ຂ່າວດີ 18ມື້ລຽນຕິດ! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ປ່ວຍທັງ 11 ຄົນອາການດີຂຶ້ນຕາມລໍາດັບ

188

ຖືວ່າເປັນຂ່າວດີຕໍ່ເນື່ອງ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ຫຼ້າສຸດມາຮອດວັນທີ 30 ເມສາ 2020 ແມ່ນກວດບໍ່ພົບເຊື້ອຈາກການເກັບຕົວຢ່າງໃນວັນທີ 29 ເມສາ 10 ຕົວຢ່າງ ແມ່ນກວດບໍ່ພົບຜູ້ຕິດເຊື້ອເພີ່ມ ເຮັດໃຫ້ຕົວເລກຜູ້ຕິດເຊື້ອລວມທັງໝົດຍັງຄົງທີ່ 19 ຄົນ ແຕ່ວ່າມາຮອດປັດຈຸບັນຜູ້ຕິດເຊື້ອໄດ້ຮັບການປິ່ນປົວກາຍດີ ແລະ ອອກໂຮງໝໍແລ້ວ 8 ຄົນ ຍັງ 11 ຄົນທີ່ຍັງນອນຮັບການປິ່ນປົວຢູ່ໂຮງໝໍ ແຕ່ອາການດີຂຶ້ນແລ້ວ.

ໃນວັນທີ 30 ເມສາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທັງເປັນກອງເລຂາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.797 ຄົນ, ຈຸດຜ່ານດ່ານລາວ-ໄທ ທັງໝົດ 971 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ-ຈີນ ທັງໝົດ 186 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 640 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ,ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ.

ສຳລັບການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 29 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 10 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 8 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 2 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 0 ຄົນ.

ຈາກຜົນກວດທັງໝົດ 10 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 29 ເມສາ 2020 ບໍ່ມີກໍລະນີໃໝ່. ນັບແຕ່ເດືອນມັງກອນ ຮອດ ວັນທີ 29 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.927 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (18 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ທ່ານກ່າວຕື່ມວ່າ: ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ຈາກຕົວເລກຜູ້ຕິດເຊື້ອສະສົມຈຳນວນ 19 ຄົນ ນັ້ນ ປະຈຸບັນມີຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ ຈຳນວນ 8 ຄົນ ແລະ ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ 11 ຄົນ ທີ່ນອນປິ່ນປົວຢູ່ທັງໝົດມີອາການເບົາບາງ, ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງໃຫ້ອອກໂຮງໝໍ