17 ມື້ລຽນຕິດທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມຂ່າວດີ 29 ເມສາ ຜູ້ປ່ວຍອອກໂຮງໝໍເພີ່ມອີກ 1ຄົນ

111

ນັບວ່າເປັນຂ່າວດີ 17 ວັນຕິດຕໍ່ກັນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍທັງໝົດ 8 ຄົນ ໂດຍລາຍງານຫຼ້າສຸດທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍໃນມື້ນີ້ອີກ 1ຄົນນັ້ນແມ່ນຢູ່ແຂວງຫຼວງພະບາງ.​

ໃນວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 28 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 11 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 3 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 19 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ), ເຊິ່ງຜົນການກວດທັງໝົດ 33 ຄົນ ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນມື້ທີ 17 ທີ່ລາວເຮົາບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ. ແນວໃດກໍ່ຕາມ ນັບແຕ່ເດືອນມັງກອນ ຮອດວັນທີ 27 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.917 ຕົວຢ່າງ, ເຊິ່ງກວດພົບເຊື້ອສະສົມພຽງ 19 ຄົນ. ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດມີ 313 ຄົນ ໄດ້ຄົບກຳນົດຕິດຕາມແລ້ວ.

ນອກນີ້,​ ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍ, ໄດ້ເພີ່ມອີກ 1 ຄົນ ຢູ່ແຂວງຫຼວງພະບາງໃນວັນທີ 29 ເມສານີ້.​ ສະນັ້ນເຫັນວ່າ ແຂວງຫຼວງພະບາງ ຜູ້ຕິດເຊື້ອເຊື້ອພະຍາດໂຄວິດ-19 ທັງ 3 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໄປຕິດຕາມອາການຢູ່ເຮືອນ 14 ວັນຕື່ມອີກ.​

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວທັງໝົດ 8 ຄົນຄື ຢູ່ແຂວງຫຼວງພະບາງ 3 ຄົນ ແລະ ນະຄອນຫຼວງວຽງຈັນ 5 ຄົນ ແລະ ຍັງອີກ 11 ຄົນ ທີ່ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ ໂດຍຄົນເຈັບທັງ 11 ຄົນແມ່ນອາການຍັງຢູ່ຂັ້ນເບົາບາງ ແລະ ແພດໝໍໄດ້ປິ່ນປົວ ພ້ອມໃຫ້ກິນຢາຄົບຕາມກຳນົດແລ້ວ.​

ແນວໃດກໍ່ຕາມ ພວກເຮົາຍັງຈະໄດ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ນີ້ ຈົນກວ່າຈະຮອດວັນທີ 3 ພຶດສະພາ 2020, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງຮ່ວມໄມ້ຮ່ວມມືກັນຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.