ຕາມນີ້! ຍທຂ ອອກຄໍາແນະນໍາທີ່ການບໍລິການຂົນສົ່ງໂດຍສານຕ້ອງປະຕິບັດຕາມ

183

ເຖິງແມ່ນວ່າປັດຈຸບັນ ສປປ ລາວ ຈະບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນເວລາຫຼາຍວັນຕິດຕໍ່ກັນ ເຊິ່ງຖືເປັນສັນຍານເຕືອນທີ່ດີ ແຕ່ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ແລະ ບໍ່ປະໝາດ ຍັງຄົງສຸມໃສ່ສືບຕໍ່ເຂັ້ມງວດປະຕິບັດບາງມາດຕະການ ເຊິ່ງຫຼ້າສຸດ, ຄະນະສະເພາະກິດກໍ່ໄດ້ອອກຄໍາແນະນໍາ ສໍາລັບການບໍລິການຂົນສົ່ງໂດຍສານ ຢູ່ພາຍໃນນະຄອນຫຼວງ ແລະ ພາຍໃນບັນດາແຂວງຕ່າງໆ ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ.

ອີງຕາມຄໍາແນະນໍາ ສໍາລັບການບໍລິການຂົນສົ່ງໂດຍສານ ຢູ່ພາຍໃນນະຄອນຫຼວງ ແລະ ພາຍໃນບັນດາແຂວງ ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບຍເລກທີ 292/ຍທຂ, ລົງວັນທີ 3 ພຶດສະພາ 2020 ໃຫ້ຮູ້ວ່າ:

ເພື່ອຮັບປະກັນການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ໃຫ້ມີປະສິດທິຜົນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ອອກຄໍາແນະນໍາ ເພື່ອອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງໂດຍສານ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ ເຊິ່ງລວມມີ ລົດເມ, ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກໍາມະກອນ, ລົດຕັກຊີ, ລົດກສອງແຖວ, ລົດຕຸກໆ ແລະ ລົດຈໍາໂບ້ ໃຫ້ຈັດຕັ້ງປະຕິບັດຕາມມາດຕະການລຸ່ມນີ້:

1 ຢູ່ສະຖານີລົດຂົນສົ່ງຜູ້ໂດຍສານ ແລະ ບ່ອນລໍຖ້າລົດເມ

ຕ້ອງຈັດສັນບ່ອນໜັງ ຫຼື ຢືນລໍຖ້າ ໂດຍໃຫ້ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງມີການວັດແທກອຸນຫະພູມ, ເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອຢູ່ໃນສະຖານີ; ຕ້ອງມີສະບູ່ລ້າງມື ແລະ ເຈ້ຍເຊັດມື ຢູ່ໃນຫ້ອງນໍ້າຂອງສະຖານີ; ຕ້ອງໃຫ້ມີຖັງໃສ່ຂີ້ເຫຍື້ອ ທີ່ມີຝາປິດ ແລະ ເໝາະສົມກັບປະລິມານຂອງຂີ້ເຫຍື້ອ; ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ການບໍລິການປະຈໍາວັນໃນສະຖານີ ໂດຍການສີດຢາຂ້າເຊື້ອ ຫຼືເຊັດຖູດ້ວຍນໍ້າແຟັບ ຫຼື ໄຮເຕີ ຕາມຕັ່ງນັ່ງ, ຮາວຈັບ ແລະ ບ່ອນອື່ນໆທີ່ມີຄົນສໍາຜັດເລື້ອຍໆ.

2 ຜູ້ຂັບລົດ ແລະ ຜູ້ຊ່ວຍ

ຕ້ອງໄດ້ວັດແທກອຸນຫະພູມກ່ອນຂຶ້ນລົດ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5ອົງສາ ແມ່ນເດັດຂາດບໍ່ໃຫ້ຂຶ້ນລົດ ແລະ ໃຫ້ໂທປຶກສາດ່ວນ 165 ຫຼື 166; ຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາ ຖ້າບໍ່ປະຕິບັດແມ່ນບໍ່ອະນຸຍາດໃຫ້ບໍລິການຂົນສົ່ງເດັດຂາດ; ຕ້ອງໝັ່ນລ້າງມືຶດ້ວຍເຈວລ້າງມື ຫຼື ສະບູ ແລະ ນໍ້າສະອາດ ທຸກຄັ້ງທີ່ໄດ້ສໍາຜັດບ່ອນຕ່າງໆ.

3 ຜູ້ໂດຍສານ

ຕ້ອງໄດ້ວັດແທກອຸນຫະພູມກ່ອນຂຶ້ນລົດ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5ອົງສາ ແມ່ນເດັດຂາດບໍ່ໃຫ້ຂຶ້ນລົດ ແລະ ໃຫ້ໂທປຶກສາດ່ວນ 165 ຫຼື 166; ຕ້ອງໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ ຖ້າບໍ່ໃສ່ຈະບໍ່ອະນຸຍາດໃຫ້ຂຶ້ນລົດເດັດຂາດ; ຕ້ອງໝັ່ນລ້າງມືດ້ວຍເຈວລ້າງມື ຫຼື ສະບູ ແລະ ນໍ້າສະອາດ ທຸກຄັ້ງທີ່ໄດ້ສໍາຜັດບ່ອນຕ່າງໆ; ຕ້ອງນັ່ງຕາມບ່ອນທີ່ໄດ້ກໍານົດໄວ້ຢູ່ໃນລົດໂດຍຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງຮັກສາມາລະຍາດໃນການໄອ-ຈາມ ຕ້ອງອັດປາກ ແລະ ຖິ້ມຂີ້ເຫຍື້ອຕ້ອງຮັບປະກັນ(ບໍ່ໃຫ້ຖິ້ມຊະຊາຍ); ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປໃນເວລາຢືນ ຫຼື ນັ່ງລໍຖ້າຢູ່ສະຖານີ ແລະ ບ່ອນລໍຖ້າຂຶ້ນລົດ.

4 ຍານພາຫະນະຂົນສົ່ງ

ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ການບໍລິການປະຈໍາວັນ ໂດຍການຂ້າເຊື້ອ ຫຼື ເຊັດຖູດ້ສຍນໍ້າແຟັບ ຫຼື ໄຮເຕີ ຕາມຕັ່ງນັ່ງ, ຮາວຈັບ, ບ່ອນໄຂປະຕູລົດ, ພວງມະໄລ ແລະ ບ່ອນອື່ນໆທີ່ມີການສໍາຜັດເລື້ອຍໆ; ຕ້ອງມີເຈວລ້າງມື ຫຼື ເຫຼົ້າຂ້າເຊື້ອປະຈໍາລົດ; ຕ້ອງກໍານົດ ແລະ ໝາຍບ່ອນນັ່ງຜູ້ໂດຍສານໂດຍຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ; ຕ້ອງເປີດປະຕູຶ ຫຼື ແວ່ນຂ້າງ ເພື່ອລະບາຍອາກາດເວລາຈອດລົດ.

5 ຖ້າບໍ່ປະຕິບັດຕາມຄໍາແນະນໍາທີ່ຄະນະສະເພາະກິດວ່າງອອກ ຈະບໍ່ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ໃສ່ວິໄນຕາມລະບຽບກົດໝາຍຂອງ ສປປ ລາວ.

6 ຄໍາແນະນໍາສະບັບນີ້ມີຜົນສັກສິດແຕ່ວັນທີ 4 ຫາ 17 ພຶດສະພາ 2020.