ພິທີເຊັນສັນຍາເປີດການເຊື່ອມຕໍ່ການຊຳລະ ລະຫວ່າງ ບໍລິສັດສະຕາຟິນເທັກ ແລະ ທະນາຄານລາວ-ຫວຽດ

372

ໃນຕອນເຊົ້າ ວັນທີ 24 ເມສາ 2020 ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີພິທີລົງນາມເຊັນສັນຍາການຮ່ວມມື ເຊື່ອມຕໍ່ການຊຳລະ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ແລະ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money) ເຂົ້າຮ່ວມແລະເຊັນສັນຍາ ໂດຍ ທ່ານ ຫວຽນ ວັນ ບີ່ງ ອໍານວຍການ ທະນາຄານ ຮ່ວມທຸລະກິດ ລາວ ຫວຽດ ແລະ ທ່ານ ລີວ ແມ້ງ ຮ່າ ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ພ້ອມດ້ວຍແຂກເຂົ້າຮ່ວມໂດຍ ທ່ານ ນາງ ລຳມອນ ສີມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປລາວ, ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນບໍລິສັດ ສະຕາ ຟີນເທັກ , ບໍລິສັດ ສະຕາ ໂທລະຄົມ ແລະ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ.

ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ເພື່ອຄົ້ນຄ້ວາເຊື່ອມຕໍ່ການຊຳລະ ເປີດກ້ວາງໃຫ້ປະຊາຊົນສາມາດເຂົ້າເຖີງ ບໍລິການ ການເງິນ ການທະນາຄານໃຫ້ສະດວກ, ປອດໄພ, ວ່ອງໄວຍີ່ງຂື້ນ , ໂດຍສະເພາະລູກຄ້າ ທີ່ມີບັນຊີ ກະເປົາເງິນ ເອເລັກໂທນິກຢູມັນນີ ( u – money ) ສາມາດໂອນເງິນຈາກບັນຊີໂດຍກົງ, ຖອນເງິນຢູ່ບັນດາຕູ້ ATM, ຊຳລະຄ່າບໍລິການຕ່າງໆ ໂດຍຜ່ານບັນຊີທະນາຄານຮ່ວມທຸລະກິດລາວ ຫວຽດໄດ້ ແລະ ໃນທາງກັບກັນລູກຄ້າທີ່ມີບັນຊີທະນາຄານ ຮ່ວມທຸລະກິດລາວ ຫວຽດ ກໍ່ສາມາດ ໂອນເງິນເຂົ້າບັນຊີກະເປົາເງິນເອເລັກໂທນິກ u-money ສາມາດ ຖອນ – ໂອນເງີນ , ຊໍາລະຄ່າບໍລິການຂອງຢູນີເທວໄດ້ຢ່າງງ່າຍດາຍ, ວ່ອງໄວ , ປອດໄພ,ເຊີ່ງຈະສະໜອງບໍລິການດັ່ງກ່າວໃນໄວໆນີ້. ໃນໄລຍະຜ່ານມາ ບໍລິສັດສະຕາຟິນເທັກໄດ້ຈັດຕັ້ງເຊື່ອມຕໍ່ກັບ ທະນາຄານ ຫຸ້ນສ່ວນການຄ້າ ທະຫານ ສາຂາລາວ (MB Bank ) , ທະນາຄານການຄ້າຕ່າງປະເທດລາວ ວ່າດ້ວຍ E-commerce.

ເຊິ່ງການຮ່ວມມືດັ່ງກ່າວ ຈະເປັນພື້ນຖານທີ່ດີໃນອານາຄົດໃນການພັດທະນາການທະນາຄານຫັນເປັນດີຈີຕອລ ສ້າງໃຫ້ປະຊາຊົນມີຄວາມຄຸ້ນເຄີຍໂດຍນໍາໃຊ້ແບບງ່າຍດາຍບໍ່ຫຍຸ້ງຍາກເສຍເວລາ ເຊີ່ງໃນປະຈຸບັນຫລາຍປະເທດໃນໂລກໄດ້ຫັນນໍາໃຊ້ຮູູບແບບການຊຳລະຜ່ານເອກະເລັກໂທນິກ ທົດແທນເງິນສົດນັບມື້ຫລາຍຂື້ນ.

