ອົງກອນຕ້ອງພິຈາລະນາຫຍັງແດ່ເມື່ອພະນັກງານເຮັດວຽກຢູ່ເຮືອນ

87

ການເຮັດວຽກຢູ່ເຮືອນໃນໄລຍະວິກິດໂຄວິດ – 19 ຖືເປັນທາງອອກທີ່ດີສໍາລັບທຸກຄົນ ພາສາອັງກິດຂຽນວ່າ: “ Work From Home ” ເຊິ່ງຜູ້ບໍລິຫານອົງກອນ ຫຼື ເຈົ້າຂອງທຸລະກິດໄດ້ມີການກະກຽມມາກ່ອນແລ້ວ. ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບສະຖານະການ ແລະ ເປັນໄປຕາມນະໂຍບາຍຂອງພາກລັດ ເພື່ອເຮັດແນວໃດໃຫ້ທຸລະກິດສືບຕໍ່ດໍາເນີນຢູ່ ແລະ ພະນັກງານກໍໄດ້ຮັບເງິນເດືອນປົກກະຕິ ເນື່ອງຈາກພະຍາດດັ່ງກ່າວໄດ້ເຮັດໃຫ້ການເຮັດວຽກຢູ່ເຮືອນກາຍເປັນທາງເລືອກໃໝ່ສໍາຂອງຄົນໃນທົ່ວສັງຄົມ.

ຜູ້ອໍານວຍການຂອງບໍລິສັດທີ່ປຶກສາທາງດ້ານການເງິນແຫ່ງໜຶ່ງ ເພິ່ນໃຫ້ທັດສະນະວ່າ: ຕອນນີ້ພວກເຮົາກໍາລັງຖືກກົດດັນໃຫ້ທົດລອງເຮັດວຽກຢູ່ເຮືອນຄັ້ງໃຫຍ່ໃນຮອບຫຼາຍປີ. ສະນັ້ນ, ໃນຖານະທີ່ເປັນຜູ້ບໍລິຫານກໍຕ້ອງໄດ້ຄິດໜັກຫຼາຍເຕີບ ເພື່ອເຮັດແນວໃດໃຫ້ທຸລະກິດດໍາເນີນໄປຕໍ່ປົກກະຕິ ແລະ ເຮັດວຽກຢູ່ເຮືອນໄດ້ຢ່າງລຸລ່ວງ ເຊິ່ງແຜນການ ຫຼື ຂໍ້ກໍານົດຕ່າງໆກໍຕ້ອງໄດ້ມີການຢືດຢຸ່ນອອກໄປ ເພື່ອພິຈາລະນາວ່າວຽກໃດທີ່ຕ້ອງໄດ້ປັບຕົວໃຫ້ເຂົ້າກັບຮູບແບບການເຮັດວຽກ Work From Home ປະກອບມີລຸ່ມນີ້:

1 ການສື່ສານຢ່າງເປີດເຜີຍ ແລະ ສະໝໍ່າສະເໝີ: ອົງກອນຕ້ອງແຈ້ງໃຫ້ພະນັກງານຮັບຮູ້ເຖິງເນື້ອໃນສໍາຄັນ ແລະ ວິທີການຕ່າງໆທີ່ໃຊ້ໃນການເຮັດວຽກຢູ່ເຮືອນ ເພື່ອໃຫ້ໄດ້ຮັບຂໍ້ມູນ – ຂ່າວສານຢ່າງທົ່ວເຖິງ ໂດຍຜ່ານຊ່ອງທາງອອນລາຍປະເພດຕ່າງໆ ເຊັ່ນ: ເຟສບຸ໊ກ, ເວັບໄຊ, ວັອດແອັບ ແລະ ອື່ນໆ ເພາະເຊື່ອວ່າການສື່ສານແບບໂດຍກົງໄປ – ມາ ຈະເຮັດໃຫ້ສາມາດແກ້ວຽກໄດ້ໄວກັບສະພາບການ ແລະ ປະຢັດເວລາ.

