ໂຄວິດກະທົບໜັກ ທ່ອງທ່ຽວລາວຫຼຸດລົງເກືອບ 20%, ລັດຖະບານໃຫ້ຮີບຮ້ອນຟື້ນຟູ

110

ໃນໄລຍະ 3 ເດືອນຕົ້ນປີ 2020 ຈຳນວນນັກທ່ອງທ່ຽວເຂົ້າມາສປປ ລາວ ຫລຸດລົງເຖິງ 17% ຖ້າທຽບໃສ່ ໄລຍະດຽວກັນຂອງປີ 2019 ທີ່ລາວເຮົາໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 1 ລ້ານກວ່າຄົນ, ຂະນະທີ່ປີ 2020 ມີພຽງແຕ່ 886.000 ກວ່າຄົນ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ມີຜູ້ຕິດເຊື້ອຫຼັກລ້ານຄົນ, ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ອຸດສາຫະກໍາການທ່ອງທ່ຽວ.

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ໃນກອງປະຊຸມທາງໄກຜ່ານ (ວິດີໂອ) ສະໄໝພິເສດລັດຖະມົນຕີທ່ອງທ່ຽວອາຊຽນ ວັນທີ 29 ເມສາ 2020 ນີ້ວ່າ: ສະເພາະ ສປປ ລາວ ຫົວໜ່ວຍທຸລະກິດທ່ອງທ່ຽວ ໄດ້ຮັບຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ ເປັນຕົ້ນແມ່ນ ໂຮງແຮມຈໍານວນ 637 ແຫ່ງ; ຣີສອດ, ເຮືອນພັກ 2.283 ແຫ່ງ; ຫ້ອງນອນ 55.000 ກວ່າຫ້ອງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວອື່ນໆ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ພ້ອມນີ້, ບັນດາກິດຈະກໍາການທ່ອງທ່ຽວ ແລະ ວັດທະນະທໍາທັງໝົດ ຍັງໄດ້ຖືກໂຈະ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປ ເຊັ່ນ: ການປະກາດມໍລະດົກໂລກ ທົ່ງໄຫຫີນຊຽງຂວາງ, ບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ. ມາຮອດປັດຈຸບັນ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າສະຖານະການທີ່ຮ້າຍແຮງນີ້ ຍັງຄົງຈະສືບຕໍ່ແກ່ຍາວໄປອີກໄລຍະໜຶ່ງ.

ທ່ານ ກິແກ້ວ ໄຂຄໍາພິທູນ ຍັງກ່າວອີກວ່າ: ສປປ ລາວ ເຫັນດີເປັນເອກະພາບໃນລະດັບສູງ ຕໍ່ມາດຕະການ, ກົນໄກການຈັດຕັ້ງ ປະຕິບັດເພື່ອ ຕອບໂຕ້ຕໍ່ເຊື້ອພະຍາດໂຄວິດ-19 ແລະ ຖະແຫລງການຮ່ວມຂອງລັດຖະມົນຕີທ່ອງທ່ຽວອາຊຽນ ວ່າດ້ວຍການເພີ່ມທະວີການຮ່ວມມື ເພື່ອຟື້ນຟູການທ່ອງທ່ຽວອາຊຽນ ແລະ ສະເໜີໃຫ້ບັນດາທ່ານ ຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ສືບຕໍ່ຮ່ວມມືກັນ ຜັນຂະຫຍາຍຂໍ້ສະເໜີຕ່າງໆ ໃນກອງະຊຸມນີ້ ໃຫ້ເປັນແຜນການຈັດຕັ້ງປະຕິບັດຕົວຈິງໂດຍໄວ ແລະ ໃຫ້ມີການຈັດຕັ້ງປະຕິບັດທີ່ເປັນຮູບປະທໍາ.

ເຊິ່ງໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ລັດຖະບານໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດດັ່ງກ່າວ ໂດຍເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ຍົກເອົາບັນຫາການທ່ອງທ່ຽວຂຶ້ນປຶກສາຫາລືເຫັນວ່າຕ້ອງມີນະໂຍບາຍໃນການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພື່ອສາມາດກັບມາເຄື່ອນໄຫວຄືປົກກະຕິໂດຍໄວ.