ເຜີຍຮູບຊົງຂອງ ບີເອັມດັບເບິລຢູ ຊີຣີ 5 ຄາດເປີດໂຕໃນປີນີ້

132

ຮູບຊົງຂອງ BMW 5 Series 2021 ລົດພຣີມ້ຽມຊີດານຫຼູຈາກຄ້າຍ BMW ເຊິ່ງເຜີຍພາບຢ່າງເປັນທາງການຂອງຮູບຮ່າງໃໝ່ທີ່ມີກໍານົດເປີດໂຕໃນປີນີ້.

ທັງນີ້ພາບທໍາອິດທີ່ຫຼຸດອອກມາໃນສື່ສັງຄົມອອນລາຍເປັນຂອງ BMW 5 Series 2021 sedan ປີ 2021 ເຊິ່ງການອອກແບບຍັງຄົງອອກແບບເປັນລົດຊີດານຫຼູຫຼາງົດງາມຕາມແບບສະບັບຂອງ BMW ໂດຍມີການປັບໂສມກະຈ່າງໜ້າ ແລະ ທ້າຍລົດ ລວມທັງໄຟທ້າຍໃຫ້ມີຄວາມໂດດເດັ່ນຍິ່ງຂຶ້ນກວ່າລຸ້ນກ່ອນ.

ການອອກແບບລະບົບລະບາຍອາກາດຂອງກັນຊົນໜ້າໄດ້ຖືກປັບໃຫ້ຂະຫຍາຍໃຫຍ່ຂຶ້ນ ແລະ ຖືກປັບເປັນຮູບຊົງສູງຕາມແບບ BMW4 Series, ໄຟໜ້າແບບ LED ປັບຕາມທິດທາງການລ້ຽວຂອງພວງມາໄລ ສາມາດປັບໃຫ້ເໝາະສົມກັບເສັ້ນທາງການຂັບຂີ່ ແລະ ເພີ່ມແສງສະຫວ່າງໃນມູມອັບ ຂະນະທີ່ເຂົ້າໂຄ້ງ ໂດຍການອອກແບບໃຫ້ໃກ້ຄຽງກັບ BMW 3 Series.

ໃນສ່ວນຂອງດ້ານຫຼັງຍັງເຜີຍໃຫ້ເຫັນລຸ້ນ BMW 530e, ນໍາໃຊ້ເຄື່ອງຈັກແອັດຊັງ 4 ສູບ ທີ່ມາພ້ອມກັບເຕັກໂນໂລຊີ plug-in hybrid ໃຫ້ກໍາລັງສູງສຸດ 185 ກິໂລວັດ/252ແຮງມ້າ ແລະ ແຮງບິດມະຫາສານ 420 ນິວຕັນແມັດ.

ສໍາລັບ BMW 5 Series sedan 2021 ໂສມໃໝ່ ຄາດຈະເລີ່ມຈໍາໜ່າຍໃນບັນດາປະເທດທະວີບເອີຣົບ ໃນທ້າຍປີ 2020 ຫຼື ຕົ້ນປີ 2021.

ຂະນະທີ່ລາຍງານຂ່າວຈາກຕ່າງປະເທດໃຫ້ຮູ້ຕື່ມວ່າ: ລົດກຸ່ມຊີດານລຸ້ນດຽວກັນກໍມີຄິວຈະເປີດໂຕໃນທ້າຍປີນີ້ເຊັ່ນກັນ ນັ້ນຄື Audi A6 Avant ທີ່ເປັນ plug-in hybrid ຄືກັນ ເຊິ່ງຕ້ອງລໍຖ້າເບິ່ງວ່າຈະອອກມາໃນໄລຍະເວລາດຽວກັນ ຫຼື ບໍ່?.

ຂໍ້ມູນຈາກ: caradvice.com.au, bmwblog.com