ມາຮູ້ຈັກ!  ຢໍ້ຫາ ສິງຢົງເຊັ້ງອະດີດນັກຮຽນເກັ່ງສູ້ຊີວິດຈົນເປັນເຈົ້າຂອງສູນສອນອອນໄລນ໌

189

ທ້າວ ຢໍ້ຫາ ສິງຢົງເຊັ້ງ ຫຼື ອາຈານ ໂຢ່ ມີຖານຖິ່ນກໍາເນີດ ຢູ່ບ້ານ ຜາງ້ວນ ເມືອງ ໝອງແຮດ ແຂວງຊຽງຂວາງ ເຂົ້າຮຽນຊັ້ນປະຖົມທີ່ ໂຮງຮຽນ ປະຖົມສົມບູນຍອດງື່ມ ເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ທີ່ ມສ ໜອງເປັດ ແລະ ເປັນຕົວແທນແຂວງຊຽງຂວາງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.4 ສົກຮຽນ 2011-2012 ໂດຍໄດ້ຮັບລາງວັນຊົມເຊີຍ.

ຢໍ້ຫາ ໄດ້ມີໂອກາດ ໄປເຂົ້າຮຽນຢູ່ຫ້ອງຮຽນພອນສະຫວັນ ມສ ສັນຕິພາບ ແຂວງ ຫຼວງພະບາງ ໂດຍ ໄດ້ເປັນ ຕົວແທນແຂວງ ຫຼວງພະບາງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.7 ສົກຮຽນ 2014-2015 ແຕ່ ໃນຄັ້ງນີ້ ລາວກໍຜິດຫວັງເໝືອນເດີມ ແລະ ໃນປີນັ້ນຢໍ້ຫາ ສາມາດ ສອບເສັງຈົບຊັ້ນ ມ.7 ໄດ້ ອັນດັບທີ 3 ຂອງ ແຂວງ ຫຼວງພະບາງ ໂດຍໄດ້ 71 ຄະແນນ.

ຢໍ້ຫາ ຕັດສິນໃຈຂໍທຶນຮຽນຕໍ່ໃນສາຂາຄູເຄມີສາດ ແລະ ໄດ້ຮັບທຶນຮຽນຕໍ່ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍລາວມີຄວາມຫວັງວ່າຈະກຽມຕົວເພື່ອສອບເສັງເອົາທຶນລັດຖະບານຢີ່ປຸ່ນ

ຫລັງຈາກທີ່ໄດ້ຮຽນຢູ່ ມຊ ເປັນເວລາ 5 ເດືອນ ລາວກໍໄດ້ສອບເສັງເອົາທຶນລັດຖະບານຍີ່ປຸ່ນ ໂດຍສາມາດເສັງຕິດ 1 ໃນ 16 ຄົນຈາກທົ່ວປະເທດ ແລະ ໄດ້ເຂົ້າໄປສຳພາດ ແຕ່ຮອດຂັ້ນຕອນສຸດທ້າຍແມ່ນບໍ່ຜ່ານ ເລີຍຜິດຫວັງອີກຄັ້ງ (ຮ້ອງໄຫ້ 2 ມື້) ແຕ່ພໍມາຄິດທົບທວນ ແລ້ວ ຈຶ່ງຮູ້ວ່າ ການຮຽນຄູເຄມີ ແລະ ຮຽນໃນສິ່ງທີ່ຕົນເອງມັກນີ້ຖືວ່າເປັນສິ່ງທີ່ດີ ແລະ ອາດຈະສ້າງປະໂຫຍດໃຫ້ກັບສັງຄົມໄດ້ຫລາຍຄືກັນ ຊຶ່ງຕົວເອງກໍມີຄວາມສຸກ ເລີຍເອົາໃຈໃສ່ເຕັມທີກັບການຮຽນໃນ ມ.ຊ ຕໍ່.

ຍ້ອນຄວາມຕັ້ງໃຈໃນການຮໍ່າຮຽນ ແລະ ເສັງໄດ້ຄະແນນດີ ໃນປີ1 ຈຶ່ງໄດ້ຮັບທຶນ NaGaO ຊຶ່ງເປັນທຶນການຊ່ວຍເຫຼືອຂອງລັດຖະບານຢີ່ປຸ່ນ ຈົນຮຽນຈົບ ມຊ ໃນສາຂາ ຄູເຄມີສາດ ສົກຮຽນ 2018-2019 ດ້ວຍຄະແນນ 3,61 (ເກຣດ B+).

