ເປບຊີ ລາວພຣີເມຍລີກ ປ່ຽນຊື່ມາເປັນ ເປບຊີ ລາວລີກ 1 ລະດູການນີ້, 7 ທີມແຈ້ງຮ່ວມແລ້ວ

294

ການແຂ່ງຂັນ ເປບຊີ ລາວພຣີເມຍລີກ ຈະປ່ຽນຊື່ມາເປັນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເລີ່ມຈະເລີ່ມໃຊ້ໃນລະດູການນີ້ 2020 ຫຼ້າສຸດມີ 7 ທີມແຈ້ງເຈດຈໍານົງເຂົ້າຮ່ວມຢ່າງເປັນທາງການ ລໍຖ້າພຽງວັນເວລາທີ່ເໝາະສົມເພື່ອເປີດການແຂ່ງຂັນ.

ດັ່ງທີ່ຮູ້ໄລຍະຕົ້ນປີຈົນຮອດປັດຈຸບັນ ແມ່ນຢູ່ໃນໄລຍະຢຸດການແຂ່ງຂັນຕ່າງ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຊັ່ນດຽວກັບ ເປບຊີ ລາວລີກ 1 ກໍຕ້ອງເລື່ອນວັນເປີດການແຂ່ງຂັນຕາມກຳນົດເວລາເດີມໃນວັນທີ 25 ເມສາ 2020 ອອກໄປຈົນກວ່າສະພາບການລະບາດຂອງ ໂຄວິດ-19 ຈະສາມາດຄວບຄຸມ ແລະ ສະພາບການກັບສູ່ພາວະປົກກະຕິ.

ຢ່າງໃດກໍຕາມ, ເຖິງຍັງຫາວັນເວລາເປີດການແຂ່ງຂັນທາງການບໍ່ໄດ້ ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດຢ່າງເປັນທາງປ່ຽນຊື່ຈາກ ເປບຊີ ລາວພຣີເມຍລີກ ມາເປັນເປບຊີ ລາວລີກ 1 ໃນລະດູການນີ້. ນອກຈາກນັ້ນ ຍັງປ່ຽນຊື່ ບານເຕະຄອນມານໂດ ສາຍ ກ ມາເປັນ ຄອນມານໂດ ລາວລີກ 2 ນໍາອີກດ້ວຍ.

ການແຂ່ງຂັນ ເປບຊີ ລາວພຣີເມຍລີກ 2019 ແມ່ນມີ 6 ທີມເຂົ້າຮ່ວມແຂ່ງຂັນ ໂດຍແຂ່ງຂັນ 3 ຮອບ, ສ່ວນ ເປບຊີ ລາວລີກ 1 ປັດຈຸບັນແມ່ນມີ 7 ທີມແຈ້ງເຈດຈຳນົງເຂົ້າຮ່ວມການແຂ່ງຂັນປະກອບມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ມາສເຕີ 7 ເອັຟຊີ, ຊ້າງນ້ອຍ ເອັຟຊີ, ປກສ ເອັຟຊີ, ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ, ວຽງຈັນ ເອັຟທີ ແລະ ເອັສຣາ ເອັຟຊີ ກໍຈະເປັນການແຂ່ງຂັນໃນຮູບແບບລີກໂດຍແຂ່ງຂັນແບບພົບກັນໝົດ 3 ຮອບ.

ຢ່າງໃດກໍຕາມ, ສະຫະພັນບານເຕະແຫ່ງຊາດລາວ ຍັງລະບຸວ່າ: ຂໍສະຫງວນສິດໃນການເລື່ອນການແຂ່ງຂັນ, ເພີ່ມຈຳນວນທີມເຂົ້າຮ່ວມ ແລະ ປ່ຽນແປງມື້ເປີດການແຂ່ງຂັນໃນກໍລະນີມີຄວາມຈໍາເປັນ ແລະ ມີເຫດຜົນທີ່ເໝາະສົມ ເຊິ່ງຕ້ອງຕິດຕາມກັນຕໍ່ວ່າທ້າຍທີ່ສຸດແລ້ວ ລາວລີກ 1 ຈະມີທີມເຂົ້າຮ່ວມຈັກທີມ.
(ຂໍ້ມູນ-ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)