2 ປະສິດທິພາບຂອງໜ້າວຽກເກີດຈາກຄວາມເຊື່ອໝັ້ນພະນັກງານ: ຄວາມໄວ້ເນື້ອເຊື່ອໃຈພະນັກງານພາຍໃນອົງກອນຖືເປັນປັດໄຈພື້ນຖານແຫ່ງຄວາມສໍາເລັດ ເຮົາຈະຮູ້ໄດ້ວ່າໃຜເຮັດວຽກໄດ້ ຫຼື ບໍ່ໄດ້ນັ້ນມັນຂຶ້ນກັບປະສິດທິພາບຂອງໜ້າວຽກທີ່ໄດ້ຮັບມອບໝາຍ, ຫາກພະນັກງານສາມາດເຮັດວຽກໄດ້ຕາມແຜນ ຫຼື ເກີນແຜນກໍຖືວ່າເຂົາເຈົ້າມີ ຄວາມຮັບຜິດຊອບສູງ, ແຕ່ຖ້າວຽກໃດທີ່ບໍ່ສໍາເລັດຖືວ່າພະນັກງານຄົນນັ້ນຂາດຄວາມເອົາໃຈໃສ່ຕໍ່ໜ້າທີ່ ເຊິ່ງຕ້ອງໄດ້ມີການກ່າວເຕືອນ ຫຼື ສຶກສາອົບຮົມກັນຢ່າງຮີບດ່່ວນ.

3 ນໍາໃຊ້ເຕັກໂນໂລຊີໃຫ້ຫຼາຍຂຶ້ນ: ເຕັກໂນໂລຊີມີບົດບາດສໍາຄັນຢ່າງຍິ່ງຕໍ່ການສື່ສານໃນຍຸກປັດຈຸບັນ ແລະ ການເຮັດວຽກຢູ່ເຮືອນຖືວ່າຕ້ອງໄດ້ນໍາມາໃຊ້ແນ່ນອນ ແຖມຍັງເປັນຕົວຊ່ວຍໃນການຮຽນຮູ້ ແລະ ເພີ່ມໂອກາດໃນການພັດທະນາຕົນເອງສູງ ເພາະເຮົາໄດ້ໃຊ້ຜົນປະໂຫຍດຈາກເຕັກໂນໂລຊີເຂົ້າໃນໜ້າວຽກຈາກການເຮັດວຽກຢູ່ເຮືອນໄດ້ເປັນຢ່າງດີ, ແຕ່ໃນກໍລະນີລະບົບດັ່ງກ່າວບໍ່ພຽງພໍກັບຄວາມຕ້ອງການໃຊ້ງານ ທາງອົງກອນກໍຕ້ອງໄດ້ຊອກຫາເພື່ອຊຸກຍູ້ໃຫ້ແຜນວຽກເປັນໄປຕາມນະໂຍບາຍທີ່ວາງໄວ້ໃນທຸກໆອາທິດ ຫຼື ທຸກໆເດືອນ.

4 ກຽມແຜນສໍາຮອງໃນການເຮັດວຽກຢູ່ເຮືອນ: ການເຮັດວຽກຢູ່ເຮືອນໃນເວລານີ້ຖືເປັນໂອກາດຄັ້ງສໍາຄັນຂອງອົງກອນ ຫຼື ຫົວໜ່ວຍທຸລະກິດທີ່ຈະໄດ້ກຽມຄວາມພ້ອມຮັບມືໃນອະນາຄົດ ເພື່ອໃຫ້ພະນັກງານກໍຄືຫົວໜ້າສາຍງານໄດ້ມີທາງເລືອກເພີ່ມຕື່ມທີ່ເອື້ອອໍານວຍຕໍ່ການເຮັດວຽກຢູ່ເຮືອນໄດ້ຢ່າງເຕັມທີ່ ເພາະການເຮັດວຽກຢູ່ເຮືອນສາມາດຫຼຸດເວລາໃນການເດີນທາງໄດ້ຫຼາຍສົມຄວນ ໂດຍສະເພາະແມ່ນພະນັກງານປະຈໍາກໍຈະມີເວລາຢູ່ໃກ້ຊິດກັບຄອບຄົວຫຼາຍຂຶ້ນ.

ສໍາລັບຄວາມຈໍາເປັນຂອງການເຮັດວຽກຢູ່ເຮືອນ ເພື່ອເຮັດໃຫ້ທຸລະກິດສາມາດເດີນໜ້າຕໍ່ໄປໄດ້ນັ້ນ  ເປັນສັນຍານສົ່ງເຖິງເຈົ້າຂອງບໍລິສັດ ຫຼື ເຈົ້າຂອງກິດຈະການວ່າ: ເຖິງເວລາແລ້ວທີ່ເຮົາຈະຕ້ອງກັບມາທົບທວນນະໂຍບາຍ ແລະ ປັບໂຄງສ້າງຄືນໃໝ່ ເພື່ອໃຫ້ການເຮັດວຽກຢູ່ເຮືອນຄືກັນກັບການມາວຽກຢູ່ຫ້ອງການປົກກະຕິ.

ໂດຍ: ສົມສ ະຫວິນ