ທ່ານ ນາຍົກ ພ້ອມຄະນະສະເພາະກິດລົງຢ້ຽມຢາມໂຮງໝໍມິດຕະພາບ

215

ໃນວັນທີ 27 ເມສາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ(ຕຶກໃໝ່) ໂດຍການຕ້ອນຮັບ ຂອງ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມຄະນະ.

ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງ ການປະຕິບັດວຽກຂອງທີມແພດໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອໂຄວິດ-19, ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນຂອງແພດໝໍ ໂດຍສະເພາະແມ່ນຊີວິດການເປັນຢູ່ຂອງເຂົາເຈົ້າ ໃນຂະນະທີ່ກໍາລັງປະຕິບັດໜ້າທີ່.

ນອກຈາກນີ້ ທ່ານ ດຣ ສະໜອງ ທອງຊະນະ ກໍ່ໄດ້ລາຍງານໃຫ້ຮູ້ເຖິງສະພາບການປະຕິບັດໜ້າທີ່ຂອງທີມແພດໝໍ, ການຈັດບຸກຄະລາກອນຮັບໃຊ້ໃນໜ້າວຽກດັ່ງກ່າວ ແລະ ອື່ນໆ.