ສາທາແຈ້ງ! ໃຫ້ເອົາໃຈໃສ່ກວດກາ, ເຝົ້າລະວັງຄຸນນະພາບຜ້າອັດປາກ-ດັງ ແລະ ເຈວລ້າງມື

292

ສາທາແຈ້ງໃຫ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບຄຸນນະພາບຂອງຜ້າອັດປາກ-ດັງ ແລະ ເຈວລ້າງມື ໃນຂອດການຈໍລະຈອນຈຳໜ່າຍທົ່ວປະເທດ, ຖ້າຫາກກວດພົບບໍ່ໄດ້ຄຸນນະພາບໃຫ້ຢືດ.

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເລກທີ 3389/ກອຢ, ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2020 ເຖິງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເລື່ອງເອົາໃຈໃສ່ໃນການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບຄຸນນະພາບຂອງຜ້າອັດປາກ-ດັງ ແລະ ເຈວລ້າງມື ໃນຂອດການຈໍລະຈອນຈຳໜ່າຍ; ອີງຕາມກົດໝາຍວ່າດ້ວຍຢາ ແລະຜະລິດຕະພັນການແພດ (ສະບັບປັບປຸງ) ເລກທີ 07/ສພຊ, ລົງວັນທິ 21 ທັນວາ 2011; ອີງຕາມຜົນການວິໄຈກວດກາຄຸນນະພາບຂອງຜະລິດຕະພັນຜ້າອັດປາກ-ຕັ້ງ ແລະ ເຈວລ້າງມື.

ອີງຕາມການຕົກລົງເຫັນດີຂອງກອງປະຊຸມ ຄັ້ງວັນທີ 20 ເມສາ 2020 ຜ່ານການລົງຕິດຕາມ, ກວດກາ ແລະ ວິໄຈຄຸນນະພາບຂອງຜ້າອັດປາກ-ດັງ ທາງດ້ານກາຍະພາບ (Physical) ແລະ ຄຸນນະພາບຂອງເຈວລ້າງມື ທີ່ປັດຈຸບັນເຫັນວ່າມີການຈໍລະຈອນຈຳໜ່າຍຫຼາກຫຼາຍ ຊື່ການຄ້າ ຢູ່ ສປປ ລາວ ໃນນັ້ນລວມທັງທີ່ມາຈາກແຫຼ່ງສະໜອງທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບການຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ຊຶ່ງບໍ່ສາມາດຮັບປະກັນດ້ານຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນດັ່ງກ່າວ ເພື່ອເຮັດໃຫ້ວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີ ໂດຍການນຳໃຊ້ຜ້າອັດປາກ-ດັ່ງ ແລະ ເຈວລ້າງມື ທີ່ຮັບປະກັນດ້ານມາດຕະຖານ ແລະ ຄຸນນະພາບ, ກົມອາຫານ ແລະ ຝາ ຈຶ່ງແຈ້ງມາຍັງພະແນກສາທາລະນະສຸກນະຄອນຫຼວງ ແລະ ບັນດາແຂວງ ຈົ່ງຊີ້ນຳຕໍ່ຂະແໜງອາຫານ ແລະ ຢານະຄອນຫຼວງ-ແຂວງ ແລະ ໜ່ວຍງານອາຫານ ແລະ ຢາ ເມືອງຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົ້ນຄືດັ່ງລຸ່ມນີ້:

1 ເອົາໃຈໃສ່ຕິດຕາມກວດກາ, ບັນທຶກເກັບກໍາຂໍ້ມູນ ແຫຼ່ງທີ່ມາ ແລະ ລາຄາຊື້-ຂາຍ ພ້ອມໃຫ້ຄໍາແນະນໍາແກ່ຜູ້ປະກອບການເພື່ອຄັດເລືອກຜ້າອັດປາກ-ດັງ ເຂົ້າມາຈໍາໜ່າຍ ທີ່ປະກອບມີຊະນິດທີ່ນຳໃຊ້ທາງດ້ານການແພດ ສາມາດກັ່ນກອງເຊື້ອພະຍາດໄດ້ ແລະ ຊະນິດທີ່ນໍາໃຊ້ແບບປ້ອງກັນຝຸ່ນລະອອງທົ່ວໄປ ຫຼື ນຳໃຊ້ໃນສະຖານທີ່ ທີ່ບໍ່ມີຄວາມສ່ຽງ ຫຼື ໃຊ້ໃນສັງຄົມທີ່ບໍ່ມີການໃກ້ຊິດກັບກໍລະນີສົງໃສການຕິດເຊື້ອ ຫຼື ພົວພັນກັບພະຍາດໂຄວິດ-19 (ຕາມລາຍລະອຽດທີ່ໄດ້ຄັດຕິດມາພ້ອມນີ້).

2 ສໍາລັບເຈວລ້າງມືທີ່ທາງອົງການອະນາໄມໂລກ ໄດ້ແນະນຳໃຫ້ນຳໃຊ້ໃນການຂ້າເຊື້ອພະຍາດ ໂຄວິດ-19 ແມ່ນຈະຕ້ອງບັນຈຸ ປະລິມານເຫຼົ້າ 70% (70• ຂຶ້ນໄປ)

3 ຖ້າພົບເຫັນເຈວລ້າງມືທີ່ບໍ່ບັນລຸມາດຕະຖານ ແມ່ນໃຫ້ຢືດ ແລະ ເກັບຮັກສາໄວ້ຂະແໜງອາຫານ ແລະ ຢາ ພ້ອມບັນທຶກເກັບກຳຂໍ້ມູນໃນການສະໜອງ ຫຼື ແຫຼ່ງທີ່ມາລະອຽດ ແລ້ວລາຍງານມາຍັງກອງກວດກາອາຫານ ແລະ ຢາ ເພື່ອສັງລວມ ແລະ ວາງມາດຕະການຕາມລະບຽບຫຼັກການ ແລ້ວລາຍງານຂັ້ນເທິງເພື່ອໃຫ້ທິດຊີ້ນຳ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.