Monthly Archives: April, 2020

ເຄັດລັບການພັດທະນາຕົນເອງໃຫ້ເປັນເຄື່ອງຈັກແຫ່ງການຮຽນຮູ້

ມີ ຫຼື ບໍ່ທີ່ຄົນເຮົາຈະຢືນເບິ່ງ ແລະ ຍິ້ມໃຫ້ກັບຄວາມພາກພູມໃຈກັບໃບປະລິນຍາທີ່ຕິດຢູ່ຝາເຮືອນ ແລ້ວເວົ້າກັບຕົວເອງວ່າ: “ ສິ່ງທີ່ຮຽນມາໃນມະຫາວິທະຍາໄລບໍ່ກ່ຽວຂ້ອງກັບສິ່ງທີ່ເຮັດຢູ່ໃນຕອນນີ້ ” ເຊິ່ງບໍ່ໄດ້ໝາຍ ຄວາມວ່າເຮົາຄວນຢຸດເວລາ ແລະ ເງິນ - ຄຳ ເພື່ອໃຊ້ຮຽນໃນມະຫາວິທະຍາໄລແຕ່ຢ່າງໃດ, ແຕ່ໃນທາງກັບກັນເຮົາຄວນເຮັດຕົວເອງໃຫ້ເປັນ    “ ເຄື່ອງຈັກແຫ່ງການຮຽນຮູ້ ” ຫຼື ເວົ້າໃຫ້ເຂົ້າໃຈງ່າຍໆກໍຄືເຮັດຕົວເອງໃຫ້ມີການຮຽນຮູ້ຢ່າງຕໍ່ເນື່ອງ. ແນ່ນອນວ່າຄົນເຮົາທຸກຄົນລ້ວນແຕ່ຕ້ອງການໃຫ້ຊີວິດປະສົບຄວາມສຳເລັດ, ແຕ່ຢ່າລືມວ່າການທີ່ເຮົາຈະປະສົບຜົນສຳເລັດ ຫຼື...

ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ – 19 ຂອງ ໜຸ່ມອາເລັກ ກຽງໄກ

ຈາກບັນຫາການລະບາດຂອງເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ປະເທດລາວເຮົາກໍມີມາດຕະການໃນການກັກຕົວຢູ່ເຮືອນ ເຊິ່ງບັນດາຄົນບັນເທີງກໍໄດ້ເປັນແບບຢ່າງໃນການປະຕິບັດຕາມແຈ້ງການ ໜຸ່ມ ອາເລັກ ກຽງໄກ ກໍໄດ້ມາແນະນໍາວິທີຮັກສາສຸຂະພາບ ແລະ ປ້ອງກັນຕົນເອງຈາກພະຍາດໃນໄລຍະກັກຕົວ. ກຽງໄກ ຊວ້ານສວນດາວ ຫຼື ອາເລັກ Mister Global Laos 2019 ໃຫ້ສໍາພາດວ່າ: ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ - 19 ຄືພະຍາຍາມຢູ່ແຕ່ເຮືອນຖ້າບໍ່ຈຳເປັນກໍບໍ່ຕ້ອງອອກໄປໃສ...

ຊົມເຊີຍ! ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ ມອບເຄື່ອງຊ່ວຍເຫຼືອມູນຄ່າ 250 ລ້ານກີບ ໃຫ້ໂຮງໝໍມິດຕະພາບ

ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ, ຢາປິ່ນປົວພະຍາດໂຄວິດ-19 ແລະ ເງິນສົດ ໃຫ້ໂຮງໝໍມິດຕະພາບ ລວມມູນຄ່າທັງໝົດ 250.000,000 ກີບ ປະກອບມີ: ເຄື່ອງແທກອຸນຫະພູມຈໍານວນ 20 ເຄື່ອງ ມູນຄ່າ 20 ລ້ານກີບ, ຢາປົວພະຍາດໂຄວິດ-19 ຈໍານວນ 10 ຊຸດ ມູນຄ່າ...

ກຳປູເຈ້ຍ ແຈ້ງໃຫ້ຄົນຕ່າງປະເທດລົງທະບຽນສະແດງຕົນ ເພື່ອອອກວີຊາໃໝ່ ກ່ອນ 1 ກໍລະກົດ

ຄົນຕ່າງປະເທດທຸກຄົນຕ້ອງລົງທະບຽນສະແດງຕົນ ຜ່ານແອັບພລິເຄຊັ່ນ “ຢືນຢັນສະແດງຕົນ” ກ່ອນວັນທີ 1 ກໍລະກົດ ນີ້ ເພື່ອໃຫ້ທາງການອອກວີຊາໃໝ່ໃຫ້. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເມື່ອວັນພຸດ ທີ 29 ເມສາ ວ່າ ຫ້ອງການກວດຄົນເຂົ້າເມືອງກຳປູເຈຍ ອອກຖະແຫຼງການ ເມື່ອວັນອັງຄານ ຜ່ານມາ ວ່າ ຕັ້ງແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈະເລິ່ມດຳເນີນການຕໍ່ອາຍຸວີຊາໃຫ້ແກ່ຄົນຕ່າງປະເທດທີ່ອາໄສ ແລະ...

ປທສ ມອບເວັບໄຊ ແລະ ໂປຣແກຣມມືຖື ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ມອບເວັບໄຊເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ - 19 ( www.covid19.gov.la ) ແລະ ໂປຣແກຣມເທິງມືຖື LaoKYC ( LaoKYC Mobile application )...

