ຖວທ! ອະນຸຍາດໃຫ້ກົມກອງ-ຜູ້ປະກອບການ ກັບມາເຮັດວຽກປົກກະຕິແຕ່ຕ້ອງຮັບປະກັນຄວາມປອດໄພ

82

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມກັບການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະໃໝ່ ແລະ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມຫນ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈຶ່ງໄດ້ອອກແຈ້ງການ ເລກທີ 143 ລົງວັນທີ 3 ພຶດສະພາ 2020 ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະແຕ່ ວັນທີ 04 – 17 ພຶດສະພາ 2020.

ເຖິງແມ່ນວ່າ ໃນທົ່ວໂລກ ຍັງມີການແຜ່ລະບາດຂອງພະຍາດໂຄວິດ -19 ເພີ່ມຄວາມຮຸນແຮງ ຂຶ້ນຊັກໄຊ້ ອັນໄດ້ຂ້າຊີວິດຄົນໄປແລ້ວເປັນແສນໆ ແລະ ໄດ້ມີຜູ້ຕິດເຊື້ອ ເປັນຫຼາຍລ້ານຄົນ ແລະ ກໍາລັງ ເພີ່ມຈໍານວນຂຶ້ນເລື້ອຍໆ ໃນແຕ່ລະຊົ່ວໂມງ ແລະ ຍັງບໍ່ຮູ້ໄດ້ວ່າ ເວລາໃດພວກເຮົາ ຈຶ່ງຈະສາມາດຢັບຢັ້ງ ແລະ ຢຸດຕິມັນໄດ້ທັງໄດ້ມີຜົນກະທົບຢ່າງຫນັກຫນ່ວງຕໍ່ເສດຖະກິດ ແລະ ສັງຄົມ ໃນທົ່ວໂລກ.  ສຳລັບ ສປປ ລາວ ແມ່ນສາມາດປ້ອງກັນ ແລະ ຄວບຄຸມ ໄດ້ດີ, ເຮັດໃຫ້ບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປົວດີໄດ້ເກືອບເຄິ່ງຫນຶ່ງ ຂອງຈໍານວນຜູ້ຕິດເຊື້ອທັງຫມົດ ແຕ່ຍັງມີຄວາມສ່ຽງສູງທີ່ຈະແຜ່ລະບາດຮອບໃຫມ່.

ພາບປະກອບຂ່າວເທົ່ານັ້ນ

ກະຊວງ ຖວທ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນຕໍ່ຫນ້າ ດັ່ງນີ້:

1 ອະນຸຍາດໃຫ້ກົມ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂື້ນກັບກະຊວງ ຖວທ ຈັດສັນພະນັກງານ, ລັດຖະກອນຫມູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດ ຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືໃສ່ສະບູ ແລະ ນ້ໍາ ສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ , ຖ້າຫາກພາກສ່ວນໃດມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເຫມາະສົມ.

2 ອະນຸຍາດໃຫ້ໂຮງຮຽນສິລະປະກະກຽມເປີດໂຮງຮຽນຄືນ ສະເພາະໃນຊັ້ນຮຽນມັດທະຍົມສຶກສາປີທີ 4 ແລະ ປີທີ 7 ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນ້ໍາ ສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາ ແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນອຶ່ນ ແລະ ສະຖາບັນວິຈິດສິນແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ.

ພາບປະກອບຂ່າວເທົ່ານັ້ນ

3 ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫຼວງ ແລະ ແຂວງ ແຕ່ໃຫ້ຈໍາກັດ ຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນ້ໍາສະອາດ, ໃສ່ສະບູ ຫຼື ເຈວ ລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະ ເພາະກິດວາງອອກ.

4 ໃຫ້ຂະແຫນງສື່ມວນຊົນສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະບາດ ໂຄວິດ-19 ແລະ ມາດຕະການປ້ອງກັນ ໂດຍໃຫ້ປະຕິບັດຕາມບົດແນະນໍາຂອງຫນ່ວຍ ງານໂຄສະນາຄະນະສະເພາະກິດ, ສະບັບເລກທີ 001, ລົງວັນທີ 11 ເມສາ 2020 ໃຫ້ສື່ມວນຊົນໂຄສະນາໃນຮູບແບບຕ່າງໆທີ່ເຂົ້າເຖິງເປົ້າຫມາຍໄວ ແລະ ເຂົ້າໃຈງ່າຍ ເພື່ອຕ້ານພະຍາດ ໂຄວິດ-19.

ພາບປະກອບຂ່າວເທົ່ານັ້ນ

5 ອະນຸຍາດໃຫ້ ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ ເປີດບໍລິການ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງເຊື້ອພະຍາດ ໂຄວິດ-19 ສະບັບ ເລກທີ 142/ຖວທ ລົງວັນທີ 3 ພຶດສະພາ 2020 ວາງອອກຢ່າງເຂັ້ມງວດ.