ເຂົ້າໜົມໝາກງາ ເຮັດກິນເອງງ່າຍໆ

234

ທຸກຄົນອາດຈະເຄີຍກິນເຂົ້າໜົມໝາກງາໄສ້ຖົ່ວເຫຼືອງ ມື້ນີ້ປ່ຽນມາເປັນເຂົ້າໜົມງາໄສ້ຖົ່ວແດງ, ສູດແປ້ງ ແລະ ເປັນເຂົ້າໜົມທີ່ສາມາດເຮັດກິນເອງງ່າຍໆ ຫຼື ຈະເຮັດຂາຍກໍໄດ້, ໃຊ້ສ່ວນປະສົມໜ້ອຍ ແລະ ວິທີເຮັດກໍບໍ່ຫຍຸ້ງຍາກ.

ສ່ວນປະສົມ: ແປ້ງເຂົ້າໜຽວ 150 ກຣາມ, ແປ້ງເຂົ້າຈ້າວ 50 ກຣາມ, ນ້ຳຕານ 1 ບ່ວງແກງ, ເກືອ 1/2 ບ່ວງກາເຟ, ນ້ຳກະທິ 80 ມິນລີລິດ, ນໍ້າສະອາດ 80 ມິນລີລິດ, ກວນຖົ່ວແດງຕາມໃຈມັກ ( ເຮັດເປັນໄສ້ ), ງາຂາວ ແລະ ງາດຳປະສົມກັນ, ນ້ຳມັນສຳລັບຈືນ.

ວິທີປຸງແຕ່ງ:

1 ນຳແປ້ງເຂົ້າໜຽວ, ແປ້ງເຂົ້າຈ້າວ, ນ້ຳຕານ, ເກືອ, ນ້ຳກະທິ ແລະ ນ້ຳສະອາດໃສ່ຊາມ ແລ້ວປະສົມ ຫຼື ນວດຈົນເຂົ້າກັນດີ. ຈາກນັ້ນ, ເອົາກວນໝາກຖົ່ວແດງມາປັ້ນເປັນກ້ອນມົນໄວ້ບໍ່ຄວນເຮັດກ້ອນໃຫຍ່ຫຼາຍເພາະເຮົາເຮັດເປັນໄສ້ ແລະ ຍັງຈະເອົາແປ້ງມາປັ້ນທັບໃສ່ຕື່ມອີກ.

width=”600″/>
2 ເມື່ອປັ້ນຖົ່ວແດງຮຽບຮ້ອຍແລ້ວກໍປັ້ນແປ້ງທັບລົງໃຫ້ເປັນກ້ອນ ແລະ ນຳເອົາງາຂາວທີ່ປະສົມງາດຳແລ້ວໂຮຍໃສ່ໃຫ້ທົ່ວ. ຫຼັງຈາກນັ້ນ, ກໍເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງພໍຮ້ອນກໍເອົາລົງຈືນຈົນເປັນສີເຫຼືອງງາມ ຫຼື ສຸກຈຶ່ງຕັກຂຶ້ນໃຫ້ສະເດັດນ້ຳມັນພ້ອມເສີບ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: kapok