ຫຼາຍພາກສ່ວນສືບຕໍ່ມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດ ເພື່ອປະກອບສ່ວນຕໍ່ສູ້ກັບໂຄວິດ-19

144

ນໍ້າໃຈຍັງມາບໍ່ຂາດສາຍ, ມີຫຼາຍພາກສ່ວນຍັງສືບຕໍ່ນຳເອົາອຸປະກອນການແພດຕ່າງໆ ເປັນຕົ້ນ ໜ້າກາກອະນາໄມ, ເຄື່ອງແທກອຸນຫະພູມ ແລະ ເງິນສົດມາມອບໃຫ້ລັດຖະບານ ເພື່ອສະໜັບສະໜູນ ແລະ ຊ່ວຍກັນຕ້ານໂຄວິດ-19 ໃນ ສປປ ລາວ ໃຫ້ຫຼຸດລົງ.

ໃນວັນທີ 28 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກ ນະຄອນຫຼວງວຽງຈັນ ໄດ້ມີ 4 ພາກສ່ວນທີ່ນຳເງິນ ແລະ ເຄື່ອງຊ່ວຍເຫຼືອມາມອມໃຫ້ລັດຖະບານ ເຊິ່ງນຳໂດຍໂຄງການລົດໄຟລາວ-ຈີນ ໄດ້ມອບອຸປະກອນປ້ອງກັນການແພດ ເຊັ່ນ: ໜ້າກາກໃຊ້ຄັ້ງດຽວ 286.000 ອັນ, ເຄື່ອງແທກອຸນຫະພູມ 250 ອັນ ລວມມູນຄ່າ 1,6 ຕື້ກີບ; ບໍລິສັດ ກຸ່ມບໍລິສັດກໍ່ສ້າງ ແລະ ການລົງທຶນແຂວງຢູນນານ ຫຸ້ນສ່ວນຈຳກັດ ມອບເງິນສົດຊ່ວເຫຼືອມູນຄ່າ 500 ລ້ານກີບ; ບໍລິສັດ ໄທເມດ (ມູນນິທິ ວິລະພູຊົງ) ມອບເງິນສົດມູນຄ່າ 150 ລ້ານກີບ; ແລະ ບໍລິສັດ ສົມວັນຈະເລີນເປໂຕລ້ຽນເຈວລີ ຈຳກັດ ມອບເງິນສົດ ມູນຄ່າ 100 ລ້ານກີບ.

ເຊິ່ງຮັບໄດ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ພ້ອມດ້ວຍຄະນະ.

ທ່ານ ສົມດີ ດວງດີ ກ່າວວ່າ: ຂອບໃຈທຸກພາກສ່ວນທີ່ໄດ້ປະກອບເຄື່ອງຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ ລັດຖະບານລາວ ເຊິ່ງເປັນອີກແຮງໜຶ່ງເພື່ອສະໜັບສະໜູນ ເພື່ອເຮັດໃຫ້ການແກ້ໄຂພະຍາດໂຄວິດ-19 ຢູ່ລາວ ເບົາງບາງລົງ. ເຊິ່ງຖືວ່າ 16 ມື້ແລ້ວທີ່ ສປປ ລາວ ເຮົາບໍ່ມີກໍລະນີໃໝ່ ເຖິງວ່າສະພາບດັ່ງກ່າວຈະດີຂຶ້ນ ແຕ່ພວກເຮົາຈຳເປັນຕ້ອງປະຕິບັດຄຳສັ່ງເລກທີ 06 ໄປຈົນຮອດວັນທີ 3 ພືດສະພາ 2020.