ປາ​ທູ ລາ​ຄາ​ບໍ່​ແພງ, ມີ​ຄຸນ​ຄ່າ​ທາງ​ອາ​ຫານຫຼາຍ​ຢ່າງ

228

​ປາ​ທູ​ເປັນ​ອາ​ຫານ​ປະ​ເພດ​ໜຶ່ງ​ທີ່​ເຮົາ​ນິ​ຍົມ​ເອົາ​ມາ​ປຸງ​ແຕ່ງ​ເປັນ​ອາ​ຫານ​ເພື່ອ​ຮັບ​ປະ​ທານ, ບໍ່​ວ່າ​ຈະ​ປີ້ງ, ຈືນ ຫຼື ແກງ ແລະ ອື່ນໆ ແລະ ກໍ​ມີ​ຂາຍ​ທົ່ວ​ໄປ​ຕາມ​ຕະຫຼາດ ເຊິ່ງ​ປາ​ທູ​ກໍ​ມີ​ຄຸນ​ຄ່າ​ທາງ​ອາ​ຫານຫຼາຍ​ຢ່າງ ທັງ​ເປັນ​ໂຕ​ຄຸມ​ກະ​ແສ​ເລືອດ, ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ບຳ​ລຸງ​ສະ​ໝອງ

ປາ​ທູ​ມີ​ສານ​ອາ​ຫານ ວິ​ຕາ​ມິນ​ດີ ຊ່ວຍ​ເສີມ​ສ້າງ​ແຄວ​ຊຽມ ຊ່ອມ​ແຊມ​ກະ​ດູກ ແລະ ແຂ້ວ ປົວ​ລະ​ບົບ​ປະ​ສາດ ການ​ເຮັດ​ວຽກ​ຂອງ​ຫົວ​ໃຈ.

ມີ​ໄອ​ໂອ​ດິນ ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ຮໍ​ໂມນ ຄວບ​ຄຸມ​ການ​ເຮັດ​ວຽກ​ຂອງ​ຮ່າງ​ກາຍ​ໃຫ້​ຈະ​ເລີນ​ເຕີບ​ໂຕ​ຢ່າງ​ປົກ​ກະ​ຕິ.

ມີ​ກົດ​ອະ​ມີ​ໂນ​ໂປ​ຕິນ ທີ່​ຈຳ​ເປັນ​ຕໍ່​ຮ່າງ​ກາຍ​ສູງກວ່າ​ປາ​ຊະ​ນິດ​ອື່ນໆ ໂດຍ​ສະ​ເພາະ ໄຊ​ລີນ ທີ່​ຊ່ວຍ​ເພີ່ມ​ຄວາມ​ແຂງ​ແຮງ​ຂອງງ​ກ້າມ​ເນື້ອ ກະ​ດູກ ເສັ້ນ​ເອັນ ແລະ ຂໍ້ ແລະ ຈຳ​ເປັນຫຼາຍ​ສຳ​ລັບ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເດ​ກັນ້ອຍ.

ມີ​ໂອ​ເມ​ກ້າ​ສາມ ປ້ອງ​ກັນ​ກາ​ນ້​ເກີດ​ກ້ອນ​ໄຂ​ມັນ​ສະ​ໝອງ ຊ່ວຍຫຼຸດ​ການ​ອັກ​ເສບ​ຂອງ​ຮ່າງ​ກາຍ ຊ່ວຍ​ເພີ່ມ​ສັກ​ກະ​ຍະ​ພາບ​ການ​ຮຽນ​ຮູ້ ເພີ່ມ​ສະ​ມາ​ທິ ແລະ ປັບ​ຄວາມ​ສົມ​ດຸນ​ອາ​ລົມ

ແຕ່​ຂໍ້​ລະ​ວັງ​ຜູ້​ຍິງ​ທີ່​ຖື​ພາ​ບໍ່​ຄວນ​ຮັບ​ປະ​ທານ​ປາ​ທູ ລວມ​ທັງ​ປາ ແລະ ສັດ​ນ້ຳ​ປະ​ເພດ​ອື່ນໆຫຼາຍ​ເກີນ​ໄປ ເພາະ​ມັນ​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ພັດ​ທະ​ນາ​ການ​ຂອງ​ເດກ​ໃນ​ທ້ອງ