ເມືອງໜອງບົກ ຈະເກັບກ່ຽວເຂົ້ານາແຊງສຳເລັດໃນທ້າຍເດືອນນີ້

154

ການເກັບກ່ຽວເຂົ້ານາແຊງຂອງຊາວກະສິກອນເມືອງໜອງບົກ ຄາດວ່າຈະສຳເລັດໃນກາງເດືອນພຶດສະພານີ້. ຫຼັງຈາກນັ້ນ, ກໍຈະເລີ່ມລົງມືສູ່ການຜະລິດເຂົ້ານາປີ ເຊິ່ງແຜນການສູ້ຊົນແມ່ນ 15.700 ເຮັກຕາ.

ທ່ານ ຄໍາມອນ ພົມພິພັກ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນກ່ຽວກັບການຜະລິດເຂົ້າລະດູແລ້ງໃນປີ 2020 ຂອງຊາວກະສິກອນ ຕາມແຜນສູ້ຊົນມີທັງໝົດ 2.800 ຜ່ານການຈັດຕັ້ງປະຕິບັດຕົວຈິງແມ່ນ 3.626 ເຮັກຕາ, ລື່ນແຜນການ 826 ເຮັກຕາ ຫຼື ເທົ່າກັບ 129%.

ມາຮອດປັດຈຸບັນ ທົ່ວເມືອງສາມາດເກັບກ່ຽວເຂົ້ານາແຊງໄດ້ປະມານ 85% ຄາດວ່າຈະສຳເລັດ 100% ໃນກາງເດືອນພຶດສະພານີ້ ເບື້ອງຕົ້ນຄາດຄະເນວ່າຈະໄດ້ຮັບຜົນຜະລິດປະມານ 16.520 ໂຕນ, ສະມັດຖະພາບ 5,9 ໂຕນ/ເຮັກຕາ ຖືໄດ້ວ່າສະມັດຖະພາບເພີ່ມຂຶ້ນສະແດງອອກຜົນຜະລິດໄດ້ 20 ພັນກວ່າໂຕນ, ລື່ນແຜນການ 4 ພັນກວ່າໂຕນ.

ສຳລັບການປູກພືດລະດູແລ້ງຕາມແຜນການແມ່ນ 1.770 ເຮັກຕາ ປະຕິບັດໄດ້ 2.130 ເຮັກຕາ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນການປູກໝາກສາລີ, ໝາກຖົ່ວ, ໝາກແຕງ, ໝາກເຫຼ່ນ ແລະ ພືດຜັກຕ່າງໆທີ່ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນພາຍໃນເມືອງ.

ສຳລັບແຜນການຜະລິດເຂົ້ານາປີຕາມແຜນການສູ້ຊົນແມ່ນ 15.700 ເຮັກຕາ ສະມັດຖະພາບ 3,9 ໂຕນ/ເຮັກຕາ ແລະ ພືດລະດູຝົນ 664 ເຮັກຕາ.

ພາຍຫຼັງການເກັບກ່ຽວມ້ຽນມັດເຂົ້ານາແຊງແລ້ວຈະໄດ້ສືບຕໍ່ເຄື່ອນໄຫວລົງຊຸກຍູ້ພໍ່ແມ່ປະຊາຊົນທຳການຜະລິດລະດູຝົນ ໂດຍສະເພາະນາປີ, ສ່ວນໜຶ່ງເຂົາເຈົ້າກໍກະກຽມແນວພັນ, ໄຖຮູດ, ໄຖກົບຕໍເຟືອງແລ້ວ. ສະນັ້ນ, ຄາດວ່າຕົ້ນເດືອນພຶດສະພາຈະໄດ້ເລີ່ມລົງມືເຂົ້າສູ່ການຜະລິດ, ຜູ້ທີ່ມີນາທາມ, ນາລຸ່ມ, ກໍໃສ່ເຂົ້າງັນ ( ເຂົ້າອາຍຸຍາວ ) ໂດຍສະເພາະແມ່ນເຂົ້າກໍຂໍ 6, ເຂົ້າມະລິອື່ນໆ. ພ້ອມກັນນັ້ນ, ກໍຈະໄດ້ເລີ່ມວ່ານ, ປະຊາຊົນສ່ວນໜຶ່ງກໍຈະໄດ້ກະກຽມຕົກກ້າສຳລັບຜູ້ທີ່ບໍ່ມີເງື່ອນໄຂເຮັດນາວ່ານ.

ຂ່າວ: ມະນີວັນ