ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ – 19 ຂອງ ໜຸ່ມອາເລັກ ກຽງໄກ

171

ຈາກບັນຫາການລະບາດຂອງເຊື້ອພະຍາດໂຄວິດ – 19 ໃນທົ່ວໂລກ ປະເທດລາວເຮົາກໍມີມາດຕະການໃນການກັກຕົວຢູ່ເຮືອນ ເຊິ່ງບັນດາຄົນບັນເທີງກໍໄດ້ເປັນແບບຢ່າງໃນການປະຕິບັດຕາມແຈ້ງການ ໜຸ່ມ ອາເລັກ ກຽງໄກ ກໍໄດ້ມາແນະນໍາວິທີຮັກສາສຸຂະພາບ ແລະ ປ້ອງກັນຕົນເອງຈາກພະຍາດໃນໄລຍະກັກຕົວ.

ກຽງໄກ ຊວ້ານສວນດາວ ຫຼື ອາເລັກ Mister Global Laos 2019 ໃຫ້ສໍາພາດວ່າ: ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ – 19 ຄືພະຍາຍາມຢູ່ແຕ່ເຮືອນຖ້າບໍ່ຈຳເປັນກໍບໍ່ຕ້ອງອອກໄປໃສ ຖ້າຫາກວ່າຈຳເປັນຕ້ອງອອກເຮືອນ ກໍຕ້ອງໃສ່ຜ້າອັດປາກ ແລະ ຕອນກັບກ່ອນເຂົ້າເຮືອນແມ່ນຕ້ອງລ້າງມືດ້ວຍສະບູ ຫຼື ເຈລລ້າງມືກ່ອນເຂົ້າເຮືອນສ່ວນເຄື່ອງນຸ່ງທີ່ໃສ່ອອກໄປນອກກໍຕ້ອງເອົາໄປຊັກທັນທີ.

ເຖິງຈະເປັນໄລຍະກັກຕົວເຮົາກໍຕ້ອງຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງ ເພື່ອສ້າງພູມຄຸ້ມກັນຕ້ານກັບພະຍາດ ໂດຍການກິນອາຫານໃຫ້ຄົບ 5 ໝູ່ ແລະ ໝັ່ນອອກກຳລັງກາຍໃຫ້ສະໝໍ່າສະເໝີຢູ່ເຮືອນປະມານ 3 ຄັ້ງຕໍ່ອາທິດ ພ້ອມທັງດື່ມນໍ້າອຸ່ນເພື່ອໃຫ້ອຸນຫະພູມຂອງຮ່າງກາຍສົມດຸນ.

ສິ່ງທີ່ຢາກແນະຄົນອ້ອມຂ້າງ ແລະ ສັງຄົມຄືບໍ່ຢາກໃຫ້ຖືເບົາຕໍ່ການແຜ່ລະບາດຂອງເຊື້ອພະຍາດນີ້ ຢາກໃຫ້ປະຕິບັດຕາມແພດໝໍ ແລະ ເຈົ້າໜ້າທີ່ເພິ່ນແນະນຳໃຫ້ເຄັ່ງຄັດເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.

ສຸດທ້າຍແມ່ນຢາກຝາກເຖິງສັງຄົມໃຫ້ພະຍາຍາມຢູ່ເຮືອນ ບໍ່ໃຫ້ຖືເບົາຕໍ່ການແຜ່ລະບາດຂອງພະຍາດຄັ້ງນີ້ໄລຍະຢູ່ເຮືອນກໍຄວນໃຊ້ເວລາວ່າງໃຫ້ເປັນປະໂຫຍດ ເຊັ່ນ: ອ່ານປຶ້ມຄວາມຮູ້ຕ່າງໆ, ຊອກຮູ້ຮໍ່າຮຽນທາງອອນລາຍ ຫຼື ຕາມຊ່ອງທາງອື່ນໆ ລວມທັງການເສບຂ່າວຢ່າງມີສະຕິອີກດ້ວຍ.

ຝາກຕິດຕາມຜົນງານ ຫຼື ການເຄື່ອນໄຫວກິດຈະກໍາໃນໄລຍະກັກຕົວຂອງ ໜຸ່ມ ອາເລັກ ໄດ້ທາງ Facebook ສ່ວນຕົວ: kiengkai Xouansouandao.

ຂ່າວ: ນຸ້ມນິ້ມ; ຮູບ: ອາເລັກ ກຽງໄກ