ໃນໄລຍະເວລາທີ່ຮຽນ ປີ 1- ປີ4 ຢໍ້ຫາ ໄດ້ ສອນບຳລຸງພິເສດໃຫ້ນັກຮຽນ ມ.4 ແລະ ມ.7 ເຮັດໃຫ້ນັກຮຽນສາມາດເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບເມືອງ, ແຂວງ ແລະ ລະດັບຊາດ ຫຼາຍຄົນ ພິເສດແມ່ນນ້ອງຊາຍແທ້ໆຂອງລາວ 2 ຄົນ ເຊິ່ງຜູ້ອ້າຍສາມາດສອບເສັງໄດ້ທີເສັງໄດ້ທີ1 ຂອງເມືອງແປກ, ທີ1 ຂອງແຂວງ ຊຽງຂວາງ ທີ 4 ໃນລະດັບຊາດ ແລະ ຜູ້ນ້ອງສອບເສັງໄດ້ທີ 2 ຂັ້ນເມືອງ ວິຊາ ເຄມີສາດ.

ສ່ວນໃນໄລຍະພັກແລ້ງຂອງແຕ່ລະປີຈະຮວມຕົວກັບຄູ ອາຈານ ແລະ ໝູ່ເພື່ອນອະດີດນັກຮຽນເກັ່ງຫລາຍໆຄົນເປີດສອນພິເສດ, ໃຫ້ຄຳແນະນຳ ແລະ ເທັກນິກການແກ້ຂໍ້ສອບກຽມເຂົ້າມະຫາໄລຕ່າງໆໃນປະເທດລາວ ແລະ ສອບເສັງໄປຕ່າງປະເທດ

ຢໍ້ຫາ ໄດ້ເລີ່ມຂຽນປຶ້ມກ່ຽວກັບເຄມີ ແລະ ຄະນິດສາດ ຫລາຍໆເຫລັ້ມ ເລີ່ມແຕ່ຕອນທີ່ຮຽນປີ 3 ເຊັ່ນ: ປຶ້ມປະກອບການຮຽນ ມ.1-7 , ປຶ້ມກຽມເສັງນັກຮຽນເກັ່ງ, ປຶ້ມກຽມເສັງເຂົ້າມະຫາວິທະຍາໄລ ແລະ ອື່ນໆ ແຕ່ບໍ່ໄດ້ພິມອອກຈຳໜ່າຍເພາະໃນການພິມອອກຕ້ອງໃຊ້ງົບປະມານຈຳນວນຫຼາຍສິບລ້ານ ແຕ່ຍ້ອນຄວາມໄຝ່ຝັນ ທີ່ຈະໄດ້ເງິນມາສ້າງປຶ້ມດີໆໃຫ້ກັບນ້ອງນ້ອຍເຍົາວະເຍົາລາວເຮົາໄດ້ຊົມໃຊ້ໄປໃນອີກຫລາຍສິບປີ ຊຶ່ງຖ້າເຮັດໄດ້ມັນຄືຄວາມພູມໃຈທີ່ສຸດຂອງລາວ ລາວຈຶ່ງໄດ້ເຮັດວຽກເສີມ, ຂາຍເຄື່ອງ, ສອນພິເສດ ຄ່ອຍໆຫາເງີນເກັບອອມ ຮຽນໄປນຳຫາເງິນສົ່ງຕົວເອງຮຽນ ແລະ ເກັບອອມເພື່ອພິມປຶ້ມໄປນຳ ພໍຮຽນຈົບປີ 4 ສົກຮຽນ 2018-2019 ກໍໄດ້ຕີພິມເຂົ້າເຫລັ້ມ ປຶ້ມຫົວທຳອິດ ຄື: ປຶ້ມ ລວມສູດເຄມີສາດ ຈຳນວນ 2000ຫົວ (20ລ້ານກີບ) ຊຶ່ງເປັນປຶ້ມສູດເຄມີ ຫົວທຳອິດຂອງປະເທດລາວ ຊຶ່ງກໍຖືວ່າໄດ້ຮັບການສະໝັບສະໜູນຈາກຄູອາຈານ ແລະ ນັກຮຽນຈຳນວນຫລາຍ ສາມາດ ຂາຍໄດ້ 1000 ເຫລັ້ມພາຍໃນ 1 ເດືອນ.

