ຮອງເຈົ້າແຂວງສະຫວັນນະເຂດ ເນັ້ນກະສິກຳເປັນຜູ້ສົ່ງເສີມ, ການຄ້າເປັນຜູ້ຄຸ້ມຄອງ ເພື່ອຜົນປະໂຫຍດຜູ້ຊື້ – ຜູ້ຂາຍ

111

ໃນວັນທີ 24 ເມສາ 2020 ຄະນະສະເພາະກິດຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄວິດ – 19 ຢູ່ແຂວງສະຫວັນນະເຂດ ນຳໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ທັງເປັນປະທານສະເພາະກິດດັ່ງກ່າວພ້ອມຄະນະ ເຊິ່ງປະກອບດ້ວຍ ພະແນກກະສິກຳ – ປ່າໄມ້ແຂວງ, ພະແນກແຜນການ – ການລົງທຶນແຂວງ ແລະ ພະແນກອຸດສາຫະກຳ – ການຄ້າແຂວງ ໄດ້ລົງສຳຫຼວດພື້ນຖານການຜະລິດ, ການປູກ – ການລ້ຽງຂອງປະຊາຊົນຢູ່ເຂດເມືອງໄຊບູລີ ນະຄອນໄກສອນ ພົມວິຫານ ແລະ ເມືອງໄຊພູທອງ ໃນການຮອງຮັບດ້ານສະບຽງອາຫານ, ພືດຜັກ ເພື່ອໃຫ້ພຽງພໍກັບການປ້ອນຕະຫຼາດໃນການບໍລິໂພກ.

ຜ່ານການລົງສຳຫຼວດຕົວຈິງພົບວ່າກຸ່ມປູກພືດຢູ່ເຂດປາກເຊບັ້ງໄຟ ເມືອງໄຊບູລີ ເປັນຕົ້ນ: ກຸ່ມປູກພືດຢູ່ເຂດຫາດຊາຍແຄມຂອງບ້ານບົວໄຂ ແລະ ບ້ານເຊບັ້ງໄຟ ປະຊາຊົນທຳການຜະລິດໄດ້ຫຼາຍຢ່າງ. ໃນນັ້ນ, ປະກອບມີ: ຜັກຫອມຊະນິດຕ່າງໆ, ໝາກແຕງ, ໝາກເຜັດ, ໝາກເຂືອ, ສາລີ, ໝາກເຫຼ່ນ ແລະ ອື່ນໆທີ່ຕະຫຼາດຕ້ອງການເຫັນວ່າພຽງພໍກັບຄວາມຕ້ອງການ ພຽງແຕ່ມີການບໍລິຫານຈັດການໃຫ້ເປັນລະບົບ ພ້ອມທັງມີການຈັດຕັ້ງກຸ່ມການຜະລິດໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມອີກ.

ແຕ່ພາກລັດຕ້ອງໄດ້ມີການສົ່ງເສີມ, ມີການຄວບຄຸມລາຄາສິນຄ້າ, ຈຳກັດການນຳເຂົ້າ ແລະ ອັນສຳຄັນປະຊາຊົນຍັງໄດ້ສະເໜີຢາກໄດ້ໄຟຟ້າເພື່ອນຳໃຊ້ເຂົ້າໃນການຜະລິດ, ເພື່ອສູບນ້ຳ ເຊິ່ງຜ່ານມາແມ່ນໃຊ້ຈັກນ້ຳມັນເຫັນວ່າມີຄວາມຫຍຸ້ງຍາກ ແລະ ສິ້ນເປືອງຫຼາຍ.

