4 ໂລກອັນຕະລາຍທີ່ພ້ອມລະບາດໃນຍາມຮ້ອນ

155

ຍາມຮ້ອນໃຜຫຼາຍໆຄົນກໍຈະຄິດຮອດທະເລ ຫຼື ການອອກໄປທ່ຽວໃນສະຖານທີ່ຕ່າງໆ ແຕ່ກໍ່ລືມລະວັງໃນເລື່ອງຂອງການເບິ່ງແຍງສຸຂະພາບ ເພາະຍາມຮ້ອນມັກຈະເປັນທີ່ມາຂອງໂລກຫຼາຍໆໂລກ ຖ້າຫາກບໍ່ເບິ່ງແຍງຕົນເອງກໍ່ອາດຈະຖືກໂລກຮ້າຍມາຄຸກຄາມໄດ້ ແລະເພື່ອເປັນແນວທາງໃຫ້ແຟນຂ່າວເສດຖະກິດ-ການຄ້າທຸກທ່ານ ແອັດມິນກໍ່ມີຂໍ້ມູນດີໆກ່ຽວກັບໂລກໄພໄຂ້ເຈັບທີ່ມາພ້ອມກັບຍາມຮ້ອນມາບອກສູ່ແຟນຂ່າວຟັງ


ພະຍາດຖອກທ້ອງ
ສາເຫດ: ເກີດຈາກເຊື້ອແບັດທີເຣຍ ໄວຣັສ ໂປຣໂຕຊົວ ແລະພະຍາດທີ່ປະປົນມາກັບອາຫານ ແລະເຄື່ອງດື່ມ
ອາການ: ໃນເດັກອ່ອນແລະເດັກນ້ອຍໆ ທີ່ເກີດຈາກເຊື້ອໄວຣັສອາດຈະມີໄຂ້ຕໍ່າໆ ເປັນຫວັດ ຕໍ່ມາມີອາການປວດຮາກແລະຖ່າຍແຫຼວຕາມມາ ໂດຍທົ່ວໄປແມ່ນຈະມີອາການເປັນເວລາດົນ 1-6 ມື້.
ວິທີການປ້ອງກັນ: ສາມາດປ້ອງກັນໄດ້ໂດຍການເບິ່ງແຍງສຸຂະອະນາໄມ ການເກັບຮັກສາອາຫານ ແລະການປຸງແຕ່ງອາຫານ ລວມທັງການລ້າງມືຫລັງເຂົ້າຫ້ອງນໍ້າທຸກໆຄັ້ງ.


ອາຫານເປັນພິດ
ສາເຫດ: ເກີດຈາກການທີ່ເຮົາໄດ້ຮັບສານພິດຈາກເຊື້ອແບັດທີເຣຍ ໄວຣັສ ທີ່ປົນເປື້ອນຢູ່ໃນອາຫານເຮັດໃຫ້ເກີດອາຫານເປັນພິດ.
ອາການ: ຈະເລີ່ມມີອາການຫຼັງຈາກ 1 ຊົ່ວໂມງ ຫາ 8 ມື້ຫຼັງຈາກທີ່ກິນອາຫານທີ່ມີສານປົນເປື້ອນ ມັກຈະພົບຢູ່ໃນກຸ່ມຄົນທີ່ກິນອາຫານຮ່ວມກັນ ຈະມີອາການພ້ອມກັນຫຼາຍໆ ຄົນ ເຊິ່ງອາດຈະມີອາການຫຼາຍໜ້ອຍທີ່ແຕກຕ່າງກັນໄປແລ້ວແຕ່ບຸກຄົນ ແລະ ປະລິມານໃນການບໍລິໂພກ ອາການທີ່ພົບເຫັນທົ່ວໄປຄື ປຸ້ນທ້ອງ ປວດຮາກ ພ້ອມມີອາການໄຂ້ ເບື່ອອາຫານ ແລະ ຖອກທ້ອງ ຈະມີອາການຕັ້ງແຕ່ບໍ່ຮຸນແຮງ ອາດຈະຖ່າຍອອກມາມີເລືອດໄດ້.
ວິທີປ້ອງກັນ: ຕ້ອງເບິ່ງແຍງສຸຂະອະນາໄມໃນການກິນ, ການເກັບຮັກສາອາຫານແລະການປຸງແຕ່ງອາຫານ ລວມທັງການລ້າງມືຫລັງເຂົ້າຫ້ອງນໍ້າທຸກໆຄັ້ງ.


