ກຳປູເຈ້ຍ ແຈ້ງໃຫ້ຄົນຕ່າງປະເທດລົງທະບຽນສະແດງຕົນ ເພື່ອອອກວີຊາໃໝ່ ກ່ອນ 1 ກໍລະກົດ

152

ຄົນຕ່າງປະເທດທຸກຄົນຕ້ອງລົງທະບຽນສະແດງຕົນ ຜ່ານແອັບພລິເຄຊັ່ນ “ຢືນຢັນສະແດງຕົນ” ກ່ອນວັນທີ 1 ກໍລະກົດ ນີ້ ເພື່ອໃຫ້ທາງການອອກວີຊາໃໝ່ໃຫ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເມື່ອວັນພຸດ ທີ 29 ເມສາ ວ່າ ຫ້ອງການກວດຄົນເຂົ້າເມືອງກຳປູເຈຍ ອອກຖະແຫຼງການ ເມື່ອວັນອັງຄານ ຜ່ານມາ ວ່າ ຕັ້ງແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈະເລິ່ມດຳເນີນການຕໍ່ອາຍຸວີຊາໃຫ້ແກ່ຄົນຕ່າງປະເທດທີ່ອາໄສ ແລະ ເຮັດວຽກຢູ່ພາຍໃນປະເທດ ສະເພາະ ຜູ້ທີ່ມີຊື່ລົງທະບຽນຢູ່ໃນຖານຂໍ້ມູນຂອງ “ລະບົບສະແດງສະຖານະເປັນຄົນຕ່າງປະເທດໃນກຳປູເຈຍ (FCPS)” ເທົ່ານັ້ນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และ สถานที่กลางแจ้ง

ດ້ວຍເຫດຜົນນີ້, ກ່ອນເຖິງໄລຍະກຳນົດການ ຄົນຕ່າງປະເທດທີ່ມີຄຸນສົມບັດໃຫ້ປະກອບຂໍ້ມູນສ່ວນຕົວໃຫ້ຄົບຖ້ວນ ເຊິ່ງຈຳເປັນຕ້ອງດາວໂຫຼດ ແອັບພລີເຄຊັ່ນ ລົງໃນໂທລະສັບກ່ອນ ໂດຍສາມາດໃຊ້ໄດ້ທັງລະບົບປະຕິບັດການ ໄອໂອເອັສ ແລະ ແອນດຣອຍ.

ในภาพอาจจะมี 1 คน, กำลังนั่ง, ต้นไม้, ต้นพืช, สถานที่กลางแจ้ง, น้ำ และ ธรรมชาติ

ຂະນະດຽວກັນ, ຫ້ອງການກວດຄົນເຂົ້າເມືອງໄດ້ຂໍຄວາມຮ່ວມມືໄປເຖິງຫ້ອງການຕຳຫຼວດທຸກແຫ່ງໃນກຳປູເຈຍ ໃຫ້ເຜີຍແຜ່ຂັ້ນຕອນປະຕິບັດໃຫ້ແກ່ຜູ້ປະກອບການທີ່ພັກເຊົາທຸກປະເພດ ໃຫ້ລາຍງານຂໍ້ມູນຂອງຄົນຕ່າງປະເທດທີ່ເຂົ້າມາພັກອາໄສໄລຍະສັ້ນ ຫຼື ໄລຍະຍາວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກພາກສ່ວນ ວ່າ ເປັນບຸກຄົນທີ່ໄດ້ຮັບອະນຸຍາດພັກເຊົາຖືກກົດໝາຍໃນປະເທດກຳປູເຈຍ.

ในภาพอาจจะมี 1 คน, กำลังนั่ง, ต้นไม้, จักรยาน, รถมอเตอร์ไซค์, สถานที่กลางแจ้ง และ ธรรมชาติ

ທັງນີ້, ໃນສ່ວນຂອງຜູ້ທີ່ເປັນເຈົ້າຂອງສະຖານທີ່ພັກອາໄສຕ້ອງລົງທະບຽນລູກຄ້າຄົນຕ່າງປະເທດ ໃນແອັບເອັຟຊີພີເອັສ ພາຍໃນ 24 ຊົ່ວໂມງ ຖ້າບໍ່ດັ່ງນັ້ນ ອາດຈະຖືກປັບໄໝ ແລະ ແຂກທີ່ເຂົ້າພັກເປັນຄົນຕ່າງປະເທດກໍ່ຕ້ອງລົງທະບຽນເຊັ່ນກັນ ຖ້າບໍ່ມີຂໍ້ມູນໃນລະບົບໝາຍຄວາມວ່າບຸກຄົນນັ້ນ “ອາໄສຢູ່ກຳປູເຈຍແບບຜິດກົດໝາຍ”.