ຂ່າວດີມື້ທີ 16ຕິດຕໍ່ກັນ ລາວບໍ່ພົບຜູ້ຕິດເຊື້ອໃໝ່

130

ຂ່າວດີ 16 ມື້ລຽນຕິດ ໃນວັນທີ 28 ເມສາ 2020 ກະຊວງສາທາ ຢືນຢັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດລວມຜູ້ຕິດເຊື້ອຍັງຄົງທີ່ 19 ກໍລະນີ ແລະ ປິ່ນປົວດີອອກໂຮງໝໍແລ້ວ 7 ຄົນ ພ້ອມລຸ້ນຕິດຕາມ ຜູ້ປ່ວຍຢູ່ຫຼວງພະບາງຈະໄດ້ອອກໂຮງໝໍເພີ່ມອີກ ຫຼື ບໍ່ ຫຼັງນໍາຕົວຜູ້ກ່ຽວກວດຄືນຫາເຊື້ອເພື່ອຢືນຢັນ.

ວັນທີ 28 ເມສາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 27 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 19 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 15 ຄົນ, ສ່ວນ 1 ຄົນ ແມ່ນຜູ້ຕິດເຊື້ອກໍລະນີທີ 6 ທີ່ເກັບຕົວຢ່າງກວດຄືນ ແລະ ອີກ 3 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ. ທັງນີ້, ຜົນກວດທັງໝົດ 19 ຄົນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 27 ເມສາ 2020 ບໍ່ມີກໍລະນີໃໝ່.

ແນວໃດກໍ່ຕາມ ນັບແຕ່ເດືອນມັງກອນ ຮອດ ວັນທີ 27 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.815 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (16 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ ມີ 1 ຄົນ ເປັນເພດຊາຍ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກໍາລັງກວດຄືນຫາເຊື້ອເພື່ອຢືນຢັນຢູ່, ສ່ວນຜູ້ປ່ວຍຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.