ວິທີເຮັດ “ນ້ຳປັ່ນກະແລັມວານິລານົມສົດ”

275

ມື້ນີ້ພວກເຮົາຈະມາແນະນຳລາຍການເຄື່ອງດື່ມເຢັນໆ ທີ່ທຸກຄົນສາມາດເຮັດກິນເອງໄດ້ຢູ່ເຮືອນງ່າຍໆ ນັ້ນກໍຄືນ້ຳປັ່ນກະແລັມວານິລານົມສົດ ເປັນເຄື່ອງດື່ມທີ່ມີລົດຊາດແຊບຫວານມັນ ແລະ ເປັນເມນູທີ່ຄົນສ່ວນໃຫຍ່ນິຍົມກິນຢູ່ໃນຮ້ານເຄື່ອງດື່ມອີກດ້ວຍ, ຖ້າທ່ານໃດທີ່ບໍ່ເຄີຍກິນກໍສາມາດເຮັດກິນລອງເບິ່ງຮັບຮອງວ່າທ່ານຈະຕິດໃຈ ນ້ຳປັ່ນກະແລັມວານິລານົມສົດ ແນ່ນອນເຮົາມາເບິ່ງສ່ວນປະສົມ ແລະ ວິທີປັ່ນນຳກັນເລີຍ.

ສ່ວນປະສົມ: ນົມສົດ 150 ມິນລີລິດ, ນົມຂຸ້ນຫວານ 50 ມິນລີລິດ, ນ້ຳກ້ອນ 1 ຈອກ, ກະແລັມວານິລາ 2 ກັບ.

ວິທີປັ່ນ: ເອົາສ່ວນປະສົມທຸກຢ່າງໃສ່ໂຖປັ່ນ ປັ່ນໃຫ້ລະອຽດຈົນເປັນເນື້ອນຽນແລ້ວຖອກໃສ່ຈອກ ແລະ ຕົກແຕ່ງດ້ວຍວິບປິ້ງຄຣີມ ຫຼື ໂຮຍໜ້າດ້ວຍຖົ່ວຊະນິດຕ່າງໆເທົ່ານີ້ກໍພ້ອມເສີບແລ້ວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: cookpad