ປັດຈຸບັນ ເຖິງແມ່ນວ່າ ສປປ ລາວ ເຮົາຈະບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ເພີ່ມມາເປັນເວລາ 19 ວັນແລ້ວ ແຕ່ລັດຖະບານກໍ່ຮຽກຮ້ອງມາຍັງທຸກພາກສ່ວນບໍ່ໃຫ້ນິ້ງນອນໃຈ ແລະ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດວຽກງານການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນ ລັດຖະບານຈຶ່ງຈໍາເປັນຕ້ອງກໍານົດບາງມາດຕະການໃນຄໍາສັ່ງເລກທີ 06/ນຍ ໃຫ້ທຸກຄົນເອົາໃຈໃສ່ສືບຕໍ່ປະຕິບັດຕາມຢ່າງເຂັ້ມງວດ.
ໃນວັນທີ 1 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ພ້ອມ ແຈ້ງໃຫ້ຮູ້ເຖິງບາງມາດຕະການຜ່ອນຜັນ ແລະ ບາງມາດຕະການທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດ ໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ເຖິງບາງມາດຕະການທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ຄືດັ່ງນີ້:
1 ຫ້າມບຸກຄົນເດີນທາງລະຫວ່າງແຂວງຫາແຂວງ ຍົກເວັ້ນ ກໍລະນີຈຳເປັນ ເປັນຕົ້ນ: ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບ ແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ.
2 ປິດບັນດາກິດຈະການຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ, ຮ້ານກິນດື່ມ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ-ສະປາທຸກປະເພດ, ກາຊິໂນ, ຕະຫຼາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫຼີ້ນກິລາໃນຮົ່ມ, ກິລາກາງແຈ້ງ ເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເກີນ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້.
3 ຫ້າມຈັດກິດຈະກຳຊຸມນຸມ, ຊຸມແຊວ, ງານສ້າງສັນ ຫຼື ການເຕົ້າໂຮມຄົນເປັນຈຳນວນຫຼາຍ ກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.
4 ປິດດ່ານປະເພນີ, ດ່ານທ້ອງຖີ່ນ ແລະ ດ່ານສາກົນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ.
5 ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19, ຍົກເວັ້ນວີຊາສໍາລັບຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກງານ ຢູ່ບັນດາໂຄງການທີ່ສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດການກວດຫາເຊື້ອ ໂຄວິດ-19 ແລະ ຈຳກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດ ຕາມທີ່ລະບຸໄວ້ໃນແຈ້ງການ ສະບັບເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020. ມອບໃຫ້ຄະນະສະເພາະກິດ ອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ຮັດກຸມ.
ທ່ານຢໍ້າຕື່ມວ່າ: ມາດຕະການຜ່ອນຜັນເຫຼົ່ານີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດ ນັບແຕ່ວັນທີ 04 ຫາວັນທີ 17 ພຶດສະພາ 2020, ຖ້າມີການລາຍງານ ກໍລະນີຜູ້ຕິດເຊື້ອເກີດຂື້ນ ຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນໆ ເຊິ່ງແມ່ນຄະນະສະເພາະກິດກ່ຽວຂ້ອງ ຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.
ໃນນາມຕາງໜ້າຄະນະສະເພາະກິດ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ຈົ່ງພ້ອມກັນປະຕິບັດບັນດາມາດຕະການ ຢ່າງເຂັ້ມງວດ. ສຳຄັນທີ່ສຸດ ຕ້ອງເວັ້ນໄລຍະຫ່າງລະຫວ່າງກັນ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ນ້ຳຢາລ້າງມື.