ງວດ I ດ່ານພາສີສາກົນນໍ້າພາວ ເກັບລາຍຮັບໄດ້ພຽງ 58%

160

ປີ 2020 ດ່ານພາສີສາກົນນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຮັບຕົວເລກມອບໝາຍເກັບລາຍຮັບ 415 ຕື້ກີບ, ສະເພາະແຜນການງວດ I  ຄາດໝາຍ 83 ຕື້ກີບ ແຕ່ຜ່ານການຈັດຕັ້ງປະຕິບັດໄດ້ພຽງ 58,98%, ປັດໄຈເກີດຈາກຜູ້ປະກອບການຢຸດຕິການສົ່ງສິນຄ້າໄລຍະປີໃໝ່ຈາກ ຫວຽດນາມ ແລະ ຈີນ, ການນໍາເຂົ້າສິນຄ້າຂອງຜູ້ປະກອບການຫັນໄປນຳເຂົ້າຜ່ານດ່ານສາກົນອື່ນ ແລະ ຄ່າທຳນຽມຜູ້ໂດຍສານຫຼຸດລົງ.

ຕາມການລາຍງານຂອງ ທ່ານ ວຽງໄຊ ເທບໄກສອນ ຮອງຫົວໜ້າດ່ານພາສີສາກົນນໍ້າພາວ  ໃຫ້ຮູ້ວ່າ: ດ່ານພາສີສາກົນນ້ຳພາວ ປະກອບມີຫ້ອງການເຮັດວຽກ 2 ຈຸດ ຄື: ຈຸດຊາຍແດນ ( 505 ) ແລະ ຈຸດຫຼັກຊາວ ( 515 ) ປະກອບມີ 3 ໜ່ວຍງານ, 2 ດ່ານປະເພນີ  ແລະ ໜ່ວຍງານຄຸ້ມຄອງການແຈ້ງ, ໜ່ວຍງານກວດກາສິນຄ້າ – ເຄື່ອງຂອງ, ໜ່ວຍງານກວດກາພາຫະນະ ແລະ ຜູ້ໂດຍສານ.

ໃນແຜນການປີ 2020 ດ່ານພາສີສາກົນນໍ້າພາວ ໄດ້ຮັບຕົວເລກມອບໝາຍຈໍານວນ 415 ຕື້ກີບ, ຄະນະດ່ານໄດ້ແບ່ງແຜນການຈັດເກັບລາຍຮັບເປັນເດືອນ, ງວດ ແລະ ໄດ້ແຍກເປັນແຕ່ລະໝວດສິນຄ້າ. ສະເພາະແຜນການໃນງວດ I ໄດ້ວາງຄາດໝາຍ 83 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງງວດ I  ( ເດືອນມັງກອນ ຫາ ມີນາ 2020 ) ເກັບລາຍຮັບໄດ້ 48,9 ຕື້ກີບ ເທົ່າກັບ 58,98%  ຂອງແຜນການງວດ ຫຼື ເທົ່າກັບ 11,80% ຂອງແຜນການປີ.

ສາເຫດທີ່ບໍ່ປະຕິບັດໄດ້ຕາມແຜນຍ້ອນຜູ້ປະກອບການດ້ານທຸລະກິດຕ່າງປະເທດຢຸດຕິການສົ່ງສິນຄ້າໄລຍະປີໃໝ່ຫວຽດນາມ ແລະ ຈີນ, ການນໍ້າເຂົ້າສິນຄ້າຂອງຜູ້ປະກອບການຫັນໄປນຳເຂົ້າດ່ານສາກົນດ່ານອື່ນແທນ ແລະ ອີກສາເຫດແມ່ນຄ່ານຽມຜູ້ໂດຍສານຫຼຸດລົງ, ການຢຸດຕິການນຳເຂົ້າສິນຄ້າບາງປະເພດໃນໄລຍະກວດກາ, ຕິດຕາມການແຜ່ເຊື້ອພະຍາດໂຄວິດ – 19  ຈຶ່ງບໍ່ສາມາດຈັດເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້.

ປັດຈຸບັນເຈົ້າໜ້າທີ່ພາສີປະຈຳດ່ານໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດຄຳສັ່ງຂອງຂັ້ນເທິງ ເປັນຕົ້ນແມ່ນ: ການຮັບ – ສົ່ງສິນຄ້າແມ່ນໄດ້ສັບປ່ຽນໂຊເຟີທັງຂາເຂົ້າ ແລະ ຂາອອກ, ພ້ອມທັງສີດຢາຂ້າເຊື້ອລົດບັນທຸກສິນຄ້າທີ່ນຳເຂົ້າທຸກຄັນ, ສ່ວນໃຫຍ່ສິນຄ້ານຳເຂົ້າຢູ່ໃນຂອບເຂດການອະນຸຍາດ ເຊັ່ນ: ນໍ້າມັນເຊື້ອໄຟ, ສິນຄ້າທີ່ຈຳເປັນຮັບໃຊ້ໂຄງການ.

ແນວໃດກໍຕາມ, ສຳລັບການຈັດຕັ້ງປະຕິບັດວຽກງານເຫັນວ່າພົບຄວາມຫຍູ້ງຍາກ ເປັນຕົ້ນ: ດ້ານສະຖານທີ່ບໍ່ເອື້ອອຳນວຍ, ກົນຈັກຄ່ຽນສິນຄ້າໜັກຍັງບໍ່ມີ, ລະບົບສາງຍັງບໍ່ທັນໄດ້ຕາມາດຕະຖານ. ແຕ່ຄຽງຄູ່ກັນນີ້, ຍັງມີດ້ານດີຍ້ອນຄວາມເອົາໃຈໃສ່ຊີ້ນຳ – ນຳພາຂອງຄະນະພັກ, ຄະນະນຳຂັ້ນເທິງ, ຄະນະກົມ, ຄະນະກອງຄຸ້ມຄອງພາສີ V ແລະ ອົງການການປົກຄອງທ້ອງຖິ່ນມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເປັນປົກກະຕິ, ຜູ້ປະກອບການສ່ວນຫຼາຍໃຫ້ຄວາມຮ່ວມມື, ມີອຸປະກອນທີ່ທັນສະໄໝ ເປັນຕົ້ນມີລະບົບ ( Asycuda ), ເຄື່ອງສະແກນເນີ້, ເຄື່ອງຊັ່ງນ້ຳໜັກທີ່ເປັນເຄື່ອງມືໃນການປະຕິບັດວຽກງານວິຊາສະເພາະ ແລະ ຄວາມເອົາໃຈໃສ່, ຄວາມບຸກບືນຫ້າວຫັນຂອງພະນັກງານເປັນຢ່າງດີ.