ຈາກນັ້ນ, ຄະນະດັ່ງກ່າວກໍໄດ້ໄປຕິດຕາມເບິ່ງຟາມລ້ຽງໄກ່ລາດບ້ານນໍ້າບໍ່, ຟາມລ້ຽງໝູ CP ບ້ານທ່າອຸດົມ ແລະ ຟາມລ້ຽງໝູທົ່ວໄປຢູ່ເຂດບ້ານນາແກ ພ້ອມທັງໄປຕິດຕາມ – ສອບຖາມເຈົ້າຂອງໂຮງຂ້າສັດທ່າຊະໂນ ແລະ ໂຮງຂ້າສັດດອນເຊັງ ທີ່ຂຶ້ນກັບ ນະຄອນໄກສອນ ພົມວິຫານ ໂດຍການພາທາງຂອງເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ. ໃນນັ້ນ, ກໍເຫັນວ່າສັດລ້ຽງປະເພດໝູ ແລະ ໄກ່ກໍສາມາດສະໜອງໃຫ້ຕະຫຼາດໄດ້ພຽງພໍ.

ໂອກາດນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ຮຽກຮ້ອງມາຍັງເຈົ້າຂອງໂຮງຂ້າສັດ ເຊິ່ງເປັນຜູ້ຈຳໜ່າຍປ້ອນຕະຫຼາດ ຈົ່ງພ້ອມກັນເອົາໃຈໃສ່ໃນການປັບປຸງຄຸນນະພາບ, ຄວາມສະອາດເພື່ອຄວາມປອດໄພຂອງຜູ້ບໍລິໂພກ, ພ້ອມທັງໃຫ້ມີການຈັດຕັ້ງກຸ່ມຜູ້ຂາຍ ( ລູກຂຽງ ) ຢູ່ຕະຫຼາດຕ່າງໆເພື່ອ ຄວາມເປັນລະບຽບ ແລະ ສາມາດຄວບຄຸມໄດ້. ທັງນີ້, ກໍເພື່ອຫຼີກລຽງການຂ້າສັດຊະຊາຍບໍ່ໄດ້ຜ່ານການກວດກາຈະເຮັດໃຫ້ຜູ້ບໍລິໂພກໄດ້ຮັບຜົນກະທົບ.

ເວລາຕໍ່ມາກໍໄດ້ເດີນທາງໄປຕິດຕາມເບິ່ງຟາມລ້ຽງງົວຢູ່ເຂດບ້ານທ່າໂພ ແລະ ບ້ານຫົວ ຫາດ ທີ່ຂຶ້ນກັບເມືອງໄຊພູທອງ. ໃນນີ້, ໄດ້ນຳໜ້າພາທາງໂດຍທ່ານເຈົ້າເມືອງ ພ້ອມວິຊາການທີ່ກ່ຽວຂ້ອງ. ທັງສອງຟາມແມ່ນໄດ້ສະໜອງສັດໃຫ້ກັບໂຮງຂ້າສັດ ເພື່ອນຳໄປປ້ອນຕະຫຼາດໄດ້ພຽງພໍກັບຄວາມຕ້ອງການເຊັ່ນກັນ.

ໂອກາດດັ່ງກ່າວນີ້ທ່ານຮອງເຈົ້າແຂວງ, ປະທານຄະນະສະເພາະກິດຕິດຕາມຜົນກະທົບທາງດ້ານເສດຖະກິດ ກໍໄດ້ເນັ້ນໜັກໃຫ້ພະແນກກະສິກຳ – ປ່າໄມ້ ຈົ່ງພ້ອມກັນເອົາໃຈໃສ່ສົ່ງເສີມການຜະລິດຂອງປະຊາຊົນໃຫ້ຖືກຕາມເຕັກນິກວິຊາການ ເພື່ອຕອບສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການ, ເນັ້ນໜັກໃຫ້ພະແນກອຸດສາຫະກຳ – ການຄ້າແຂວງ ຈົ່ງເອົາໃຈໃສ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດໃຫ້ເໝາະສົມລະຫວ່າງຜູ້ຊື້ ແລະ ຜູ້ຂາຍ. ນອກນັ້ນ, ກໍຕ້ອງໄດ້ມີການສ້າງຕັ້ງກຸ່ມການຜະລິດ, ການປູກ, ການລ້ຽງ ແລະ ກຸ່ມຊື້ – ຂາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸກຝ່າຍ.