ນ້ຳໃຈຈາກ ສປ ຈີນ ຍັງມາຕໍ່ເນື່ອງມອບອຸປະກອນການແພດເພີ່ມ

103

ວັນທີ 27 ເມສາ 2020 ນີ້ ສະຖານທູດ ສປ ຈີນ ໄດ້ນຳເອົາອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ຂອງຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ມາມອບໃຫ້ຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນ ປະຕິວັດລາວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທ່ານ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ,  ທ່ານ ຈ່ຽງ ຈ້າຍຕຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.


ສະຫາຍ ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈໄປຍັງພັກ-ລັດ ແລະ ປະຊາຊົນຈີນ ເວົ້າລວມ ເວົ້າສະເພາະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ຍາມໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ ສປປ ລາວ.

ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາສອງຊາດ ລາວ ແລະ ຈີນ ຈະພ້ອມກັນຮັບມື ແລະ ສາມາດເອົາຊະນະພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນປັດຈຸບັນນີ້ໃຫ້ມີຜົນສຳເລັດ. ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດຕ່າງໆໃຫ້ນັບມື້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນີ້ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະພົວພັນຕ່າງປະເທດສູນກາງພັກກອມມູນນິດຈີນ ກໍຄືມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ໃຫ້ຄໍາໝັ້ນໝາຍວ່າຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວແຈກຢາຍໃຫ້ເປົ້າໝາຍທີ່ຈໍາເປັນໃຫ້ມີປະສິດທິຜົນສູງສຸດ.

ໂອກາດດັ່ງກ່າວ ທ່ານ ຈຽງ ຈ້າຍຕຸງ ໄດ້ກ່າວວ່າ: ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ມາຈາກການປຸກລະດົມຈາກມູນນິທິຈີນເພື່ອສັນຕິພາບ ແລະ ການພັດທະນາ ໂດຍພາຍໃຕ້ການຊີ້ນຳຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ. ເຊິ່ງປະກອບມີ ຜ້າອັດປາກ-ດັງ ຈຳນວນ 900.000 ອັນ ແລະ ຢາພື້ນເມືອງຈີນ ຈຳນວນ 860 ຊຸດ ລວມມູນຄ່າຫຼາຍກວ່າ 2 ລ້ານຢວນ ຫຼື ປະມານ 2 ຕື້ກວ່າກີບ.

ຂ່າວ: ກາວຊົ່ງ