500ກວ່າບໍລິສັດນໍ້າມັນອາເມຣິກາທະຍອຍລົ້ມລະລາຍ

112

ເມື່ອບໍ່ດົນມານີ້,ລາຄານໍ້າມັນດິບຊື້ຂາຍລ່ວງໜ້າຕິດລົບເປັນຄັ້ງທໍາອິດໃນປະຫວັດສາດອາເມຣິກາສາເຫດມາຈາການປິດເມືອງຫຼືປະເທດຂອງລັດຖະບານຕ່່າງໆທົ່ວໂລກເຮັດໃຫ້ຄວາມຕ້ອງການນໍ້າມັນຕົກຕໍ່າຢ່າງໜັກ,ຂະນະທີ່ປະລິມານນໍ້າມັນລົ້ນຕະຫຼາດໂລກຈົນບໍ່ມີຄັງແຮມ້ຽນນໍ້າມັນ.

ຫາກລາຄານໍ້າມັນດິບຢູ່ທີ່20ໂດລາຕໍ່ບາເຣວເມື່ອໃດຈະເຮັດໃຫ້ບໍລິສັດນໍ້າມັນໃນອາເມຣິກາ533ແຫ່ງຈະຖືກຍື່ນຟ້ອງລົ້ມລະລາຍໂດຍບໍລິສັດເຫຼົ່ານີ້ມີຊັບສິນລວມກັນປະມານ70.000ລ້ານໂດລາໃນປີ2020 ແລະ ອີກ177.000ລ້ານໂດລາໃນປີ2021ທີ່ຈະຖືກເຂົ້າສູ່ຂະບວນການປັບໂຄງສ້າງໜີ້.

ຂະນະທີ່ຫາກລາຄານໍ້າມັນຕົກລົງເຖິງ10ໂດລາຕໍ່ບາເຣວຈະເຮັດໃຫ້ບໍລິສັດນໍ້າມັນໃນອາເມຣິກາວ່າ1.000ແຫ່ງຕ້ອງຍື່ນລົ້ມລະລາຍໂດຍເມື່ອຕົ້ນເດືອນ ເມສາທີ່ຜ່ານມາບໍລິສັດໄວທິງ ປີໂຕຣລຽມເຊິ່ງມີສໍານັກງານໃຫຍ່ຢູ່ທີ່ນະຄອນ ໂຄໂລຣາໂດ ໄດ້ຍື່ນຂໍລົ້ມລະລາຍໄປແລ້ວ.

ອາເມຣິກາເປັນປະເທດທີ່ປະເຊີນກັບສະຖານະການນໍ້າມັນລົ້ນຄັງແຮທີ່ຮ້າຍແຮງທີ່ສຸດແຫ່ງໜຶ່ງຂອງໂລກໂດຍຂໍ້ມູນຈາກສໍານັກງານຂໍ້ມູນ-ຂ່າວສານພະລັງງານອາເມຣິກາຫຼືອີໄອເອລາຍງານວ່າ:ສະຖານທີ່ມ້ຽນນໍ້າມັນທີ່ສໍາຄັນຂອງປະເທດຢູ່ທີ່ລັດໂອຄລາໂຮມາມີປະລິມານນໍ້າມັນເພີ່ມຂຶ້ນເຖິງ48%ຈາກໄລຍະທ້າຍເດືອນ ກຸມພາປີ2020ໂດຍປັດຈຸບັນມີນໍ້າມັນດິບໃນຄັງແຮທີ່55ລ້ານບາເຣວ.