ທິບພະຈັນ ນັກເຕະເຍົາວະຊົນລາວຄົນສຸດທ້າຍຈາກທັງໝົດ 8 ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ

145

ກ່ອນໜ້ານີ້ໄດ້ແນະນໍາ 7 ໃນ 8 ນັກເຕະເຍົາວະຊົນລາວ ໃນນາມຕົວແທນຂອງ ລ໋ອບ ສະເຕດ້ຽມ ທີ່ຜ່ານການຄັດເລືອກໃນເດືອນກຸມພາ ທີ່ຜ່ານມາ ທີ່ປະທດໄທ ກ່ອນຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ.

ແນ່ນອນສະບັບນີ້ຈະມາແນະນໍານັກເຕະຄົນທີ 8 ກໍຄືນັກເຕະຄົນສຸດທ້າຍທີ່ຄວ້າສິດໃນໂຄງການດັ່ງກ່າວເປັນ ທ້າວ ທິບພະຈັນ ປະສົມສຸກ ( ຕົ້ນຕານ ) ເຊິ່ງລາວເລົ່າວ່າ: ນ້ອງຫຼິ້ນກີລາບານເຕະຕັ້ງແຕ່ຕອນອາຍຸ 8 ປີ, ເຊິ່ງແຮງຜັກດັນມາຈາກຜູ້ເປັນພໍ່ ເພາະວ່າ ພໍ່ກໍເປັນນັກກີລາບານເຕະ ແລ້ວພໍ່ຂ້ອຍກໍເລີຍສົ່ງນ້ອງໄປຊ້ອມ ເພື່ອຈະໄດ້ເປັນນັກກີລາບານເຕະຄືກັນ. ຢ່າງໃດກໍຕາມ ອຸປະສັກຂອງການຫຼິ້ນບານເຕະນ້ອງແມ່ນໂຕນ້ອຍ ຖ້າທຽບກັບນັກລາຄົນອື່ນໆ ແຕ່ນ້ອງກໍໃຊ້ອຸປະສັກໃຫ້ເປັນປະໂຫຍດຄືເນັ້ນໃຊ້ຄວາມໄວ ແລະ ທຸກສະຕ່າງ ເພື່ອແຂ່ງກັບນັກກເຕະທີ່ໂຕໃຫຍ່ກວ່າ.

“ ສະໂມສອນທຳອິດຂອງນ້ອງແມ່ນ ວຽງຈັນ ເອັມທີ ( Vientiane FT ) ນັບຕັ້ງແຕ່ຕອນອາຍຸໄດ້ 8 ປີນັ້ນເອງ ແລະ ກໍຫຼິ້ນໃຫ້ກັບທີມດັ່ງກ່າວຈົນມາຮອດປັດຈຸບັນ ແນ່ນອນການຄັດເລືອກທີ່ປະເທດໄທ ໃນໂຄງການດັ່ງກ່າວເມື່ອເດືອນກຸມພາ ທີ່ຜ່ານມາ ນ້ອງກໍໄດ້ປະສົບການໃຫມ່ ແລະ ໄດ້ຄໍານໍາຂອງຄູຝຶກທີ່ມີປະສົບການ ເພື່ອມານໍາໃຊ້ ແລະ ປັບປຸງຕົນເອງໃຫ້ດີກວ່າເກົ່າ ເຊິ່ງເປົ້າໝາຍ ແລະ ຄວາມໄຝ່ຝັນຂອງນ້ອງໃນອານາຄົດ ໃນດ້ານການຮຽນນ້ອງຢາກຮຽນໃຫ້ເກັ່ງ ແລະ ຈົບການສຶກສາສູງໆ, ສ່ວນດ້ານກິລານ້ອງຕັ້ງເປົ້າວ່າ ຢາກເປັນນັກເຕະທີມຊາດ ” ຕົ້ນຕານ ກ່າວ.

ສໍາລັບ ຜົນງານທີ່ຜ່ານມາຂອງ ຕົ້ນຕານ ເຄີຍເຂົ້າຮ່ວມລາຍການທີ່ປະເທດປະເທດລາຍການທໍາອິດທີ່ ສ ເກົາຫຼີ ໃນຮຸ່ນອາຍຸບໍ່ເກີນ 10 ໃນປີ 2016 ລາຍການ i-League summer football festival ສາມາດຍາດໄດ້ທີ 1 ໃນນາມສະໂມສອນຊ້າງນ້ອຍ ເອັຟຊີ ແລະ ປີ 2019 ເຂົ້າຮ່ວມລາຍການ 1 St Bangkok international junior Football 2019 ໄດ້ອັນດັບສອງກັບ ທີມນະຄອນຫຼວງ

ທິບພະຈັນ ເກີດວັນທີ 15 ພະຈິກ 2007 ທີ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮຽນຢູ່ໂຮງຮຽນ ສຸກສະຫວັດ ຊັ້ນ ມ 4, ນໍ້າໜັກ 40 ກິໂລກຣາມ ແລະ ລວງສູງ 153 ຊັງຕີແມັດ ຫຼິ້ນຕໍາແໜ່ງກອງໜ້າ ກາຍເປັນນັກເຕະເຍົາວະຊົນລາວ ຄົນທີ 8 ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ທ້າວ ສີສະຫວາດ ແກ້ວມຸງຄຸນ, ຄູນທະວີ ທອງມະນີ, ຄູນຮຸ່ງເຮືອງ ພົມມາວິຈິດ, ອານຸໄຊ ເພັງກິ່ງລາ, ສີນທະສອນ ສິງຫາຈັກ, ດູລະໄນ ແກ້ວມິນີວົງ ແລະ ພູສົມບູນ ປັນຍາວົງ.

(ຮູບ-ຂ່າວ: ຄໍາສອນ)