ຂ່າວດີ ມື້ທີ 21! 3 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສ່ວນຜູ້ປ່ວຍອອກໂຮງໝໍແລ້ວ 9ຄົນ

75

ຖືວ່າເປັນຂ່າວດີ 21 ມື້ຕິດຕໍ່ກັນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍທັງໝົດ 9 ຄົນ.​

ໃນວັນທີ 3 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19​ ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 19 ຄົນ ໃນວັນທີ 2 ພຶດສະພາ 2020 ເຊິ່ງຜົນກວດທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນມື້ທີ 21 ທີ່ລາວເຮົາບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ທັງນີ້,​ ມາຮອດປັດຈຸບັນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 9 ຄົນ ແລະ ກຳລັງປິ່ນປົວ 10 ຄົນ.