ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ຂະບວນການຜະລິດພືດສະບຽງອາຫານ

148

ເພື່ອຮັບປະກັນໃຫ້ສະບຽງອາຫານ ເປັນຕົ້ນແມ່ນ: ເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກຕ່າງໆໃຫ້ພຽງພໍກັບການບໍລິໂພກຂອງປະຊາຊົນພາຍໃນບ້ານໃຫຍ່ເມືອງປາ – ນາຈັນ ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ນັ້ນ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງ ໄດ້ລົງຊຸກຍູ້ຂະບວນການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດລະດູຝົນຂອງປະຊາຊົນບ້ານໃຫຍ່ເມືອງປາ – ນາຈັນ ເມືອງປາກລາຍ ເມື່ອວັນທີ 27 ເມສາຜ່ານມາ.

ກ່ອນອື່ນທີມງານຂອງທ່ານເຈົ້າແຂວງແມ່ນໄດ້ຮັບຟັງສະພາບການຜະລິດລະດູແລ້ງ, ການກະກຽມຜະລິດລະດູຝົນ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ຈາກ ທ່ານ ຫຼົງ ຈະ ນາຍບ້ານໃຫຍ່ເມືອງປາ – ນາຈັນ ເຊິ່ງທ່ານໄດ້ກ່າວວ່າ: ຜ່ານມາແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານປູກພືດລະດູແລ້ງ ເຊັ່ນ: ນາແຊງ ມີເນື້ອທີ່ທັງໝົດ 7,52 ເຮັກຕາ ປັດຈຸບັນເກັບກູ້ສຳເລັດແລ້ວ 70% ຜົນຜະລິດໄດ້ 13,21 ໂຕນ, ພືດສະບຽງອາຫານເນື້ອທີ່ 10,12ເຮັກຕາ ຜົນຜະລິດໄດ້ 40,48 ໂຕນ, ໝາກແຕງເນື້ອທີ່ 1,8 ເຮັກຕາ ຜົນຜະລິດ 10,8 ໂຕນ; ສ່ວນສັດລ້ຽງມີງົວ 1.949 ໂຕ, ຄວາຍ 948 ໂຕ, ແບ້ 58 ໂຕ, ໝູ 1.200 ໂຕ, ສັກປີກ 14.641 ໂຕ, ໜອງປາ 55 ໜອງ ປ່ອຍປາແລ້ວ 47.300 ໂຕ.ນອກນັ້ນ, ຍັງໄດ້ສຸມໃສ່ປູກພືດຜັກບາງຊະນິດ ເຊັ່ນ: ຜັກກາດ, ຜັກຫອມທຸກຊະນິດ .

ພ້ອມນັ້ນ, ກໍໄດ້ສຸມໃສ່ຊີ້ນຳນໍາພາປະຊາຊົນກະກຽມເນື້ອທີ່ເພື່ອປູກພືດລະດູຝົນ ເປັນຕົ້ນ: ມີເນື້ອທີ່ປູກເຂົ້າທັງໝົດ 598,86 ເຮັກຕາ, ເຂົ້າເນີນສູງ 136,89 ເຮັກຕາ ມາຮອດປັດຈຸບັນແມ່ນຕົກກ້າສຳເລັດແລ້ວ 60%. ນອກນີ້, ກໍໄດ້ປູກພືດເປັນສິນຄ້າ ເຊັ່ນ: ມັນຕົ້ນເນື້ອທີ່ 20,91 ເຮັກຕາ, ໝາກງາ ເນື້ອທີ່ 21,24 ເຮັກຕາ, ສາລີເນື້ອທີ່ 17,90 ເຮັກຕາ , ຖົ່ວດິນ ແລະ ພືດຜັກຊະນິດຕ່າງໆ. ທັງນີ້, ກໍເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19.

ຈາກນັ້ນ, ທ່ານນາຍບ້ານກໍໄດ້ລາຍງານວຽກງານການຕ້ານ ແລະ ເຝົ້າລະວັງຂອງພະຍາດໂຄວິດ – 19 ໂດຍໄດ້ສຸມໃສ່ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຢູ່ພາຍໃນບ້ານຜ່ານໂທລະໂຄ່ງ ເພື່ອໂຄສະນາດ້ານນິຕິກໍາຕ່າງໆຂອງຂັ້ນເທິງຢ່າງເປັນປົກກະຕິ ເພື່ອໃຫ້ປະຊາຊົນຮັບຮູ້ຂໍ້ມູນ – ຂ່າວສານວິທີປ້ອງກັນພະຍາດ; ທົ່ວບ້ານມີ 1 ສູນກັກກັນ ກວມເອົາ 5 ບ້ານ,  1 ຈຸດກວດກາ ເພື່ອກວດກາຄົນເຂົ້າ – ອອກບ້ານ, ມີຜູ້ເຂົ້າສູນທັງໝົດ 126 ຄົນ ( ຍິງ 63 ຄົນ ) ໂດຍໄດ້ລົງທະບຽນເກັບກໍາປະຫວັດບັນທຶກຂໍ້ມູນຜູ້ເຂົ້າສູນລະອຽດ, ມີການປ້ອງກັນເວນຍາມ ແລະ ສ້າງລະບຽບພາຍໃນສູນ, ມີຄະນະແພດລົງກວດກາຕິດຕາມອຸນຫະພູມ 2 ຄັ້ງຕໍ່ມື້, ພາຍໃນສູນໄດ້ມີການພົ່ນຢາຂ້າເຊື້ອເພື່ອອະນາໄມສະຖານທີ່ເປັນແຕ່ລະໄລຍະ. ຮອດປັດຈຸບັນຈໍານວນດັ່ງກ່າວຄົບ 14 ວັນ ແມ່ນບໍ່ມີກໍລະນີຫຍັງ ແລະ ໄດ້ອອກສູນທັງໝົດແລ້ວ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບ້ານທີ່ໄດ້ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06/ນຍ ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ – 19  ພ້ອມທັງໄດ້ເອົາໃຈໃສ່ນໍາພາປະຊາຊົນໃນການຜະລິດພືດສະບຽງອາຫານໄດ້ຢ່າງພຽງພໍກັບການບໍລິໂພກພາຍໃນບ້ານ.

ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ຄະນະບ້ານຈົ່ງສືບຕໍ່ທໍາການຜະລິດ ດ້ວຍການປູກພືດສະບຽງອາຫານ, ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູຝົນ. ທັງນີ້, ກໍເພື່ອຮັບປະກັນດ້ານສະບຽງອາຫານ, ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້, ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ.

ຈາກນັ້ນ, ທີມງານຂອງທ່ານເຈົ້າແຂວງກໍໄດ້ລົງຢ້ຽມຢາມສະຖານທີ່ຜະລິດຂອງປະຊາຊົນ.

ຂ່າວ – ຮູບໂດຍ: ອຸ່ນເຮືອນ ໂພທິລັກ