ປທສ ມອບເວັບໄຊ ແລະ ໂປຣແກຣມມືຖື ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19

304

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ມອບເວັບໄຊເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ( www.covid19.gov.la ) ແລະ ໂປຣແກຣມເທິງມືຖື LaoKYC ( LaoKYC Mobile application ) ໃຫ້ກຽດມອບໂດຍ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມັນຕີກະຊວງ ປທສ ແລະ ໃຫ້ກຽດຮັບໂດຍ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມັນຕີກະຊວງ ສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍຄະນະ.


ເວັບໄຊໂຄວິດ – 19 ແລະ ໂປຣແກຣມມືຖື LaoKYC ແມ່ນໜຶ່ງໃນການຮ່ວມມືດ້ານວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຂອງກະຊວງ ປທສ, ກະຊວງສາທາລະນະສຸກ, ບໍລິສັດ ໄຊເບີເຣຍ, ບໍລິສັດ LaiLaoLab ແລະ ບໍລິສັດ SB Lab 856 ຈຳກັດ ເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການໃນຕົ້ນເດືອນເມສາ 2020 ທີ່ຜ່ານມານີ້.
ເວັບໄຊໂຄວິດ – 19 ໄດ້ກາຍເປັນເຄື່ອງມືໃຫ້ແກ່ຄະນະສະເພາະກິດ ແລະ ກະຊວງກ່ຽວຂ້ອງ ໂດຍສະເພາະໃນການເຜີຍແຜ່ ແລະ ສະໜອງຂໍ້ມູນ – ຂ່າວສານ, ເອກະສານທາງການຂອງລັດຖະບານເວົ້າລວມ ເວົ້າສະເພາະກໍຄືມະຕິ, ຄຳສັ່ງ, ແຈ້ງການ, ບົດແນະນຳ, ວິດີໂອຖະແຫຼງຂ່າວປະຈຳວັນ, ບັນດາຂໍ້ມູນ – ຂ່າວສານ ການເຄື່ອນໄຫວຂອງຄະນະສະເພາະກິດ ແລະ ລັດຖະບານທີ່ຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19.


ນອກນັ້ນ, ເວັບໄຊຍັງໄດ້ເຊື່ອມໂຍງກັບລະບົບບໍລິການ, ການເຜີຍແຜ່ຂໍ້ມູນທີ່ຕິດພັນກັບວຽກງານດັ່ງກ່າວ ເຊິ່ງບັນດາລະບົບໂປຣແກຣມທີ່ທາງ ກະຊວງ ປທສ ຮ່ວມກັບ ບໍລິສັດ ພັດທະນາຊັອຟແວຣ໌ ຂອງລາວທີ່ພັດທະນາຂຶ້ນມາ ເຊັ່ນ: ລະບົບ Dashboard ລາຍງານຂໍ້ມູນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ຂອງ ສປປ ລາວ, ອາຊຽນ ແລະ ສາກົນ ເຊິ່ງສາມາດສະແດງຂໍ້ມູນແບບ Real-time, ລະບົບສົນທະນາ ແລະ ສອບຖາມຂໍ້ມູນ ( Chatbot ) ທີ່ສາມາດນຳໃຊ້ໃນການສອບຖາມຂໍ້ມູນ – ຂ່າວສານທີ່ຕິດພັນກັບພະຍາດໂຄວິດ – 19, ລະບົບຕິດຕາມ – ເຝົ້າລະວັງການລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂລກໂຄວິດ – 19 ເທິງລະບົບມືຖື ( LaoKYC Mobile application ) ເຊິ່ງຜູ້ໃຊ້ສາມາດເຂົ້າຫາ ແລະ ນໍາໃຊ້ບັນດາລະບົບຕ່າງໆເທິງເວັບໄຊດັ່ງກ່າວໄດ້.


ຄຽງຄູ່ກັນນັ້ນ, ຍັງໄດ້ມີການພັດທະນາໂປຣແກຣມມືຖື LaoKYC ເພື່ອອຳນວຍຄວາມສະດວກ ແລະ ສ້າງຜົນປະໂຫຍດໃຫ້ແກ່ຄະນະສະເພາະກິດ ແລະ ຄະນະຮັບຜິດຊອບ ເປັນຕົ້ນແມ່ນການຊ່ວຍຕິດຕາມຂໍ້ມູນການເດີນທາງຂອງຜູ້ຕິດເຊື້ອຕັ້ງແຕ່ມື້ລົງທະບຽນ, ຕິດຕາມເສັ້ນທາງການເຄື່ອນໄຫວຂອງຜູ້ໃຊ້ທີ່ລົງທະບຽນ ແລະ ສ້າງລາຍຊື່ຜູ້ທີ່ມີຄວາມສ່ຽງໃນວົງລັດສະໝີ 10 ແມັດ ( ຜູ້ສຳຜັດໃກ້ຊິດ ) ຂອງຜູ້ຖືກບົ່ງມະຕິຕິດເຊື້ອ Covid – 19 ເຊິ່ງບັນດາຂໍ້ມູນດັ່ງກ່າວຈະສາມາດນຳໃຊ້ເປັນບ່ອນອີງໃນການແຈ້ງໃຫ້ຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອໃຫ້ປະຕິບັດຕາມຫຼັກການຈໍາກັດບໍລິເວນໄດ້ຢ່າງມີປະສິດທິພາບ, ທັນການ ແລະ ຄະນະສາມາດແຈ້ງເບີໂທ ຫຼື ຊື່ຂອງຜູ້ຕິດເຊື້ອໃຫ້ກະຊວງ ປທສ ເພື່ອທຳການວິເຄາະປະກອບລາຍຊື່ຜູ້ຕົກຢູ່ໃນເຂດສຸ່ມສ່ຽງໃນການແຈ້ງເຕືອນລ່ວງໜ້າເພື່ອຈໍາກັດບໍລິເວນ 14 ວັນ.


ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ການສ້າງເວັບໄຊ Covid – 19 ແລະ ໂປຣແກຣມເທິງລະບົບມືຖື LaoKYC ກໍເພື່ອຊ່ວຍໃຫ້ການເຜີຍແຜ່, ການສະແດງຂໍ້ມູນສະຖິຕິຂອງຜູ້ຕິດເຊື້ອ, ຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດໃຫ້ພະນັກງານ, ນັກຮຽນ, ນັກສຶກສາ ລວມໄປເຖິງພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຖິງຂ່າວສານກ່ຽວກັບພະຍາດໂຄວິດທີ່ເປັນຂໍ້ມູນຈິງຈາກຄະນະສະເພາະກິດ ເຊິ່ງເວັບໄຊ Covid – 19 ແມ່ນສ້າງຂຶ້ນເພື່ອຮັບໃຊ້ສະເພາະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະ ແລະ ໂປຣແກຣມລະບົບມືຖື LaoKYC ກໍຊ່ວຍໃນການຕິດຕາມການເຄື່ອນໄຫວຂອງຜູ້ລົງທະບຽນ ( ຜູ້ຕິດເຊື້ອ ) ແລະ ຜູ້ສໍາຜັດໃກ້ຊິດ ເພື່ອແຈ້ງໃຫ້ຜູ້ມີຄວາມສ່ຽງປະຕິບັດຕາມຫຼັກການທີ່ທາງລັດຖະບານວາງອອກຢ່າງເຂັ້ມງວດ.
ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ເມສານີ້ ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ.

( ເນື້ອໃນ – ຮູບ: ກະຊວງ ປທສ )