ໂລກອະຫິວາ
ສາເຫດ: ເກີດຈາກເຊື້ອແບັກທີເຣຍ (Vibrio cholerae) ເຂົ້າສູ່ຮ່າງກາຍໂດຍການກິນ ເຊື້ອແບັດທີເຣຍຈະເຂົ້າໄປຢູ່ໃນບໍລິເວນລຳໄສ້ ແລະຈະສ້າງສານພິດອອກມາເຮັດປະຕິກິລິຍາກັບເປືອກຂອງລຳໄສ້ນ້ອຍ
ອາການ: ຖ່າຍເປັນນ້ຳໃນປະລິມານຫຼາຍ ພ້ອມມີອາການຂາດນ້ຳຢ່າງໄວ ແລະຮຸນແຮງ ອາດປະກອບມີອາການປຸ້ນທ້ອງ ແລະຮາກ ສ່ວນໃຫຍ່ແມ່ນບໍ່ມີໄຂ້ ບໍ່ມີອາການເຈັບທ້ອງ.
ວິທີປ້ອງກັນ: ພຽງແຕ່ເບິ່ງແຍງສຸຂະອະນາໄມໃນການກິນ, ການເກັບຮັກສາອາຫານແລະການປຸງແຕ່ງອາຫານ ລວມທັງການລ້າງມືຫລັງເຂົ້າຫ້ອງນໍ້າທຸກໆຄັ້ງ.


ໂລກໝາວໍ້ (Rabies)
ສາເຫດ: ເກີດມາຈາກເຊື້ອໄວຣັສ ປັດຈຸບັນຍັງບໍ່ມີການຮັກສາຫາຍ ແຕ່ສາມາດປ້ອງກັນໄດ້ ຜູ້ທີ່ເປັນໝາວໍ້ຈະຢູ່ໄດ້ບໍ່ເກີນ 1 ອາທິດແລະເສຍຊີວິດ ເນື່ອງຈາກກ້າມເນື້ອເປັນອຳມະພາດ ແລະລະບົບທາງເດີນຫາຍໃຈ.
ອາການ: ອາການທີ່ສະແດງຂອງໂລກນີ້ແມ່ນມັກເປັນການອັກເສບຂອງສະໝອງ ແລະເຍື່ອສະໝອງ ໃນໄລຍະ 2-3 ມື້ ທຳອິດ ຄົນເຈັບຈະມີອາການເຈັບປວດເມື່ອຍຕາມຮ່າງກາຍ ມີໄຂ້ ມີອາການຄັນຫຼືເຈັບບໍລິເວນທີ່ຖືກໝາກັດທັງທີ່ບາດຈະເຊົາເປັນປົກກະຕິ ຕໍ່ມາຈະມີອາການໃຈຮ້າຍ ກະວົນກະວາຍ ຕື່ນເຕັ້ນ ມີຄວາມອ່ອນໄຫວຕໍ່ການກະຕຸ້ນທົ່ວຮ່າງກາຍ ບໍ່ມັກແສງສະຫວ່າງ ລົມ ມີນ້ຳລາຍໄຫຼ ກ້າມຄໍກະຕຸກເກັງ ໃນຂະນະທີ່ພະຍາຍາມກືນອາຫານ ຫຼື ນໍ້າ ເຮັດໃຫ້ເກີດອາການ “ຢ້ານນ້ຳ” ຕໍ່ມາຈະເລີ່ມມີອາການໂວຍວາຍ ສະຫຼັບກັບອາການມິດງຽບ ຄົນເຈັບບາງຄົນອາດຈະເປັນອຳມະພາດແຂນຂາ ອ່ອນແຮງ ໝົດສະຕິ ແລະເສຍຊີວິດໃນທີ່ສຸດ ເນື່ອງຈາກສ່ວນທີ່ສຳຄັນຂອງສະໝອງຖືກທຳລາຍໄປໝົດ.
ວິທີປ້ອງກັນ: ການປ້ອງກັນຈາກໂລກໝາວໍ້ທີ່ດີທີ່ສຸດແມ່ນ ລະວັງຢ່າໃຫ້ ໝາ ຫຼື ແມວກັດ ເພາະການຕິດເຊື້ອສ່ວນໃຫຍ່ແມ່ນມາຈາກນໍ້າລາຍຂອງສັດທີ່ມີເຊື້ອຢູ່ແລ້ວ ສິ່ງທີ່ສຳຄັນທີ່ສຸດແມ່ນການສ້າງພູມຕ້ານທານໃນໝາ ແມວ ເພື່ອບໍ່ໃຫ້ມີເຊື້ອໝາວໍ້.