່ນ:

1 ນຳໝາກມ່ວງສຸກມາປອກເປືອກເອົາແຕ່ເນື້ອ.

2 ສັບໝາກມ່ວງ ຫຼື ຈະໃຊ້ເຄື່ອງປັ່ນໃຫ້ລະອຽດ ແລ້ວຖອກໃສ່ໝໍ້ ພ້ອມນຳນໍ້າຕານຊາຍ, ເກືອ, ຕາມດ້ວຍນ້ຳໝາກນາວໃສ່ລົງໄປຄົນໃຫ້ເຂົ້າກັນ.

3 ຍົກໝໍ້ຂຶ້ນຕັ້ງໄຟ ຄົນໄປເລື້ອຍໆຈົນສ່ວນປະສົມຂຸ້ນໜຽວຂຶ້ນ ຖ້າສ່ວນປະສົມຫຼຸດລົງເຫຼືອ 2/3 ກໍເປັນອັນວ່າໃຊ້ໄດ້ຍົກລົງຈາກເຕົາ.

4 ປະໃຫ້ເຢັນແລ້ວຕັກໃສ່ທາດທີ່ຮອງດ້ວຍແຜ່ນພລາສ ຕິກ ເພື່ອໃຫ້ລອກອອກງ່າຍ ແລ້ວເຮັດເປັນແຜ່ນກົມໆ.

5 ຫຼັງຈາກເຮັດແຜ່ນແລ້ວນັ້ນນຳໄປຕາກແດດຈົນກວ່າຈະແຫ້ງທັງ 2 ດ້ານ ຖ້າເປັນແຜ່ນນ້ອຍຈະໃຊ້ເວລາ 1 ມື້ເຕັມ ໃນການຕາກແຫ້ງ.

6 ຫຼັງຈາກໝາກມ່ວງແຫ້ງດີແລ້ວລອກອອກຈາກແຜ່ນ ພລາສຕິກເກັບຊ້ອນເປັນຊັ້ນ ຫຼື ມ້ວນເປັນກໍ້ ແລ້ວໃສ່ກ່ອງທີ່ແຫ້ງ ພຽງເທົ່ານີ້ກໍຈະໄດ້ໝາກມ່ວງແຜ່ນສູດພິເສດເກັບໄວ້ກິນຕະຫຼອດປີ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: th.openrice