ນອກຈາກນີ້ ຢໍ້ຫາຍັງໄດ້ສ້າງຕັ້ງສູນສອນອອນໄລນ໌ ຊຶ່ງເປັນສູນທີ່ສອນກ່ຽວກັບການຈັດການຮຽນ-ການສອນທາງອອນລາຍ ການສ້າງຄອສ໌ອອນລາຍຕ່າງໆ ບໍ່ວ່າຈະເປັນການສອນທັກສະດ້ານຄອມພີວເຕີ, ພາສາ, ຄະນິດສາດ, ເຄມີສາດ, ຟີຊິກສາດ ແລະ ອຶ່ນໆ ແລະ ທີ່ສໍາຄັນ ພາຍຫຼັງທີ່ໄດ້ເຮັດວີດີໂອແນະນໍາວິທີການຮຽນຕ່າງໆ ລົງທາງເຟສບຸກ ແມ່ນໄດ້ຮັບກະແສຕອບຮັບທີ່ດີຈາກສັງຄົມເປັນຈໍານວນຫຼາຍ ເຊິ່ງໃນປັດຈຸບັນ ຢໍ້ຫາມີຜູ້ຕິດຕາມເຟສບຸກ ເຖິງ 3 ໝື່ນກວ່າຄົນ, ບາງວີດີໂອ ມີຍອດຜູ້ຮັບຊົມ ສູງເຖິງ 6 ແສນກວ່າວິວ, ຍອດແຊຣ 1 ໝື່ນກວ່າຄັ້ງ.

ພາຍຫຼັງຮຽນຈົບປະລິຍາຕີຈາກ ມ.ຊ ແມ່ນຍັງບໍ່ທັນໄດ້ໄປສະໝັກວຽກເທື່ອ ແຕ່ກໍເປັນຄູຮັບເຊີນສອນບຳລຸງນັກຮຽນເກັ່ງໃຫ້ໂຮງຮຽນຕ່າງໆ ແລະ ນ້ອງໆນັກຮຽນຫຼາຍໆຄົນ ເຊິ່ງສາເຫດທີ່ຍັງບໍ່ທັນໄປສະໝັກວຽກປະຈຳ ເພາະຍັງຕ້ອງການຮຽນຮູ້ທັກສະດ້ານຄອມພິວເຕີ ເວັບໄຊຕ໌ ໂປຣແກຣມຕ່າງໆທີ່ຈະຊ່ວຍພັດທະນາລະບົບການສຶກສາທາງໄກ (ການຮຽນ-ການສອນ online) ແລະ ຍັງພະຍາຍາມຫາທຶນເພຶ່ອຮຽນຕໍ່ປະລິຍາໂທກ່ຽວກັບດ້ານການສອນ ແລະ ດ້ານຄອມພິວເຕີຕື່່ມອີກ.

ບອກໄດ້ເລີຍວ່າ ບ່າວຄົນນີ້ເປັນຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມມານະອົດທົນ ເຖິງແມ່ນ ລາວ ຈະຜິດຫວັງກັບການສອບເສັງນັກຮຽນເກັ່ງລະດັບຊາດ ແຕ່ລາວ ກໍາສາມາດ ຝຶກຝົນຕົນເອງ ຈົນສາມາດປະສົບຜົນສໍາເລັດໃນຫຼາຍໆເລື່ອງໃນປັດຈຸບັນ ເຊິ່ງຖືວ່າເປັນຕົວຢ່າງທີ່ດີ ໃຫ້ກັບນ້ອໆຫຼາຍຄົນໄດ້ປະຕິບັດຕາມ.

ສໍາລັບໃຜທີ່ຢາກຮຽນ ແລະ ຢາກສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບລາຍລະອຽດ ແລະ ຊ່ອງທາງການສອນ ສາມາດຕິດຕາມໄດ້ທີ່:

ແຟນເພຈ: ສູນສອນອອນໄລນ໌

ຢູທູບ : ສູນສອນອອນໄລນ໌

ແຟນເພຈ: Yorheart Hang ອ.ຈ ໂຢ

Email : yorheartotc@gmail.com

ທີ່ມາ:  GooD Students in LPB ນັກຮຽນເກັ່ງ ແຂວງຫຼວງພະບາງ