ແຂວງອຸດົມໄຊ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

105

ນັບຕັ້ງແຕ່ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດໂຄວິດ – 19 ຂອງແຂວງອຸດົມໄຊ ໄດ້ຮັບການແຕ່ງຕັ້ງຂຶ້ນ ແລະ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນເອງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງຈົນຮອດປັດຈຸບັນນີ້ເຫັນວ່າມີຫຼາຍພາກສ່ວນໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກ ລວມທັງເຄື່ອງມື ແລະ ອຸປະກອນທາງການແພດຕ່າງໆມາມອບໃຫ້ຢ່າງຕໍ່ເນື່ອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດໂຄວິດ – 19.

ທ້າຍອາທິດຜ່ານມາກໍໄດ້ມີທະນາຄານຮ່ວມທຸລະກິດ ລາວ – ຫວຽດນາມ ສາຂາອຸດົມໄຊ ໄດ້ນໍາເອົານ້ຳດື່ມ, ເຈລລ້າງມື ແລະ ຜ້າອັດປາກຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 10 ລ້ານກີບ; ບໍລິສັດ ພອນມະລິ ກໍ່ສ້າງຄົບວົງຈອນ ນຳເອົານ້ຳດື່ມ 40 ແກັດ ມອບໃຫ້ກັບຄະນະສະເພາະກິດຂັ້ນແຂວງ ເຊິ່ງຮັບໂດຍ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ ລວມທັງຄະນະສະເພາະກິດຈຳນວນໜຶ່ງ.

ໂອກາດດັ່ງກ່າວທາງຄະນະສະເພາະກິດຂັ້ນແຂວງ ໄດ້ກ່າວຂອບໃຈຕໍ່ກັບທຸກພາກສ່ວນ ໂດຍສະເພາະກໍຄືທະນາຄານຮ່ວມທຸລະກິດ ລາວ – ຫວຽດ ສາຂາອຸດົມໄຊ ແລະ ບໍລິສັດ ພອນມະລິ ກໍ່ສ້າງຄົບວົງຈອນ ທີ່ໄດ້ໃຫ້ການອຸປະຖຳ ແລະ ຊ່ວຍເຫຼືອໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອແບບນີ້ອີກໃນຕໍ່ໜ້າ.

ສ່ວນເຄື່ອງຈໍານວນດັ່ງກ່າວແມ່ນຈະໄດ້ນໍາໄປແຈກຢາຍໃຫ້ກັບພະນັກງານ, ບຸກຄະລາກອນທຸກພາກສ່ວນທີ່ເຄື່ອນໄຫວຮັບຜິດຊອບວຽກງານປ້ອງກັນ, ຄວບຄຸມເຊື້ອພະຍາດໂຄວິດ – 19 ຢູ່ແຕ່ລະຈຸດ ໂດຍສະເພາະແມ່ນໂຮງໝໍ, ຈຸດກວດກາຕ່າງໆໄດ້ນຳໃຊ້ຢ່າງທົ່ວເຖິງ.

ຂ່າວ: ຄານມະນີ ຮຽນດໍຈັນ