ພູສົມບູນ ນັກເຕະເຍົາວະຊົນລາວຄົນທີ 7 ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ

149

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ, ອານຸໄຊ ເພັງກິ່ງລາ, ສີນທະສອນ ສິງຫາຈັກ ແລະ ທ້າວ ດູລະໄນ ແກ້ວມິນີວົງ ນັກເຕະເຍົາວະຊົນລາວ ໃນນາມຕົວແທນຂອງ ລ໋ອບ ສະເຕດ້ຽມ ທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ ໃນເດືອນກຸມພາ ທີ່ຜ່ານມາ.

ຫຼ້າສຸດສະບັບນີ້ຈະມາແນະນໍາ ພູສົມບູນ ປັນຍາວົງ ນັກເຕະຄົນທີ 7 ຈາກທັງໝົດ 8 ຄົນທີ່ຄວ້າສິດໄປລາຍການດັ່ງກ່າວ ໂດຍ ພູສົມບູນ ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນຂອງນ້ອງແມ່ນມາຈາກພໍ່ແມ່ນ ທີ່ເລືອກຊື້ຂອງຫຼິ້ນໃຫ້ໃນຕອນຍັງນ້ອຍໆ ດ້ວຍການຊື້ໝາກບານເຕະກ່ອນອື່ນໝົດ ແລະ ພອນສະຫວັນໃນການເຕະບານແມ່ນການເຕະບານແຮງ ແຕ່ຕອນອາຍຸໄດ້ 4-5 ປີ. ເມື່ອອາຍຸໄດ້ 5 ປີປາຍພໍ່ພາໄປບ່ອນຝຶກຊ້ອມຢູ່ແຫ່ງໜຶ່ງ ແຕ່ເພິ່ນບໍ່ຮັບຍ້ອນອາຍຸຍັງນ້ອຍ ແຕ່ພໍໄດ້ອາຍຸ 6 ປີພໍ່ໄດ້ພາໄປອີກເທື່ອໜຶ່ງເພິ່ນຈຶ່ງຮັບແລະ ໄດ້ຝຶກຊ້ອມບານເຕະແຕ່ນັ້ນມາຈົນຮອດທຸກມື້ນີ້.

“ ສະໂມສອນທໍາອິດຂອງຫຼານແມ່ນ ວຽງຈັນ ເອັບທີ ( Vientiane FT ) ນັບຕັ້ງແຕ່ປີ 2013 ຈົນຮອດປະຈຸບັນກໍຫຼິ້ນໃຫ້ສະໂມສອນດັ່ງກ່າວ ຜົນງານຫຼ້າສຸດແມ່ນໄດ້ໄປຄັດເລືອກໃນໂຄງການດັ່ງກ່າວກັບ ສະໂມສອນ ລ໋ອບ ສະເຕດ້ຽມ ໃນເດືອນກຸມພາ ທີ່ຜ່ານມາ ນ້ອງໄດ່ບົດຮຽນຫຼາຍຢ່າງເຊັ່ນ:ໃນດ້ານເຕັກນິກການຫຼິ້ນບານດ່ຽວ ແລະ ທີມເວີກ ທີ່ຈະເປັນສ່ວນສໍາຄັນໃນການສ້າງຄວາມຝັນຂອງນ້ອງທາງດ້ານບານເຕະ ແລະ ການສຶກສາ ເພື່ອຫວັງຢາກຕິດທີມຊາດ ແລະ ຢາກຫຼິ້ນໃຫ້ກັບສະໂມສອນໃຫຍ່ໆ ”.

ສໍາລັບ ຜົນງານທີ່ຜ່ານມາຂອງ ພູສົມບູນ ຖືເປັນໂດດເດັ່ນໃນນັກເຕະເຍົາວະຊົນລາວ ໂດຍສະເພາະລາຍການທີ່ຕ່າງປະເທດ ເຂົ້າຮ່ວມລາຍການທໍາອິດທີ່ ສ ເກົາຫຼີ ໃນຮຸ່ນອາຍຸບໍ່ເກີນ 10 ໃນປີ 2016 ລາຍການ i-League summer football festival ສາມາດຍາດໄດ້ທີ 1 ໃນນາມສະໂມສອນຊ້າງນ້ອຍ ເອັຟຊີ, ລາຍການທີສອງແມ່ນປີ 2017 ເຂົ້າຮ່ວມລາຍການ Soong Ching Ling cup ຍາດໄດ້ອັນດັບທີ 3 ແລະ ໄປແຂ່ງລາຍການທີ່ ສປ ຈີນ ອີກຄັ້ງໃນປີ 2018 ໃນນາມຂອງສະໂມສອນ ລ໋ອບ ສະເຕດ້ຽມ ສາມາດຍາດໄດ້ແຊັມຢ່າງສົມໃຈ ຈົນມາເຖິງປີ 2019 ໄປແຂ່ງຂັນລາຍການ 1 St Bangkok international junior Football 2019 ໄດ້ອັນດັບສອງກັບ ທີມນະຄອນຫຼວງ.

ພູສົມບູນ ເກີດວັນທີ 20 ມິຖຸນາ 2007 ທີ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ນໍ້າໜັກ 55 ກິໂລ, ລວງສູງ 155 ຊັງຕີແມັດ ຫຼິ້ນຕໍາແໜ່ງກອງໜ້າ ຮຽນຢູ່ຊັ້ນມັດທະຍົມປີທີ 2 ທີ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກາຍເປັນນັກເຕະເຍົາວະຊົນລາວ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ, ອານຸໄຊ ເພັງກິ່ງລາ, ສີນທະສອນ ສິງຫາຈັກ ແລະ ທ້າວ ດູລະໄນ ແກ້ວມິນີວົງ, ສ່ວນອີກ 1 ຄົນທີ່ຍັງບໍ່ທັນໄດ້ແນະນໍາຄື ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.
(ຮູບ-ຂ່າວ: ຄໍາສອນ)