ບໍລິສັດໂຮຢາ ເປີດຮັບພະນັກງານຝ່າຍຜະລິດ ຈຳນວນ 4000 ຄົນ

835

ນັບວ່າເປັນຂ່າວດີສຳລັບຄົນນັກຮຽນນັກສຶກສາ ແລະ ຜູ້ທີ່ວ່າງວຽກ ລື ຢາກປ່ຽນວຽກໃໝ່ ທາງບໍລິສັດໄດ້ເປີດຮັບສະໝັກພະນັກງານຝ່າຍຜະລິດ ເພດຍິງທີ່ມີອາຍຸ 18-35 ປີ ຈຳນວນຫຼາຍກວ່າ 4.000 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ບໍລິສັດ ໂຮຢາ ສ້າງຕັ້ງຂຶ້ນໃນປີ 1941 ຢູ່ເມືອງໂຕກຽວ ປະເທດຍີ່ປຸ່ນ ໂຮຢາ ເປັນບໍລິສັດຊັ້ນນຳທີ່ຜະລິດເຄື່ອງມືທາງດ້ານການແພດ ເຊັ່ນ: ແກ້ວດາວທຽມ, ຄອນແທັກເລນ, ກ້ອງສ່ອງໃນການຜ່າຕັດ ແລະ ເຄື່ອງມືທາງເທັກໂນໂລຢີ ເຊັ່ນ:  ເລນກ້ອງ, ເລນແວ່ນຕາ  ຈໍ LCO ແລະ ແຜນແກ້ວເກັບຄວາມຈຳ (MEMORY OISK) ເຊິ່ງມີຫຼາຍຮ້ອຍສາຂາໃນທົ່ວໂລກ ໃນປັດຈຸບັນນີ້ ມີໂຮງງານຜະລິດແຜ່ນແກ້ວເກັບຄວາມຈຳ (MEMORY OISK) ຢູ່ປະເທດໄທ, ຫວຽດນາມ ແລະ ຈະຂະຫຍາຍໂຮງງານຜະລິດມາທີ່ປະເທດລາວ (ນະຄອນຫຼວງວຽງຈັນ) ເຊິ່ງກຳລັງຈະເປີດການຜະລິດໃນເດືອນ ເມສາ ປີ 2020 ນີ້, ດັ່ງນັ້ນ ຕ້ອງການເພື່ອຮ່ວມງານຈຳນວນຫຼາຍກວ່າ 4.000 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

ພາບປະກອບຂ່າວເທົ່ານັ້ນ

ເງື່ອນໄຂສຳລັບຜູ້ສະໝັກ: ເປັນເພດຍິງ ອາຍຸ 18-35 ປີ, ຮຽນຈົບວິຊາຊີບສາຂາໃດກໍໄດ້ ຫຼືຈົບມັດທະຍົມປາຍ ມ.6 ຫຼື ມ.7 (ຕ້ອງອ່ານໄດ້ຂຽນເປັນ), ມີຄວາມຫ້າວຫັນໃນໜ້າທີ່ຮັບຜິດຊອບ ຮັກໃນການເຮັດວຽກເປັນທີມ, ສຸຂະພາບແຂງແຮງດີ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບເອກະສານປະກອບໃນການສະໝັກວຽກ ມີ: ແແບບຟອມສະໝັກວຽກບໍລິສັດ, ສຳເນົາໃບປະກາດ ຫຼື ໃບຄະແນນ, ໃບຢັ້ງຢືນທີ່ຢູ່ ແລະ ໃບຢັ້ງຢືນຄ້ຳປະກັນ, ບັດປະຈຳຕົວ ຫຼື ສຳມະໂນຄົວ, ຮູບຂະໜາດ 3X4 ຈຳນວນ 1 ໃບ. ສ່ວນເອກະສານຮັບເປັນສະບັບກອບປີ້ (ຍື່ນແລ້ວບໍ່ສາມາດຖອນຄືນໄດ້)

ພາບປະກອບຂ່າວເທົ່ານັ້ນ

ສ່ວນສະຫວັດດີການ ຜູ້ທີ່ໄດ້ເຂົ້າເຮັດວຽກຈະໄດ້ຮັບ ປະກອບມີ: ເງິນເດືອນ ແລະ ສະຫວິດດີການດີ, ມີເງິນໂບນັດປະຈຳປີ, ມີເງິນຂະຫຍັນແຕ່ລະເດືອນ, ມີຫໍພັກໃຫ້ພະນັກງານ, ມີລົດຮັບສົ່ງບໍລິສັດ, ມີໂຮງອາຫານ, ມີເງິນຄ່າລ່ວງເວລາ (OT), ມີປະກັນສັງຄົມ, ມີປະກັນອຸປະຕິເຫດ 24 ຊົ່ວໂມງ, ມີຊຸດພະນັກງານໃຫ້, ມີເງິນຊ່ວຍເຫຼືອຄ່າເກີດລູກ, ມີວັນພັກປະຈຳປີໃຫ້, ມີສະຫວັດດີການຂອງຂວັນວັນເກີດ, ມີເງິນປີການເຮັດວຽກຍາວນານ, ຈະສອນວຽກໃຫ້ກ່ອນເລີ່ມວຽກ.

ພາບປະກອບຂ່າວເທົ່ານັ້ນ

ຖ້າທ່ານໃດສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ຫ້ອງການ ຕຶກຄຣາວພາຊາໂຣໂຢສະແຄຣວ ຊັ້ນ8 ຖະໜົນສາມແສນໄທ  ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫຼື ສາມາດສົ່ງຊີວະປະຫວັດ (CV) ມາໄດ້ທີ: HLAO.RECRUIT.HR@MD.HOYA.CO.JP