ຂ່າວດີ 2ອາທິດກວ່າ! 27 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ປິ່ນປົວດີອອກໂຮງໝໍແລ້ວ 7ຄົນ

101

ມາຮອດປັດຈຸບັນ ໃນ ສປປ ລາວ ບໍ່ມີພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍັງຄົງຕົວເລກ 19 ກໍລະນີ, ໃນນີ້: ປິ່ນຫາຍດີແລ້ວ ແລະ ອອກໂຮງໝໍແລ້ວ 7 ກໍລະນີ; ຍັງຄົງສືບຕໍ່ປິ່ນປົວຢູ່ 12 ກໍລະນີ. ຫຼ້າສຸດ ຈາກເກັບຕົວຢ່າງທັງໝົດ 61 ກໍລະນີ ແມ່ນບໍ່ພົບກໍລະນີໃໝ່.

ໃນວັນທີ 27 ເມສາ 2020 ທີ່ ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມ COVID-19ກະຊວງ ສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ໃນວັນທີ 26 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 61 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 5 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 29 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ) ຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 26 ເມສາ 2020 ບໍ່ມີກໍລະນີໃໝ່. ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ພຽງ 19 ກໍລະນີ, ໃນນີ້: ປິ່ນປົວຫາຍດີ ແລະ ກັບບ້ານແລ້ວ 7 ກໍລະນີ ແລະ ຍົງຄົງສືບຕໍ່ປິ່ນປົວຢູ່ໂຮງໝໍ 12 ກໍລະນີ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ສະເພາະ ສປປ ລາວ ກໍ່ຍັງເຫັນວ່າ 15 ມື້ທີ່ບໍ່ມີຜູ້ຕິດເຊື້ອໃໝ່. ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 07 ຄົນ ແລະ ຍັງເຫຼືອ 12 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ. ສະພາບການລະບາດຜ່ອນຄາຍລົງຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ນຍ, ແຕ່ພວກເຮົາ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ.

ສໍາລັບຜູ້ທີ່ຈະເດີນທາງຜ່ານຊາຍແດນເຂົ້າມາໃໝ່ ຈະຕ້ອງໄດ້ປະຕິບັດມາດຕະການ ເລີ່ມແຕ່ປະເທດຕົ້ນທາງເຂົ້າມາຜ່ານຊາຍແດນ ແລະ ເວລາເຂົ້າມາເຖິງປະເທດລາວ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.