2 ພຶດສະພາ! ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຄົນເຈັບອອກໂຮງໝໍໄດ້ອີກ 2 ຄົນ, ແຕ່ມີຄົນເຈັບທີ່ປິ່ນປົວດີແລ້ວກວດພົບເຊື້ອຄືນ1ກໍລະນີ

318

ນັບວ່າເປັນຂ່າວດີ 20ມື້ລຽນຕິດ ຫຼັງກະຊວງສາທາລະນະສຸກອອກມາລາຍງານຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນລາວ ປະຈໍາວັນທີ 2 ພຶດສະພາ ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ ແຕ່ຂ່າວກໍ່ມີຂ່າວບໍ່ດີເລັກນ້ອຍ ເມື່ອຜູ້ຕິດເຊື້ອກໍລະນີທີ 14 ທີ່ອອກໂຮງໝໍໄປນັ້ນ ກັບມາກວດຄືນພົບເຊື້ອໂຄວິດ-19 ເປັນຜົນບວກ, ດັ່ງນັ້ນ ຕ້ອງກັບມາປິ່ນປົວຢູ່ໂຮງໝໍມິດຕະພາບຄືນອີກຄັ້ງ ແຕ່ທ່ານໝໍຢືນຢັນ ບໍ່ສາມາດແຜ່ເຊື້ອໄດ້.

ໃນວັນທີ 2 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 01 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 144 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 03 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍມາກວດຄືນ 03 ຄົນ, ຜູ້ທີ່ອອກໂຮງໝໍຕິດຕາມຢູ່ເຮືອນຄົບກໍານົດ 14 ວັນມາກວດຄືນ 01 ຄົນ, ແຮງງານຈີນທີ່ເຂົ້າມາເຮັດທາງລົດໄຟ 127 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 10 ຄົນ. ເຊິ່ງຜົນກວດທັງໝົດ 143 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່, ໝາຍຄວາມວ່າໃນວັນທີ 01 ພຶດສະພາ 2020 ບໍ່ມີກໍລະນີໃໝ່. ສໍາລັບຜູ້ທີ່ອອກໂຮງໝໍນໍ້າເບີ 14 ເພື່ອຈໍາກັດຕົວເອງຢູ່ເຮືອນຄົບກໍານົດ 14 ວັນແລ້ວ ມາກວດຄືນເຫັນວ່າພົບເປັນຜົນບວກ ຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍຄືນຕື່ມ.

ນອກຈາກນີ້ ຍັງມີຂ່າວດີເພີ່ມ ຫຼັງການກວດຫາເຊື້ອຄືນໃນຜູ້ປ່ວຍທັງ 11ຄົນນັ້ນ ພົບວ່າ 2ຄົນ ກວດບໍ່ພົບເຊື້ອແລ້ວ ແລະ ຈະອະນຸຍາດໃຫ້ອອກໂຮງໝໍໄດ້.

ແນວໃດກໍ່ຕາມ ສໍາລັບຜູ້ທີ່ອອກໂຮງໝໍຄົບ 14ວັນ ແລ້ວມາກວດຫາເຊື້ອຄືນ ແລະ ພົບເປັນຜົນບວກນັ້ນ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວວ່າ:  ກ່ຽວກັບກໍລະນີຜູ້ທີ່ປິ່ນປົວຫາຍດີ ກັບມາກວດພົບເຊື້ອອີກ, ທາງອົງການອະນາໄມໂລກ ແລະ ນັກວິຊາການກໍຕັ້ງບັນຫາຂຶ້ນ ເຊິ່ງກໍມີຫລາຍເຫດຜົນທີ່ນັກວີຊາການໄດ້ຄົ້ນຄວ້າໜຶ່ງໃນນັ້ນໃຫ້ເຫດຜົນວ່າ: ເຄື່ອງກວດຂອງໂລກພວກເຮົາ ເປັນເຄື່ອງກວດທີ່ມີຄວາມໄວສູງທີ່ສຸດແມ່ນຢໍາທີ່ສຸດ, ແຕ່ເຄື່ອງດັ່ງກ່າວບໍ່ສາມາດໄຈ້ແຍກວ່າຊິ້ນສ່ວນດັ່ງກ່າວຕາຍ ຫລື ຍັງ(ເຄື່ອງກວດເຫັນຊິ້ນສ່ວນມັນກໍບອກວ່າເຫັນ). ນັກຄົ້ນຄວ່າບອກວ່ານີ້ແມ່ນຊາກຊິ້ນສ່ວນຂອງພະຍາດໂຄວິດ-19 ເພາະເມື່ອເອົາຕົວຢ່າງໄປປູກ ປະກົດວ່າບໍ່ເກີດ; ດັ່ງນັ້ນຈິ່ງຢັ້ງຢຶນວ່າຊີ້ນສ່ວນທີ່ກວດພົບ ແມ່ນເຊື້ອທີ່ຕາຍແລ້ວ, ເຊິ່ງຜູ້ທີ່ປິ່ນປົວດີແລ້ວ ຈະຕ້ອງໃຊ້ເວລາຫລາຍວັນ ຫຼື ຫຼາຍເດືອນ ຊິ້ນສ່ວນນັ້ນຈິ່ງສູນຫາຍອອກຈາກຮ່າງກາຍ.

ເຖິງວ່າກວດພົບຕິດເຊື້ອຄືນ ແຕ່ມີການຢັ້ງຢືນວ່າບໍ່ສາມາດແຜ່ເຊື້ອໄດ້. ຢ່າງໃດກໍຕາມເນື່ອງຈາກພວກເຮົາປະຕິບັດຕາມຄູ່ມືທີ່ເອກະພາບຂອງກະຊວງສາທາລະນະສຸກ  ຈິ່ງຈຳຕ້ອງໄດ້ນຳເອົາຄົນເຈັບເຂົ້າມາຕິດຕາມຄືນ  ກວດຄືນອີກເທື່ອໜຶ່ງ.