ໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ດົງສະຫວ່າງທົ່ງ  ຈະສຳເລັດໃນເດືອນໜ້າ

131

ໂຄງການກໍ່ສ້າງ ແລະສ້ອມແປງຊົນລະປະທານດົງສະຫວ່າງທົ່ງ ເມືອງສອງຄອນ ໃນມູນຄ່າຫຼາຍກວ່າ2,3ລ້ານໂດລາ ຄາດວ່າຈະສຳເລັດພາຍໃນເດືອນພຶດສະພາຈະມາເຖິງ ເຊິ່ງຈະເຮັດໃຫ້ປະຊາຊົນ 4 ບ້ານໄດ້ຊົມໃຊ້ນໍ້າເຂົ້າໃນການຜະລິດກະສິກຳທັງລະດູແລ້ງ ແລະ ຝົນ.

ໃນວັນທີ 24 ເມສາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ທ່ານ ພັທ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກການຕ່າງໆຂອງແຂວງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະສ້ອມແປງຊົນລະປະທານດົງສະຫວ່າງທົ່ງ ເມືອງສອງຄອນ.

ໂຄງການກໍ່ສ້າງ ແລະສ້ອມແປງຊົນລະປະທານດົງສະຫວ່າງທົ່ງ ເມືອງສອງຄອນ ເປັນໜຶ່ງໃນໂຄງການຍ່ອຍຂອງການພັດທະນາ ພື້ນຖານໂຄງລ່າງກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໄດ້ລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 23 ພະຈິກ 2018 ຕາມສັນຍາແມ່ນຈະໃຫ້ສຳເລັດໂຄງການໃນເດືອນກໍລະກົດ 2020 ໃນກຳນົດເວລາ 18 ເດືອນ.

ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນເຫັນວ່າໂຄງການດັ່ງກ່າວສາມາດກໍ່ສ້າງສຳເລັດໄປແລ້ວ 95% ຄາດວ່າຈະໃຫ້ສຳເລັດກ່ອນກຳນົດເວລາໃນທ້າຍເດືອນພຶດສະພາ 2020 ນີ້. ໂດຍແມ່ນບໍລິສັດລາວມີໄຊ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 2,3ລ້ານກວ່າໂດລາ.

ໜ້າວຽກທີ່ເຮັດແມ່ນໄດ້ກໍ່ສ້າງຄອງຊອຍເບຕົງຈຳນວນ 24 ຄອງ ມີຄວາມຍາວເກືອບ 20 ກິໂລແມັດ, ກໍ່ສ້າງເຮືອນປ້ຳ ຫຼືຈັກສູບນ້ຳທີ່ມີຂະໜາດໃຫຍ່ທີ່ສຸດຂອງແຂວງ ຈຳນວນ 3 ເຄື່ອງ ຊຶ່ງສາມາດສູບນໍ້າໄດ້ເຖິງ 1.300 ລິດຕໍ່ວິນາທີ ໂດຍການນຳໃຊ້ນ້ຳຈາກອ່າງເກັບນ້ຳໜອງຫຼວງ.

ພາຍຫຼັງທີ່ສໍາເລັດການກໍ່ສ້າງຊົນລະປະທານດົງສະຫວ່າງທົ່ງ ເມືອງສອງຄອນ ແຫ່ງນີ້ຈະມີປະຊາຊົນຈຳນວນ 4 ບ້ານທີ່ຈະໄດ້ນຳໃຊ້ນ້ຳດັ່ງກ່າວເຂົ້າໃນການຜະລິດກະສິກຳຄື: ບ້ານສອງຄອນ ,ວິໄຊສົງ, ດົງສະຫວ່າງ ແລະ ບ້ານດອນຍາໂນງ ສາມາດນຳໃຊ້ເຂົ້າໃນການຜະລິດເຂົ້ານາປີໃນເນື້ອທີ່ 800 ເຮັກຕາ ແລະຜະລິດເຂົ້ານາແຊງໃນເນື້ອທີ່ 550 ເຮັກຕາ.