4 ຜັກສວນຄົວ ປູກງ່າຍໆດີຕໍ່ສຸຂະພາບ

211

ປະຊາຊົນລາວເຮົາແຕ່ດົນມາເກືອບວ່າທຸກຄົວເຮືອນຈະມີພືດຜັກສວນຄົວ ແຕ່ມາໃນຍຸກປະຈຸບັນ ຢູ່ຕະຫຼາດມີຂາຍຫຼາຍບວກກັບຜູ້ຄົນຕ່າງກໍ່ພາກັນເຮັດວຽກແຂ່ງກັບເວລາບວກກັບພື້ນທີ່ບ້ານເຮືອນມີຈຳກັດ ເລື່ອງພືດຜັກຈິ່ງບໍ່ຄ່ອຍໄດ້ປູກໄວ້ ແຕ່ຜັກ 4 ຊະນິດນີ້ໃຜກໍ່ສາມາດປູກໄດ້ ແຖມດີຕໍ່ສຸຂະພາບ ຈະມີຫຍັງແນ່ໄປເບິ່ງກັນເລີຍ!

ໃບກະເພົາ
ໃບຜັກກະເພົາເປັນຜັກທີ່ປູກງ່າຍ ຂະຫຍາຍໄວ ປະໂຫຍດຂອງໃບກະເພົາແມ່ນເປັນຢາແກ້ຂັບລົມ, ແກ້ທ້ອງອືດ, ທ້ອງເຟີ້, ບຳລຸງທາດໃນຮ່າງກາຍ, ຂັບລົມໃນກະເພາະອາຫານ ໂດຍການນຳມາຕົ້ມ ແລະກັ່ນຕອງໄວ້ດື່ມ ນອກຈາກນີ້ ຍັງຂັບເຫື່ອ ຫຼືໃຊ້ທາພາຍນອກ ແກ້ໂລກຜິວໜັງ ກາກ ກ້ຽນ ສຳລັບແກ່ນກະເພົາມີປະໂຫຍດໃຊ້ພອກບໍລິເວນຕາ ບໍ່ເຮັດໃຫ້ຕາຊ້ຳ ຊ່ວຍຂັບໄຂມັນ ແລະ ນ້ຳຕານສ່ວນເກີນອອກຈາກຮ່າງກາຍ.

ວິທີປູກ ໃບກະເພົາກໍບໍ່ຍາກເລີຍ ພຽງແຕ່ເລີ່ມຈາກກຽມໜານປູກກ່ອນຫວ່ານເມັດຜັກລົງໄປ ຫຼື ທ່ານອາດຈະເລືອກວິທີການປັກຊຳກ້ານທີ່ເຫຼືອຈາກການຊື້ມາເຮັດກິນກໍໄດ້ ແລ້ວຫົດນ້ຳ ໃສ່ປຸ໋ຍຢ່າງພຽງພໍ ແລະສະໝ່ຳສະເໝີທຸກມື້ ຫຼັງຈາກຈາກປູກໄປປະມານ 30-35 ມື້ກໍເກັບກ່ຽວໄດ້ ເຄັດລັບທີ່ຈະເຮັດໃຫ້ເກັບກິນໃບໄດ້ດົນຂຶ້ນກໍ່ຄື ຢ່າໃຫ້ຕົ້ນອອກດອກ ເພາະຖ້າຕົ້ນອອກດອກແລ້ວຈະໂຊມ ອາຍຸສັ້ນ ຖ້າອອກດອກກໍ່ໃຫ້ໝັນຕັດຖິ້ມເປັນໄລຍະ.

ໝາກເຜັດ
ໝາກເຜັດມີປະໂຫຍດສາມາດຂ້າເຊື້ຶອແບດທີເຣຍທີ່ເປັນສາເຫດຂອງການເກີດໂລກກະເພາະໄດ້ ນອກຈາກນັ້ນ ໝາກເຜັດຍັງຊ່ວຍຫຼຸດການອຸດຕັນຂອງເສັ້ນເລືອດ ຫຼຸດການເສຍຊີວິດອັນເນື່ອງຈາກເສັ້ນເລືອດທີ່ໄປລ້ຽງ ສະໝອງອຸດຕັນ ອີກທັງຍັງຊ່ວຍຫຼຸດຄວາມສ່ຽງຂອງການເກີດໂລກມະເລັງ ເນື່ອງຈາກໝາກເຜັດມີວິຕາມິນຊີສູງ.

