ມາເລເຊຍ ມີຜູ້ເສຍຊີວິດຈາກໂຄວິດ-19 ແລ້ວ 100 ກວ່າຄົນ

145

ໃນປະເທດມາເລເຊຍມີຜູ້ເສຍຊີວິດສະສົມຈາກໂຄວິດ-19 ຫຼາຍກວ່າ 100 ຄົນ ແລະ ຜູ້ຕິດເຊື້ອໃນປະເທດຫຼາຍກວ່າ 6 ພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນສຸກ ທີ 1 ພຶດສະພາ ວ່າ ກະຊວງສາທາລະນະສຸກມາເລເຊຍລາຍງານສະພາບການຂອງໂຄວິດ-19 ວ່າ ກວດພົບຜູ້ຕິດເຊື້ອໃໝ່ 57 ຄົນ ໃນຮອບ 1 ວັນ ຈົນຮອດຕອນແລງວັນພະຫັດ ຜ່ານມາ ແບ່ງເປັນ 32 ຄົນ ຕິດເຊື້ອພາຍໃນ ແລະ ອີກ 25 ຄົນ ເດີນທາງມາຈາກຕ່າງປະເທດ ເພິ່ມສິຖິຕິຜູ້ປ່ວຍສະສົມໃນປະເທດ ຢ່າງໜ້ອຍ 6.002 ຄົນ.

ຂະນະທີ່ ໃນຮອບວັນດຽວກັນ ມີຜູ້ປິ່ນປົວເຊົາອີກ 84 ຄົນ ແລະ ໄດ້ອະນຸຍາດໃຫ້ອອກຈາກໂຮງໝໍ ເພິ່ມຈຳນວນປິ່ນປົວເປັນ 4.171 ຄົນ ທຽບເປັນອັດຕາການປິ່ວປົວເຊົາແລ້ວປະມານ 69,5%. ຢ່າງໃດກໍ່ຕາມ, ຍັງມີການຢືນຢັນຜູ້ເສຍຊີວິດອີກ 2 ຄົນ ເພິ່ມຈຳນວນຜູ້ເສຍຊີວິດໃນມາເລເຊຍຢ່າງໜ້ອຍ 102 ຄົນ.

ທັງນີ້, ປະເທດມາເລເຊຍຍັງຢູ່ພາຍໃຕ້ມາດຕະການປິດເມືອງເຂັ້ມງວດລະດັບດຽວກັນທົ່ວປະເທດ ຕັ້ງແຕ່ວັນທີ 18 ມີນາ ເປັນຕົ້ນມາ ເຊິ່ງທ່ານນາຍົກລັດຖະມົນຕີມູຍິດດິນ ຢາສຊິນ ຍັງສືບຕໍ່ຂະຫຍາຍໄລຍະປິດເມືອງທຸກໆ 14 ວັນ ໂດຍດຳນົດການປັດຈຸບັນແມ່ນສິ້ນສູດໃນວັນທີ 12 ພຶດສະພາ ນີ້ ແຕ່ໃນໄລຍະດັ່ງກ່າວ ລັດຖະບານເລິ່ມຜ່ອນຜັນບາງມາດຕະການ ເພື່ອອຳນວຍຄວາມສະດວກໃນການດຳລົງຊີວິຂອງປະຊາຊົນບໍ່ໃຫ້ເຄັ່ງຕຶງຫຼາຍເກີນໄປ ແລະ ສະໜັບສະໜູນການດຳເນີນທຸລະກິດ ແລະ ອຸດສາຫະກຳທີ່ມີຄວາມຈຳເປັນທີ່ສຸດກ່ອນ.