ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ ຂະບວນການປູກ-ການລ້ຽງ ຢູ່ 2ເມືອງ ພ້ອມຊົມເຊີຍປະຊາຊົນຜະລິດສະບຽງອາຫານກຸ້ມຕົນເອງ

148

ເພື່ອເປັນການເອົາໃຈໃສ່ສົ່ງເສີມການປູກຝັງ-ລ້ຽງສັດ ການຜະລິດກະສິກໍາເປັນສິນຄ້າໃຫ້ແກ່ປະຊາຊົນ ທ່ານ ເຈົ້າແຂວງໆໄຂຍະບູລີພ້ອມຄະນະ ລົງພື້ນທີ່ ຊຸກຍູ້ປະຊາຊົນຢູ່ 2ບ້ານຂອງເມືອງແກ່ນທ້າວ ພ້ອມຊົມເຊີຍຕໍ່ການເອົາໃຈໃສ່ຜະລິດພືດສະບຽງອາຫານໃນໄລຍະທີ່ລາວເຮົາພວມຕໍ່ສູ້ກັບພະຍາດໂຄວິດ-19.

ໃນລະຫວ່າງວັນທີ 28-29 ເມສາ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງ ໄດ້ລົງຊຸກຍູ້ຂະບວນການປູກ-ການລ້ຽງຂອງປະຊາຊົນເຂດບ້ານ ຫ້ວຍເລິກ-ວັງປາ, ເມືອງແກ່ນທ້າວ ແລະ ເຂດບ້ານ ບໍ່ສານ-ຕົ້ນຕານ ເມືອງບໍ່ແຕນ ແຂວງໄຊຍະບູລີ ທັງນີ້ ກໍເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ19 ແລະ ໄດ້ຮັບຟັງການງາຍງານສະພາບການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ການກະກຽມຜະລິດລະດູປີ, ພ້ອມທັງຮັບຟັງລາຍງານກ່ຽວກັບການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ19 ຂອງແຕ່ລະບ້ານ.

ພາບປະກອບຂ່າວເທົ່ານັ້ນ

ໂດຍລວມແລ້ວການເກັບກູ້ຜົນຜະລິດລະດູແລ້ງແມ່ນສໍາເລັດເກືອບ 100%, ໃນນັ້ນ ພືດທີ່ປະຊາຊົນປູນສ່ວຍໃຫຍ່ແມ່ນ ເຂົ້ານາແຊງ, ສາລີຫວານ, ຖົ່ວດິນ, ໝາກແຕງ, ໝາກເຜັດ-ໝາກເຂືອ ແລະ ພືດຜັກຕ່າງໆ, ນອກນີ້ປະຊາຊົນຍັງໄດ້ລ້ຽງສັດປະເພດ, ໝູ, ປາ, ເປັດ-ໄກ່ ແລະ ກົບ ເພື່ອຈໍາໜ່າຍໃຫ້ປະຊາຊົນໃນຊ່ວງວິກິດໂຄວິດ19, ເຊິ່ງສາມາດເວົ້າໄດ້ວ່າປະຊາຊົນໃນຂົງເຂດບ້ານດັ່ງກ່າວ ແມ່ນສາມາດກຸ້ມຕົນເອງ, ມີເຂົ້າ, ປາ-ອາຫານໄວ້ບໍລິໂພກຢ່າງພຽງພໍ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນການກະກຽມສູ່ການຜະລິດລະດູຝົນປີນີ້ ປະຊາຊົນແມ່ນໄດ້ກະກຽມດິນສໍາເລັດ 100%, ໄດ້ລົງມືປູກພືດສະບຽງອາຫານສໍາເລັດຈໍານວນໜຶ່ງເຊັ່ນ: ເຂົ້ານາປີ ແມ່ນຕົກກ້າສໍາເລັດ 50-60%, ສາລີຫວານ, ໝາກຖົ່ວດິນ, ພືດຜັກ ແລະ ອື່ນໆ, ພືດເປັນສິນຄ້າແມ່ນປູກສໍາເລັດເກືອບ 100% ສ່ວນຫລາຍປະຊາຊົນແມ່ນປູກມັນຕົ້ນ, ສາລີຫົວອາຫານສັດ, ໝາກງາ ແລະ ອື່ນໆ, ນອກນີ້ປະຊາຊົນຍັງໄດ້ຫັນຈາກການປູກຫຍ້າລ້ຽງສັດໃຫຍ່ປະເພດງົວ-ຄວາຍ ແບບເປັນເດີ່ນ, ເປັນທົ່ງມາເປັນການປູກຫຍ້າລ້ຽງແບບທອມເອົາ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ປະຊາຊົນແຕ່ລະບ້ານທີ່ໄດ້ເອົາໃຈໃສ່ໃນການຜະລິດພືດສະບຽງອາຫານ ເພື່ອກຸ້ມຕົນເອງໃນໄລຍະການລະບາດຂອງພະຍາດ ໂຄວິດ19 ແລະ ໄດ້ພ້ອມກັນເປັນເຈົ້າການ, ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ19, ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນແຕ່ລະບ້ານຈົ່ງສືບຕໍ່ທໍາການຜະລິດ ດ້ວຍການປູກພືດສະບຽງອາຫານ, ພືດອຸດສາຫະກໍາເປັນສິນຄ້າ, ລ້ຽງສັດ, ສືບຕໍ່ເກັບກູ້ຜົນຜະລິດລະດູແລ້ງໃຫ້ສໍາເລັດ ແລະ ກະກຽມສູ່ການຜະລິດລະດູປີໃຫ້ທ່ວງທັນກັບລະດູການ.

ພ້ອມກັນນີ້ ກໍຕ້ອງວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດປ່າຕົ້ນນໍ້າ ເພື່ອຮັກສາແຫລ່ງນໍ້າຕາມຫ້ວຍຕ່າງໆບໍ່ໃຫ້ບົກແຫ້ງ, ເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ້ພາຍໃນບ້ານ, ສຶກສາອົບຮົມລູກຫລານໃຫ້ຫ່າງໄກຈາກຢາເສບຕິດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