ວິທີການປູກ ໝາກເຜັດນັ້ນປູກໄດ້ງ່າຍໆ ພຽງແຕ່ນຳເອົາແກ່ນໝາກເຜັດໄປຢອດໃນຂຸມທີ່ກຽມໄວ້ປະມານ 3-5 ແກ່ນເອົາດິນຖົມແລ້ວຫົດນ້ຳ ຊ່ວງໄລຍະໝາກເຜັດອອກດອກ ໝາກເຜັດຈະຕ້ອງການນ້ຳຫຼາຍເປັນພິເສດ ປົກກະຕິ 3 ມື້ທຳອິດຄວນໃຫ້ນ້ຳມື້ລະ 2 ເທື່ອ ເຊົ້າ-ແລງ ແລະຄ່ອຍໆຫຼຸດລົງເລື່ອຍໆ ຈົນຮອດ 7 ອາທິດ ກໍ່ສາມາດໃຫ້ນ້ຳອາທິດລະເທື່ອ ໝາກເຜັດຈະເລີ່ມໃຫ້ໝາກຫຼັງຈາກປູກໄດ້ 2 ເດືອນເຄິ່ງຫາ 3 ເດືອນ ຊ່ວງທຳອິດຜົນຜະລິດຈະໄດ້ໜ້ອຍ ແລະຈະຄ່ອຍໆເພີ່ມຫຼາຍຂຶ້ນຕາມລຳດັບ ການເກັບກ່ຽວຄວນເກັບອາທິດລະເທື່ອ ແລະ ໝາກເຜັດຍັງເປັນພືດທີ່ທົນແລ້ງໄດ້ດີກວ່າທົນນ້ຳ.

ຫົວສີໄຄ
ປະໂຫຍດຂອງຫົວສີໄຄໃຊ້ເປັນຢາຮັກສາໂລກຫອບຫືດ, ແກ້ເຈັບທ້ອງ, ຂັບປັດສະວະ ແລະໂລກອະຫິວາ ສາມາດເຮັດເປັນຢາທາແບບນວດ ແລະຍັງສາມາດນຳໄປໃຊ້ຮ່ວມກັບສະຫມຸນໄພອື່ນໆເພື່ອຮັກສາພະຍາດຕ່າງໆໄດ້ ເຊັ່ນ: ແກ້ທ້ອງອືດ, ແກ້ນິ້ວ, ບຳລຸງທາດໄຟ ຖ້າໃຊ້ຮ່ວມກັບສະໝຸນໄພຊະນິດອື່ນໆ ຈະເປັນຢາບັນເທົາອາການຮາກ, ຊ່ວຍຫຼຸດຄວາມດັນສູງ,ບັນເທົາອາການເປັນລົມ, ຮັກສາອາການໄຂ້, ຮັກສາໂລກໜອງໃນ ນອກຈາກນີ້ຍັງຊ່ວຍດັບກິ່ນຄາວຈາກອາຫານ.

