ສ່ອງ 8 ມາດຕະການທີ່ລັດຜ່ອນຜັນ ພ້ອມອະນຸຍາດໃຫ້ປະຕິບັດບັດໄດ້ ຫຼັງ 3 ພຶດສະພາ.

328

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພ້ອມເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ ແລະ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ປະເທດຊາດ ມີຄວາມໝັ້ນຄົງ ລັດຖະບານກໍ່ໄດ້ມີການກໍານົດມາດຕະການ ທີ່ຕ້ອງສືບຕໍ່ປະຕິບັດ ແລະ ບາງມາດຕະການທີ່ຜ່ອນຜັນໄວ້ຢ່າງລະອຽດຊັດເຈນ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໃນຕໍ່ໜ້າ ຄືດັ່ງນີ້ ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:

1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ ເປີດດໍາເນີນການ ໂດຍ ໃຫ້ພະນັກງານລັດຖະກອນໝູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ.

2 ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດອອກຈາກເຮືອນໄດ້ ແລະ ເດີນທາງພາຍໃນນະຄອນຫຼວງ ແລະ ແຂວງ ຕາມຄວາມຈຳເປັນ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.

3 ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈຳກັດ ຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

4 ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງທີ່ບໍ່ເປັນທີມ ເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີກ໊ອບ, ແຕ່ປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.

5 ອະນຸຍາດໃຫ້ບັນດາຫ້າງ ຮ້ານຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ ແລະ ໂຮງງານນໍ້າກ້ອນ ດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.

6 ບັນດາໂຮງງານ, ໂຄງການລົງທຶນ ທີ່ເປັນກິດຈະການຂະໜາດໃຫຍ່ ຂອງພາກທຸລະກິດຕ່າງໆ ທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂ ມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້. ມອບໃຫ້ທັງສອງຄະນະສະເພາະກິດ ຂັ້ນສູນກາງ ແຕ່ງຕັ້ງຄະນະວິຊາການ ລົງກວດກາ, ຢັ້ງຢືນ ແລະ ເຮັດບົດບັນທຶກສຳລັບໂຄງການຂະໜາດໃຫຍ່ ທີ່ນໍາໃຊ້ແຮງງານຈໍານວນຫຼວງຫຼາຍ ທີ່ສູນກາງເປັນຜູ້ຄຸ້ມຄອງ, ສຳລັບຫົວໜ່ວຍທຸລະກິດໃດ ທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະ ຄຸ້ມຄອງ ກໍ່ມອບໃຫ້ຄະນະສະເພາະກິດ ຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບກວດກາ, ຢັ້ງຢືນ ແລະ ອະນຸຍາດ.

7 ໃຫ້ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ ກະກຽມເປີດໂຮງຮຽນຄືນ ໃນຊັ້ນ ປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດ ປກສແລະ ປກຊ ເລີ້ມແຕ່ວັນທີ 18 ພຶດສະພາ 2020 ໂດຍ ຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖານບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ.

8 ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດຕາມຈຸດປະສົງ. ສຳລັບນັກສຶກສາລາວ ທີ່ຕ້ອງການກັບຄືນໄປຮຽນຕໍ່ ຫຼື ເຮັດວຽກ ຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຕາມລະບຽບການຂອງປະເທດເຈົ້າພາບ