ບໍລິສັດ ສະຕາ ຟີນເທັກຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money ) , ເປັນບໍລິສັດລູກຂອງ ບໍລິສັດ ສະຕາ ໂທລະຄົມ ເຊີ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປລາວ ໃນການສະໜອງບໍລິການດ້ານກະເປົາເອເລັກໂທນິກ ມີພຽງບໍລິການ u-money ເປັນບໍລິສັດທໍາອິດໃນ ສປປ ລາວ ທີ່ສາມາດໃຫ້ບໍລິການຜ່ານລະບົບມືຖື ສາມາດເຮັດການຊໍາລະຄ່າບໍລິການ ໂອນເງິນ-ຖອນເງິນອອກເປັນເງິນສົດໂດຍຜ່ານລະບົບມືຖື ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ທີ່ນໍາໃຊ້ມືຖືໃນທົ່ວປະເທດ ແລະ ພິເສດ ໂດຍຜ່ານເຄື່ອຂ່າຍຂອງຢູນີເທວ ຈໍານວນຜູ້ໃຊ້ຫຼາຍກວ່າ 3 ລ້ານ ເລກໝາຍແມ່ນສາມາດ ນໍາໃຊ້ຢູມັນນີໃນການຊໍາລະຄ່າບໍລິການຂອງຢູນີເທວ ແລະ ຍັງໄດ້ຮັບສ່ວນລຸດພິເສດເມື່ອຊໍາລະຜ່ານຢູມັນນີ , ບໍລິການຢູມັນນີ ຈະຊ່ວຍວຽກງານດ້ານການເງິນແກ່ປະຊາຊົນລາວງ່າຍຂື້ນ ເຂົ້າເຖິງການຝາກເງິນ-ການຖອນເງິນ-ການໂອນເງິນ ປະຊາຊົນຮູ້ນໍາໃຊ້ການເງິນແບບດີຈີຕອລໃນໂຕ ສ້າງຄວາມສະດວກສະບາຍ ທັນເວລາແລະ ປອດໄພ ໂດຍສະເພາະແມ່ນປະຊາຊົນທີ່ດໍາລົງຊີວິດຢູ່ຕ່າງແຂວງຫ່າງໄກສອກຫລີກ.

ໃນອານາຄົດທີ່ຈະມາເຖີງນີ້ ບໍລິສັດ ສະຕາຟີນເທັກ ພາຍໃຕ້ສະໂລແກນ “ທະນາຄານເທີງມືຖືຂອງຄົນລາວ” ຈະສືບຕໍ່ ຮ່ວມມືກັບບັນດາທະນາຄານ ແລະ ບັນດາ ສະຖາບັນການເງິນ ເພື່ອຄົ້ນຄ້ວາຜະລິດຕະພັນໃໝ່ໃຫ້ແທດເໝາະກັບຍຸກແຫ່ງການຫັນເປັນດີຈີຕອລ ເພື່ອນຳເອົາຜົນປະໂຫຍດສູງສຸດສະໜອງແກ່ປະປະຊາຊົນ ຄຽງຄູ່ໃຫ້ການພັດທະນາເສດຖະກິດສັງຄົມ ໂດຍສືບຕໍ່ພັດທະນາບໍລິການຂອງບໍລິສັດ ເພື່ອເປັນສ່ວນໜື່ງສ້າງໃຫ້ ການນຳໃຊ້ບໍລິການຮູບແບບການຊຳລະທົດແທນການນໍາໃຊ້ເງິນສົດໃຫ້ມີບົດບາດຫຼາຍຂື້ນ.