ຈີນ ມີຜູ້ປິ່ນປົວເຊົາຈາກໂຄວິດເພິ່ມອີກ 80 ຄົນ ຂະນະທີ່ ເມືອງອູ໋ຮັນ ບໍ່ມີຜູ້ປ່ວຍໃນໂຮງໝໍແລ້ວ

66

ສາທາລະນະສຸກຈີນລາຍງານ ມີຜູ້ປິ່ນປົວເຊົາຈາກໂຄວິດ-19 ພາຍໃຍປະເທດ ເພິ່ມອີກ 80 ຄົນ ແລະ ກວດພົບຜູ້ຕິດເຊື້ອໃຫມ່ 3 ຄົນ ໃນຮອບໜຶ່ງວັນຜ່ານມາ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 27 ເມສາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ອອກຖະແຫຼງການ ເມື່ອວັນຈັນ ເປັນການລາຍງານປະຈຳວັນຂອງສະຖານະການໂຄວິດ-19 ວ່າ ກວດພົບຜູ້ປ່ວຍໃໝ່ 3 ຄົນ ແບ່ງເປັນເດີນທາງມາຈາກຕ່າງປະເທດ 2 ຄົນ ແລະ ຕິດເຊື້ອ ພາຍໃນ 1 ຄົນ ໃນມົນທົນເຮຫຼົງຈຽງ ທາງພາກຕາເວັນອອກສຽງເໜືອ ມີຊາຍແດນຕິດກັບປະເທດຣັສເຊຍ ເພິ່ມສະຖິຕິຜູ້ປ່ວຍສະສົມເປັນຢ່າງໜ້ອຍ 82.830 ຄົນ.

ທັງນີ້, ຍັງບໍ່ມີການຢັ້ງຢືນຜູ້ເສຍຊີວິດເພິ່ມ ເມື່ອວັນອາທິດ ຜ່ານມາ ແຕ່ມີການຮວບຮວມຂໍ້ມູນກ່ຽວກັບຜູ້ທີ່ເສຍຊີວິດກ່ອນໜ້ານັ້ນ 1 ຄົນ ອາໄສຢູ່ນະຄອນຫຼວງປັກກິ່ງ ເຊິ່ງໄດ້ຢືນຢັນການຊີວິດໃໝ່ ເປັນຄົນທຳອິດ ໃນຮອບເກືອບ 2 ອາທິດ ຫຼື ນັບແຕ່ວັນທີ 15 ເມສາ ຜ່ານມາ ແລະ ເພິ່ມສະຖິຕິຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 4.633 ຄົນ.

ສ່ວນຜູ້ທີ່ໄດ້ຮັບການປິ່ນປົວເຊົາດີແລ້ວ ເພິ່ມຂຶ້ນເປັນ 77.474 ຄົນ ຫຼັງຈາກຫຼ້າສຸດ ມີຜູ້ອອກຈາກໂຮງໝໍເພິ່ມອີກ 80 ຄົນ ແລະ ຍັງເຫຼືອຜູ້ປິ່ນປົວໃນລະບົບຢ່າງນ້ອຍ 723 ຄົນ ໃນຈຳນວນນີ້, 52 ຄົນ ຍັງມີອາການຮ້າຍແຮງ. ນອກຈາກນີ້, ມີຜູ້ຕິດເຊື້ອບໍ່ສະແດງອາການ ເຊິ່ງຍັງຢູ່ພາຍໃຕ້ການເຝົ້າລະວັງອາການຈາກໝໍອີກ 974 ຄົນ.

ຢ່າງໃດກໍ່ຕາມ, ທາງການເມືອງອູ໋ຮັນ ມົນທົນຫູເປີ່ຍ ເຊິ່ງເປັນພື້ນທີ່ເລິ່ມຕົ້ນການແຜ່ລະບາດໂຄວິດ-19 ໄດ້ຢືນຢັນ ບໍ່ມີຜູ້ປ່ວຍທີ່ປິ່ນປົວຢູ່ໂຮງໝໍໃນພື້ນທີ່ແລ້ວ.