ຮອງລັດຖະມົນຕີ ກະຊວງສາທາ ເຄື່ອນໄຫວເຮັດວຽກຕ້ານໂຄວິດຢູ່ແຂວງຄຳມ່ວນ

189

ໃນວັນທີ 29 ເມສາ 2020 ທີ່ເຮືອນພັກ 01 ຂອງແຂວງ ທ່ານ ປອ. ດຣ. ບຸນແຜງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະສະເພາະກິດດ້ານການກະກຽມສະຖານທີ່ແຍກປ່ຽວ ແລະ ປິ່ນປົວ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ໂຄວິດ – 19 ຂັ້ນແຂວງ.

ໃນໂອກາດນີ້, ທ່ານ ດຣ. ນາງ ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດຂັ້ນແຂວງໄດ້ລາຍງານກ່ຽວກັບມາດຕະການການປ້ອງກັນຂອງພະຍາດດັ່ງກ່າວ ໂດຍເລີ່ມແຕ່ວັນທີ 20 ມີນາ ຫາ 27 ເມສາ 2020 ມາຮອດປັດຈຸບັນທຸກຂະແໜງການຂອງແຂວງ, ເມືອງ, ບ້ານ, ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມບັນດານິຕິກຳ, ຄຳສັ່ງຂອງສູນກາງພັກ, ຂອງລັດຖະບານຢ່າງເຂັ້ມງວດ ໂດຍສະເພາະແມ່ນຄຳສັ່ງ 06/ນຍ ຄໍາສັ່ງແນະນຳຂອງເຈົ້າແຂວງຄຳມ່ວນ ເລກທີ 02/ ຈຂ.ຄມ ແລະ ມາດຕະການຕ່າງໆ.

ໂດຍລວມແລ້ວແຂວງຄຳມ່ວນ ແມ່ນສາມາດຮັກສາໄດ້ ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນແມ່ນໄດ້ໃຫ້ການຮ່ວມມືເປັນຢ່າງດີ ເຊິ່ງເຮັດໃຫ້ແຂວງຄຳມ່ວນບໍ່ມີຜູ້ຕິດເຊຶ້ອພະຍາດ – 19.

ທົ່ວແຂວງມີຈຳນວນສູນກັກກັນບໍລິເວນທັງໝົດ 308 ສູນ, ສູນແຍກປ່ຽວ 11 ສູນ. ມາເຖິງວັນທີ 27 ເມສາ ຍັງເຫຼືອ 21 ສູນ ແລະ ສູນແຍກປ່ຽວ 11 ສູນ, ສູນທີ່ຖືກປິດ 287 ສູນ. ໃນນີ້, ແມ່ນໄດ້ຮັບການກວດກາ ແລະ ພົ່ນຢາຂ້າເຊື້ອແລ້ວ ຈຳນວນ 224 ສູນ, ນອກນີ້ແມ່ນກຳລັງສືບຕໍ່ພົ່ນຢາ.

ຈຳນວນກັກກັນບໍລິເວນສະສົມທົ່ວແຂວງມີທັງໝົດ 10.114 ຄົນ ຍິງ 4.862 ຄົນ. ໃນນັ້ນ, ກັກບໍລິເວນຢູ່ສູນມີ 8.999 ຄົນ ຍິງ 4.272 ຄົນ, ກັກບໍລິເວນຢູ່ເຮືອນ 1.115 ຄົນ ຍິງ 590 ຄົນ, ກັກບໍລິເວນຄົບ 14 ວັນ ແລະ ອອກຈາກສູນໄປແລ້ວ 8.854 ຄົນ ຍິງ 4.234 ຄົນ, ຢູ່ເຮືອນຄົບ 14 ວັນ ມີ 1.109 ຄົນ ຍິງ 587 ຄົນ. ຈໍານວນກັກກັນບໍລິເວນສືບຕໍ່ຢູ່ສູນມີ 145 ຄົນ ຍິງ 38 ຄົນ ແລະ ຢູ່ເຮືອນ 6 ຄົນ.

ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມສະຖານທີ່ແຍກປ່ຽວ ແລະ ປິ່ນປົວ ເຊິ່ງທາງແຂວງໄດ້ກຳນົດເອົາພະແນກ ຖວທ ຫຼັງເກົ່າເປັນສູນແຍກປ່ຽວ ແລະ ປິ່ນປົວຂອງແຂວງ. ຜ່ານມາມີຄົນເຂົ້ານອນໃນກໍລະນີສົງໄສ 26 ຄົນ ປັດຈຸບັນແມ່ນໄດ້ອອກໝົດແລ້ວ ແລະ ລົງຕິດຕາມການ ປະຕິບັດໜ້າທີ່ວຽກງານຂອງ   ແພດ – ໝໍ ພາຍໃນໂຮງໝໍ  ແຂວງຄຳມ່ວນ. ທັງນີ້, ກໍເພື່ອເປັນການຕິດຕາມ ແລະ ເກັບກຳຂໍ້ມູນການກະກຽມຄວາມພ້ອມສະຖານທີ່ແຍກປ່ຽວຂອງແຂວງ ເພື່ອຮອງຮັບໃນກໍລະນີເກີດມີຜູ້ຕິດເຊຶ້ອ, ກວດກາສະພາບຄວາມພ້ອມຂອງສະຖານທີ່ຕາມຫຼັກວິຊາການ ເພື່ອສະເໜີລາຍງານຕໍ່ຂັ້ນເທິງຮັບຊາບ.

ຂ່າວ: ມະນີວັນ