ໂຄວິດກະທົບໜັກ ທ່ອງທ່ຽວລາວຫຼຸດລົງເກືອບ 20%, ລັດຖະບານໃຫ້ຮີບຮ້ອນຟື້ນຟູ

ໃນໄລຍະ 3 ເດືອນຕົ້ນປີ 2020 ຈຳນວນນັກທ່ອງທ່ຽວເຂົ້າມາສປປ ລາວ ຫລຸດລົງເຖິງ 17% ຖ້າທຽບໃສ່ ໄລຍະດຽວກັນຂອງປີ 2019 ທີ່ລາວເຮົາໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 1 ລ້ານກວ່າຄົນ, ຂະນະທີ່ປີ 2020 ມີພຽງແຕ່ 886.000 ກວ່າຄົນ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ເຮັດໃຫ້ມີຜູ້ເສຍຊີວິດ...

ທຣຳ ລົງນາມຫ້າມບໍລິສັດຊີ້ນສຳເລັດຮູບ ຢຸດເຊົາການຜະລິດໄລຍະໂຄວິດ-19

ປະທານາທິບໍດີໂດນັລ ທຣຳ ປະກາດໃຫ້ໂຮງງານຊີ້ນສຳເລັດຮູບ ເປັນພື້ນຖານໂຄງຮ່າງຈຳເປັນ ສຳລັບຕ່ອງໂສ້ສະໜອງອາຫານ ແລະ ຫ້າມຢຸດພັກການຜະລິດ ໃນໄລຍະວິກິດການແຜ່ລະບາດໂຄວິດ-19. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 28 ເມສາ ວ່າ ປະທານາທິບໍດີໂດນັລ ທຣຳ ຜູ້ນຳສະຫະລັດ ໄດ້ເຊັນລົງນາມໃນຄຳສັ່ງ ເມື່ອວັນອັງຄານ ຜ່ານມາ ໂດຍໃຊ້ອຳນາດກົດ ໝາຍການຜະລິດເພື່ອປົກປ້ອງ ສະບບັບປີ...

17 ມື້ລຽນຕິດທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມຂ່າວດີ 29 ເມສາ ຜູ້ປ່ວຍອອກໂຮງໝໍເພີ່ມອີກ 1ຄົນ

ນັບວ່າເປັນຂ່າວດີ 17 ວັນຕິດຕໍ່ກັນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍທັງໝົດ 8 ຄົນ ໂດຍລາຍງານຫຼ້າສຸດທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍໃນມື້ນີ້ອີກ 1ຄົນນັ້ນແມ່ນຢູ່ແຂວງຫຼວງພະບາງ.​ ໃນວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ...

ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ ຂະບວນການປູກ-ການລ້ຽງ ຢູ່ 2ເມືອງ ພ້ອມຊົມເຊີຍປະຊາຊົນຜະລິດສະບຽງອາຫານກຸ້ມຕົນເອງ

ເພື່ອເປັນການເອົາໃຈໃສ່ສົ່ງເສີມການປູກຝັງ-ລ້ຽງສັດ ການຜະລິດກະສິກໍາເປັນສິນຄ້າໃຫ້ແກ່ປະຊາຊົນ ທ່ານ ເຈົ້າແຂວງໆໄຂຍະບູລີພ້ອມຄະນະ ລົງພື້ນທີ່ ຊຸກຍູ້ປະຊາຊົນຢູ່ 2ບ້ານຂອງເມືອງແກ່ນທ້າວ ພ້ອມຊົມເຊີຍຕໍ່ການເອົາໃຈໃສ່ຜະລິດພືດສະບຽງອາຫານໃນໄລຍະທີ່ລາວເຮົາພວມຕໍ່ສູ້ກັບພະຍາດໂຄວິດ-19. ໃນລະຫວ່າງວັນທີ 28-29 ເມສາ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງ ໄດ້ລົງຊຸກຍູ້ຂະບວນການປູກ-ການລ້ຽງຂອງປະຊາຊົນເຂດບ້ານ ຫ້ວຍເລິກ-ວັງປາ, ເມືອງແກ່ນທ້າວ ແລະ ເຂດບ້ານ ບໍ່ສານ-ຕົ້ນຕານ ເມືອງບໍ່ແຕນ...

ບໍ່ຢາກ “ ເສຍເງິນ ” ຢ່າລະເລີຍ “ ພາສເວີດ ” ເຮັດທຸລະກຳການເງິນ

ໃນປັດຈຸບັນຄົນເຮັດວຽກສ່ວນໃຫຍ່ມັກເລືອກເຮັດທຸລະກຳທາງການເງິນຜ່ານອິນເຕີເນັດ ຫຼື Mobile Banking ເພາະຊ່ວຍອຳນວຍຄວາມສະດວກ ແລະ ປະຢັດເວລາ, ແຕ່ຖ້າໂທລະສັບມືຖືເສຍ ຫຼື ຕັ້ງຄ່າໃຫ້ເວັບໄຊທີ່ເຂົ້າໄປເຮັດທຸລະກຳຈົດຈຳລະຫັດຜ່ານ ຫຼື ພາສເວີດຂອງຕົວເອງກໍອາດເກີດບັນຫາ “ ເງິນຫາຍ ” ໂດຍບໍ່ຮູ້ຕົວຈາກຜູ້ບໍ່ປະສົງດີທັງຫຼາຍໄດ້. ທັງນີ້, ຈາກຜົນການສຳຫຼວດຫຼ້າສຸດໂດຍ Specops Software ລະບຸວ່າຄົນທີ່ບໍ່ເຄີຍອັບເດດ ຫຼື ປ່ຽນແປງ  ພາສເວີດຂອງຕົວເອງເລີຍມີຫຼາຍເຖິງ 38%...
- Advertisment -
Slide
Slide

Most Read

error: Content is protected !!