ວິທີການປູກ ຫົວສີໃຄແມ່ນພືດທີ່ມີອາຍຸຫຼາຍປີ ປູກງ່າຍ ຈະເລີນເຕີບໄດ້ດີໃນດິນເກືອບທຸກປະເພດ ເລີ່ມຈາກການກະກຽມດິນ ໂດຍໃສ່ຝຸ່ນ ຫຼື ຝຸ່ນບົ່ມມາປະສົມກັບດິນ ຂຸດຂຸມປູກ ເອົາແນວພັນຫົວສີໃຄທີ່ກຽມໄວ້ຕັດໃບອອກ ໃຫ້ເຫຼືອຕົ້ນຍາວ ປະມານ 30-40 ຊມ ແລະແຊ່ນ້ຳໄວ້ປະມານ 5-7 ມື້ ເພື່ອໃຫ້ຮາກແຕກງອກ ຮາກທີ່ແກ່ຈະມີສີເຫຼືອງເຂັ້ມ ແລ້ວນຳໄປປູກໃນແປງ ວາງຕົ້ນພັນໃຫ້ອ່ຽງ 45 ອົງສາໄປດ້ານໃດດ້ານໜຶ່ງແລ້ວເອົາດິນຖົມ ຫຼັງຈາກນັ້ນ ຫົດນ້ຳໃຫ້ຊຸ່ມ ເມື່ອປູກໄດ້ປະມານ 30 ມື້ ກໍຄວນໃສ່ຝຸ່ນ ແລະໃຫ້ນ້ຳພໍໃຫ້ໜ້າດິນຊຸ່ມຊື່ນ ປະມານ 1-2 ມື້ຫົດນ້ຳເທື່ອໜຶ່ງ ເກັບກ່ຽວເມື່ອຫົວສີໃຄມີອາຍຸປະມານ 90 ວັນ.

ໝາກຂີ້ຫູດ
ປະໂຫຍດຂອງມັນແມ່ນມີຫຼາກຫຼາຍ ສາມາດນຳມາປຸງແຕ່ງອາຫານ ຫຼື ເອົາໄປດອງ ໃຊ້ເປັນຢາຟອກເລືອດໃນແມ່ຍິງ, ຂັບລົມໃນລຳໄສ້, ຂັບປະຈຳເດືອນ, ແລະໃຊ້ ບຳລຸງປະຈຳເດືອນ ຫຼືໃຊ້ໝາກສົດໄປຈີ່ໄຟແລ້ວລະລາຍດ້ວຍນ້ຳເຜິ້ງໃຊ້ທາລີ້ນໃຫ້ເດັກນ້ອຍທີ່ເກີດໃໝ່ ນອກຈາກນີ້ ໃຊ້ເປັນຢາບຳລຸງຫົວໃຈ ໂດຍຝານເອົາຜິວໝາກຂີ້ຫູດສົດເປັນອັນນ້ອຍໆ 1 ບ່ວງແກງ ຕື່ມກາລະບູນ 1 ຢິບມື ຊົງດ້ວຍນ້ຳເດືອດ ແຊ່ປະໄວ້, ຫລັງຈາກນັ້ນດື່ມພຽງ 1-2 ຄັ້ງ ຫຼື ໃຊ້ສະຜົມເພື່ອເຮັດໃຫ້ເສັ້ນຜົມຂອງທ່ານສະອາດ, ຊຸ່ມຊື່ນ, ເງົາງາມ, ດົກດຳ, ຜົມລຽບ ສ່ວນນ້ຳຂີ້ຫູດຍັງສາມາດນຳມາຖູແຂ້ວເພື່ອຮັກສາອາການເລືອດອອກຕາມເຫງືອກໄດ້ອີກດ້ວຍ.

ວິທີການປູກ ໝາກຂີ້ຫູດແມ່ນປູກໄດ້ດີໃນດິນທຸກປະເພດ ຄວນປູກດ້ວຍການຕັດຊຳກ່ອນທີ່ຈະປູກ ແລ້ວນຳເອົາຝຸ່ນມາປະສົມກັບດິນ ເພື່ອໃຫ້ດິນມີອາຫານທີ່ອຸດົມສົມບູນ ໃນຊ່ວງໄລຍະເວລາທີ່ປູກໝາກຂີ້ຫູດໃໝ່ໆ ແລະຕ້ອງໄດ້ຫົດນ້ຳຢູ່ສະເໝີເພື່ອໃຫ້ຄວາມຊຸ່ມແກ່ຕົ້ນໄມ້ຈະເຮັດໃຫ້ຕົ້ນໄມ້ຢືນໄວ ແຕກໃບອ່ອນດີ ແຕ່ຄວນໃສ່ປຸ໋ຍເພີ່ມທາດອາຫານໃຫ້ຕົ້ນໄມ້ເປັນໄລຍະ.