2 ພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ແກ່ລັດຖະບານເພື່ອໝູນໃຊ້ໃນວຽກງານຕ້ານໂຄວິດ-19

91

ໃນວັນທີ 1 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ມີ 2 ພາກສ່ວນ ເຂົ້າມອບອຸປະກອນ ແລະ ເງິນ ໃຫ້ແກ່ລັດຖະບານ ເພື່ອໄປນຳໃຊ້ເຂົ້າໃນວຽກງານການປ້ອງກັນຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19, ຕາງໜ້າຮັບໂດຍທ່ານ ສົມດີ ດວງດີ ຮອງລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ການມອບເຄື່ອງໃນຄັ້ງນີ້ມີ 2 ພາກສ່ວນຄື: ບໍລິສັດ ເອັສທີ ກຼຸບ ແລະ ທະນາຄານ ເອັສທີ ຈຳກັດ (STB) ຕາງໜ້າມອບໂດຍທ່ານ ຈິຣັດຊະຍຸດ ອຳຍົງ ຜູ້ອຳນວຍການໃຫຍ່ທະນາຄານ ເອັສທີບີ (STB) ເປັນກ້ອງຈັບອຸນຫະພຸມ ຈຳນວນ 5 ຊຸດ ມູນຄ່າ 650 ລ້ານກີບ ແລະ ກຸ່ມບໍລິສັດ ດີເອຊເຄ (DSK) ຈຳກັດ ກໍ່ຄື(ບໍລິສັດ ນໍ້າຜາໃຫຍ່ຮາຍໂດຣພາວເວີ) ໂດຍຕາງໜ້າມອບຂອງທ່ານ ໄຊຍະສິດ ຊະນະແກ້ວ ຜູ້ອຳນວຍການ ກຸ່ມບໍລິສັດ ດີເອຊເຄ (DSK) ຈຳກັດ ມູນຄ່າ 100 ລ້ານກີບ ລວມທັງ 2 ພາກສ່ວນມູນຄ່າ: 750 ລ້ານກີບ.

ໃນໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວຂອບໃຈນຳທຸກພາກສ່ວນ ທີ່ໄດ້ບິແບ່ງນໍ້າໃຈຊ່ວຍເຫຼືອລັດຖະບານກໍ່ຄືໃນຍາມປະເທດຊາດກຳລັງພົບຄວາມຫຍຸ້ງຍາກ, ທັງເງິນ ແລະ ອຸປະກອນຊ່ວຍເຫຼືອເຫຼົ່ານີ້ແມ່ນມີຄວາມສຳຄັນ ແລະ ຈຳເປັນ ເພື່ອໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.