ທຣຳ ລົງນາມຫ້າມບໍລິສັດຊີ້ນສຳເລັດຮູບ ຢຸດເຊົາການຜະລິດໄລຍະໂຄວິດ-19

160

ປະທານາທິບໍດີໂດນັລ ທຣຳ ປະກາດໃຫ້ໂຮງງານຊີ້ນສຳເລັດຮູບ ເປັນພື້ນຖານໂຄງຮ່າງຈຳເປັນ ສຳລັບຕ່ອງໂສ້ສະໜອງອາຫານ ແລະ ຫ້າມຢຸດພັກການຜະລິດ ໃນໄລຍະວິກິດການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 28 ເມສາ ວ່າ ປະທານາທິບໍດີໂດນັລ ທຣຳ ຜູ້ນຳສະຫະລັດ ໄດ້ເຊັນລົງນາມໃນຄຳສັ່ງ ເມື່ອວັນອັງຄານ ຜ່ານມາ ໂດຍໃຊ້ອຳນາດກົດ ໝາຍການຜະລິດເພື່ອປົກປ້ອງ ສະບບັບປີ 1950 ກຳນົດໃຫ້ໂຮງງານຊີ້ນສຳເລັດຮູບ “ເປັນພື້ນຖານໂຄງຮ່າງທີ່ຈຳເປັນ” ໃນສະຫະລັດ ໄລຍະວິກິດການແຜ່ລະບາດຂອງໂຄວິດ-19 ເຊິ່ງພາຍໃນປະເທດມີຜູ້ປ່ວຍສະສົມຫຼາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດເກືອບ 60 ພັນຄົນ.

ທັງນີ້, ໂຮງງານແປຮູບຊີ້ນສັດຫຼາຍກວ່າ 20 ແຫ່ງ ໃນສະຫະລັດ ໄດ້ແກ່: ຊີ້ນໄກ່, ຊີ້ນໝູ ແລະ ຊີ້ນງົວ. ໄດ້ຢຸດການຜະລິດຊົ່ວຄາວ ທັງອີງຕາມຄຳສັ່ງຂອງລັດຖະບານທ້ອງຖິ່ນ ແລະ ນະໂຍບາຍຂອງແຕ່ລະບໍລິສັດ ເພື່ອຫຼຸດຄວາມສ່ຽງຈາກວິກິດການແຜ່ລະບາດ. ຢ່າງໃດກໍ່ຕາມ, ຄຳສັ່ງຂອງທ່ານທຣຳ ລະບຸວ່າ ການປິດໂຮງງານຜະລິດອາຫານໃນໄລຍະວິກິດການລະດັບປະເທດນີ້ ອາດຈະມີຜົນກະທົບໄລຍະຍາວສຳລັບຕ່ອງໂສ້ການສະໜອງຊີ້ນ ແລະ ການຄຸ້ມຄອງອື່ນໆທີ່ກ່ຽວຂ້ອງ.

ຄຳສັ່ງຂອງຜູ້ນຳສະຫະລັດ ມີຂຶ້ນ ຫຼັງຈາກບໍລິສັດໄທສັນ ຟູດ ທີ່ເປັນໜຶ່ງໃນບໍລິສັດອາຫານລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງມີສຳນັກງານໃຫຍ່ຢູ່ເມືອງສະປຣິງເດລ ລັດອາຄັນຊໍ ໄດ້ລົງໂຄສະນາເຕັມໜ້າໜັງສືພິມ ເດິ ນິວຢອກ ໄທມ໌ ແລະ ໜັງສືພິມທີ່ມີຊື່ສຽງອີກຫຼາຍສະບັບໃນປະເທດວ່າ “ຕ່ອງໂສ້ການສະໜອງອາຫານໃນສະຫະລັດກຳລັງຫຼຸດໜ້ອຍລົງ” ເນື່ອງຈາກວ່າ ອຸດສາຫະກຳການຜະລິດ ແລະ ປຸງແຕ່ງຊີ້ນຕ້ອງໄດ້ຢຸດການຜະລິດ, ຊີ້ນຫຼາຍລ້ານກິໂລກຣາມຈະຫາຍໄປຈາກລະບົບການສະໜອງ.

ຢ່າງໃດກໍ່ຕາມ, ສະຫະພາບສາກົນດ້ານແຮງງານ, ອາຫານ ແລະ ການຄ້າ ເຊິ່ງມີສະມາຊິກໃນສະຫະລັດຫຼາຍກວ່າ 1,3 ລ້ານຄົນ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ລັດຖະບານຍົກລະດັບມາດຕະການປົກປ້ອງຄວາມປອດໄພສຸຂະພາບຂອງ ແຮງງານໃນອຸດສະຫະກຳປະເພດນີ້ເຊັ່ນກັນ. ແນ່ນອນວ່າ ທາງສະຫະພາບມີຄວາມກັງວົນຕໍ່ການຂາດແຄນອາຫານ ແຕ່ມີແຮງງານປ່ວຍຈາກໂຄວິດ-19 6.500 ຄົນ ແລະ ເສຍຊີວິດ 20 ຄົນ.