ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ມອບເງິນ 117 ລ້ານກີບ ໃຫ້ທະຫານແຂວງອັດຕະປື

301

ວັນທີ 27 ເມສາ 2020 ນີ້ ທ່ານ ພອນສະຫວັນ ໄຊທະນາສີ ຫົວໜ້າຫ້ອງການບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ປະຈໍາສາຂາແຂວງອັດຕະປື ພ້ອມຄະນະ ໄດ້ນຳເອົາວັດຖຸປັດໄຈ ເປັນເງິນສົດຈຳນວນ 117 ລ້ານກີບ ມອບໃຫ້ກອງບັນຊາການທະຫານແຂວງ ອັດຕະປື ເພື່ອເປັນການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ການຈັດຊື້ພາຫະນະທີ່ຈໍາເປັນນໍາໃຊ້ເຂົ້າໃນການປົກປັກຮັກສາເຂດນ້ຳແດນດິນ ແລະ ສ້າງສາພັດທະນາປະເທດຊາດໄປພ້ອມໆກັນ.

ກ່າວຮັບໂດຍ ທ່ານ ພັນເອກ ໂຊກໄຊ ພິມມະລາ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງ,  ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ສະແດງ ຄວາມຂອບອົກຂອບໃຈ ແລະ ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືປະກອບສ່ວນຂອງບໍລິສັດ ທີ່ເຫັນໄດ້ຄວາມຈຳເປັນທາງດ້ານຍຸດທະສາດການທະຫານ ແລະ ຂໍຢືນຢັນວ່າພວກເຮົາຈະນຳເອົາວັດຖຸດັ່ງກ່າວນຳໃຊ້ໃຫ້ເປັນປະໂຫຍດ, ມີຜົນສຳເລັດ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ໂອກາດນີ້ ທ່ານ ພັນເອກ ໂຊກໄຊ ພິມມາລາ ຍັງໄດ້ມອບໃບກຽດຕິຄຸນໃຫ້ຢ່າງສົມກຽດ.

ຂ່າວ: ສົມສະຫວິນ