ປະເທດເກົາຫຼີໃຕ້ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເປັນມື້ທຳອິດ ຕັ້ງແຕ່ກາງເດືອນກຸມພາ

187

ປະເທດເກົາຫຼີໃຕ້ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ພາຍໃນປະເທດເປັນຄັ້ງທຳອິດ ຕັ້ງແຕ່ກາງເດືອນກຸມພາ ຜ່ານມາ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 30 ເມສາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີ (KCDC) ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ໂດຍເປັນການລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຈຳນວນຜູ້ປ່ວຍສະສົມເພິ່ມຂຶ້ນ 10.765 ຄົນ ໂດຍເພິ່ມຂຶ້ນ 4 ຄົນ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດເຊິ່ງເປັນຄັ້ງທຳອິດຕັ້ງແຕ່ວັນທີ 15 ກຸມພາ ຜ່ານມາ.

ຂະນະທີ່ຜູ້ປ່ວຍໃໝ່ທີ່ເດີນທາງຈາກຕ່າງປະເທດ ທັງ 4 ຄົນ ເພິ່ມສະຖິຕິຜູ້ປ່ວຍກຸ່ມນີ້ເປັນ 1.065 ຄົນ, ໃນນັ້ນ 90% ເປັນຄົນເກົາຫຼີໃຕ້ ສ່ວນຜູ້ເສຍຊີວິດສະສົມເພິ່ມເປັນ 247 ຄົນ ໂດຍມິການຢືນຢັນຫຼ້າສຸດອີກ 1 ຄົນ, ປິ່ນປົວເຊົາແລ້ວເພິ່ມເປັນ 9.059 ຄົນ ແລະ ຍັງເຫຼືອຜູ້ປ່ວຍໃນລະບົບ 1.459 ຄົນ ໃນຈຳນວນນີ້ 55 ຄົນ ມີອາການຮ້າຍແຮງ.

ປະເທດເກົາຫຼີໃຕ້ ຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດ ໃນປະເທດ ເມື່ອວັນທີ 20 ມັງກອນ ຜ່ານມາ ເຊິ່ງເປັນນັກທ່ອງທ່ຽວຊາວຈີນ ເພດຍິງ ແລະ ເມື່ອວັນທີ 29 ກຸມພາ ເປັນວັນທຳອິດທີ່ໄດ້ຢືນຢັນກວດພົບຜູ້ຕິດເຊື້ອປະຈຳວັນຫຼາຍທີ່ສຸດ 909 ຄົນ. ສ່ວນຜູ້ເສຍຊີວິດຄົນທຳອິດ ເມື່ອວັນທີ 20 ກຸມພາ ເປັນຜູ້ຊາຍຊາວເກົາຫຼີໃຕ້ ນອນພັກປິ່ນປົວຢູ່ໂຮງໝໍແດນຳ ໃນເມືອງຊອງໂດ ພາກຕາເວັນອອກຂອງປະເທດ ໃກ້ກັບເມືອງແທກູ ເຊິ່ງເປັນພື້ນທີ່ວິກິດທີ່ສຸດໃນເກົາຫຼີໃຕ້.