ຈ່າຍເງິນເດືອນຜ່ານ ບໍລິການ u-money ອີກໜງຊ່ອງທາງທີ່ສະດວກ

108

u-money – ແມ່ນເຄື່ອງໝາຍການຄ້າ ບໍລິການກະເປົາເງິນເອເລັກໂຕຣນິກ ຂອງບໍລິສັດ ສະຕາ ຟີນເທັກ ເຊິ່ງເປັນບໍລິສັດລູກ ຂອງ ບໍລິສັດສະຕາ ໂທລະຄົມ ( ຢູນີເທວ ), ບໍລິການຢູນີມັນນີ ເຮັດໃຫ້ຊ່ອງທາງການຈ່າຍເງິນເດືອນສະດວກ ແລະ ໄວຍິ່ງຂຶ້ນ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນແກ່ພະນັກງານ ລັດຖະກອນ, ລັດວິສາຫະກິດ ແລະ ອື່ນໆຢູ່ບັນດາແຂວງທີ່ຫ່າງໄກສອກຫລີກ ສາມາດການເຮັດທຸລະກໍາທາງການເງິນ ບໍ່ວ່າຈະເປັນການຈ່າຍ-ຮັບເງິນເດືອນ ແມ່ນຈະຮັບປະກັນຄວາມປອດໄພ, ຮັບປະກັນການຮັກສາຄວາມລັບດ້ານຂໍ້ມູນສ່ວນຕົວຂອງລູກຄ້າ ສ້າງຄວາມສະດວກ, ວ່ອງໄວ.

u-money ເປັນເຄື່ອງໝາຍການຄ້າໃນການດໍາເນີນທຸລະກິດ ຂອງບໍລິສັດ ສະຕາ ຟີນເທັກຈໍາກັດຜູ້ດຽວ ທີ່ຂື້ນກັບ ບໍລິສັດ ສະຕາ ໂທລະຄົມ ( ຢູນີເທວ ).

ບໍລິສັດ ສະຕາ ຟີນເທັກ ຈໍາກັດ ໄດ້ຮັບອະນຸຍາດຢ່າງເປັນທາງການໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂທນິກ ຈາກທະນາຄານແຫ່ງ ສປປລາວ ແລະ ໄດ້ເລີ່ມສະໜອງບໍລິການແຕ່ປີ 2017, u-money ຈະສືບຕໍ່ຄົ້ນຄວ້າ – ພັດທະນາ ໃນການເຊື່ອມຕໍ່ກັບບັນດາທະນາຄານ, ບໍລິສັດ ປະກັນໄພ, ບັນດາສະຖາບັນການເງິນ, ວິສາຫະກິດພາຍໃນລາວ ເພື່ອເປີດກວ້າງການຮ່ວມມືການສະໜອງ, ຊ່ວຍເຫລືອໃຫ້ປະຊາຊົນມີໂອກາດເຂົ້າເຖີງ ບໍລິການດ້ານການເງິນ, ການທະນາຄານ.

ປັດຈຸບັນສ່ວນຫລາຍການເບີກຈ່າຍເງິນເດືອນແມ່ນປະຕິບັດຢູ່ 2 ຮູບແບບ: ເບີກຈ່າຍຜ່ານບັນຊີທະນາຄານ ຫລື ເບີກຈ່າຍແບບເງິນສົດ.ໃນນັ້ນການເບີກຈ່າຍເງິນເດືອນໃນຮູບແບບເງິນສົດ ແມ່ນອາດຈະຫຍຸ້ງຍາກ ແລະ ອາດຈະເກີດມີຄວາມຜິດພາດໄດ້ງ່າຍ. ສະນັ້ນ, ການເບີກຈ່າຍເງິນເດືອນຜ່ານກະເປົາເງິນເອເລັກໂທນິກ u-money ຈະເປັນອີກທາງເລືອກຫນຶ່ງໃຫ້ ລູກຄ້າສາມາດຖອນ/ໂອນໄດ້ທຸກທີ່ທຸກເວລາ.

ປັດຈຸບັນ u-money ມີຈຸດໃຫ້ບໍລິການກວ່າ 10.000 ກວ່າຮ້ານທົ່ວປະເທດ ແລະ ເຄົາເຕີບໍລິການຢູນີເທວ 146 ແຫ່ງ, ສະນັ້ນ, ສາມາດຕອບສະໜອງດ້ານການ ໂອນ – ຖອນເງິນ ຂອງລູກຄ້າໄດ້ , ບໍລິການ ແກ້ໄຂບັນຫາ ຮັບບັນຫາຜ່ານສາຍດ່ວນ 168 ຕະຫລອດ 7/24 ຊົ່ວໂມງ.

ນອກນັ້ນ, ຖ້າສົມທຽບກັບຮູບແບບການຊຳລະຮູບແບບດັ່ງເດີມ ການນຳໃຊ້ກະເປົາເງິນເອເລັກໂທນິກນີ້ ຈະຊ່ວຍຫຼຸດຜ່ອນບັນຫາຕ່າງໆໃນການນຳໃຊ້ເຊັ່ນ: ການເກັບຮັກສາເງິນສົດ, ການທອນເງິນນ້ອຍ, ການນັບເງິນ…ປັດຈຸບັນ ບໍລິສັດ ສະຕາ ໂທລະຄົມກໍ່ໄດ້ທົດລອງການນຳໃຊ້ການເບີກຈ່າຍເງິນເດືອນຜ່ານ ກະເປົາເງິນເອເລັກໂທນິກ u-money ນັບແຕ່ປິ 2017 ໃຫ້ແກ່ ພະນັກງານ ກວ່າ 2.000 ຄົນທົ່ວປະເທດ ນັບທັງພະນັກງານເຂດຫ່າງໄກສອກຫລີກ. ການເບີກຈ່າຍເງິນເດືອນນີ້ເຫັນວ່າໄດ້ກຮັບຜົນຕອບຮັບທີ່ດີຈາກພະນັກງານ ເພາະມີຄວາມປອດໄພ – ວ່ອງໄວ – ສະດວກ ໃນການກວດກາຂໍ້ມູນ ແລະ ຖອນເງິນ.