ວິທີເບິ່ງແຍງລົດເມື່ອຕ້ອງຈອດໄວ້ດົນ

267

ເຊື່ອວ່າຫຼາຍທ່ານກໍາລັງປະຕິບັດຄໍາສັ່ງ 06/ນຍ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ – 19 ສິ່ງໜຶ່ງທີ່ບໍ່ໃຊ້ງານກໍຄືລົດ ໃຫຍ່. ສະນັ້ນ, ລົດທີ່ຈອດໄວ້ດົນເມື່ອບໍ່ໃຊ້ງານອາດເຮັດໃຫ້ອຸປະກອນ ຫຼື ຊິ້ນສ່ວນບາງຢ່າງເສື່ອມສະພາບ ເປັນຕົ້ນແມ່ນແອ, ໝໍ້ໄຟ ແລະ ອາດເຮັດໃຫ້ຕິດຈັກຍາກ. ຄໍລໍາລົດມື້ນີ້ຈະສະເໜີຂໍ້ປະຕິບັດເມື່ອຕ້ອງຈອດລົດໄວ້ເປັນເວລາດົນມາຝາກ ດັ່ງນີ້:

1 ຈອດລົດໄວ້ແຕ່ຢ່າຈອດຖິ້ມ: ຍິ່ງຕ້ອງຈອດລົດໄວ້ເປັນເວລາຫຼາຍອາທິດ ຫຼື ເປັນເດືອນ ໂອກາດທີ່ຈະເກີດການເສື່ອມສະພາບຍິ່ງມີຫຼາຍຂຶ້ນ. ສະນັ້ນ, ເຖິງວ່າຈະບໍ່ມີວຽກທີ່ຈໍາເປັນຕ້ອງໃຊ້ງານລົດແຕ່ກໍຄວນຫາເວລາຕິດຈັກອຸ່ນເຄື່ອງ ແລະ ຂັບອອກຈາກບ່ອນຈອດຢ່າງໜ້ອຍອາທິດລະຄັ້ງ ເພື່ອໃຫ້ທຸກລະບົບເຮັດວຽກເປັນປົກກະຕິ.


2 ບໍ່ຄວນດຶງເບຣກມືປະໄວ້: ເຊິ່ງຖ້າຈອດໄວ້ດົນຈະສົ່ງຜົນກະທົບໂດຍກົງແນ່ນອນ ເນື່ອງຈາກຜ້າເບຣກໄປຕິດກັບຈານເບຣກ. ສະນັ້ນ, ຖ້າຈະຈອດລົດປະໄວ້ດົນບໍ່ຄວນດຶງເບຣກມື, ຖ້າຫາກພື້ນທີ່ເປັນໂນນ ຫຼື ບໍ່ພຽງກໍຫາໄມ້ມາໝູນຕີນລົດໄວ້.

3 ເລືອກຈອດໃນບ່ອນປອດໄພ: ເພາະຕະຫຼອດເວລາທີ່ຈອດປະໄວ້ບໍ່ມີໃຜຮູ້ວ່າສະພາບອາກາດເປັນແນວໃດ. ສະນັ້ນ, ຈອດໃນທີ່ປອດໄພອາກາດປອດໂປ່ງແມ່ນດີທີ່ສຸດ, ບໍ່ຄວນຈອດໃນພື້ນທີ່ປ່າຮົກ, ໃກ້ແຫຼ່ງນໍ້າ, ກອງຂີ້ເຫຍື້ອ ເຊິ່ງມີໂອກາດທີ່ສັດນ້ອຍໆຈະມາອາໄສໃນລົດ.

4 ອະນາໄມພາຍໃນລົດໃຫ້ຮຽບຮ້ອຍ: ເຊິ່ງມີຫຼາຍກໍລະນີທີ່ຜູ້ໃຊ້ລົດມັກປະສິ່ງຂອງຫຼາຍຢ່າງໄວ້ໃນລົດ. ສະນັ້ນ, ຖ້າຈອດໄວ້ດົນຄວນເກັບສິ່ງຂອງຕ່າງໆອອກຈາກລົດໃຫ້ໝົດ ໂດຍສະເພາະແມ່ນຂີ້ເຫຍື້ອລວມທັງດູດຝຸ່ນອອກໃຫ້ໝົດ ເພາະເສດອາຫານພຽງເລັກໜ້ອຍອາດເປັນໂຕດຶງດູດມົດ, ໜູ, ແມງສາບມາຢູ່ໃນລົດ. ນອກຈາກນັ້ນ, ກໍສີດນໍ້າຫອມໄວ້ໃນລົດກໍເປັນທາງເລືອກທີ່ດີ.

5 ຮັກສາຫົວທຽນໃຫ້ດີ: ສິ່ງໜຶ່ງທີ່ສໍາຄັນແມ່ນຫົວທຽນລົດໃຫ້ໝັ່ນນໍາຫົວທຽນອອກມາສີດນໍ້າມັນເພື່ອປ້ອງກັນການເກີດຂີ້ໝ້ຽງ ແລະ ປ້ອງກັນຄວາມຊຸ່ມຊື່ນ.

6 ການຮັກສາໝໍ້ໄຟ: ໃນກໍລະນີບໍ່ມີເວລາມາຕິດຈັກລົດເລີຍແນະນໍາໃຫ້ຖອດໝໍ້ໄຟ ເພື່ອບໍ່ໃຫ້ເກີດການຄາຍປະຈຸໄຟຈົນເກີດອາການໝໍ້ໄຟໝົດ.

7 ສີລົດ: ການຈອດລົດໄວ້ດົນໂດຍສະເພາະນອກອາຄານ ໂອກາດຄາບຕ່າງໆ ຫຼື ຝຸ່ນລວມທັງຄວາມຊຸ່ມຊື່ນມີໂອກາດເຮັດໃຫ້ສີລົດເສົ້າໝອງໄດ້. ດັ່ງນັ້ນ, ກໍທໍາຄວາມສະອາດລົດໃຫ້ດີ ແລະ ຂັດເຄືອບສີລົດ ໂດຍນໍ້າຢາເຄືອບສີລົດ ອາດຊ່ວຍປົກປ້ອງສີລົດໄດ້.

8 ຢາງຕີນລົດ: ຖ້າຈອດໄວ້ດົນກໍອາດເຮັດໃຫ້ຢາງເສື່່ອມ ໄດ້. ສະນັ້ນ, ຄວນຕື່ມລົມໃຫ້ຫຼາຍຂຶ້ນກວ່າປົກກະຕິ ແລະ ຖ້າຈອດລົດໄວ້ເວລາຫຼາຍກວ່າ 1 ເດືອນ ຄວນຫາແມ່ແຮງມາຍົກລົດໃຫ້ສູງຈາກພື້ນ ເນື່ອງຈາກການທີ່ຢາງຕີນລົດຮັບນໍ້າໜັກພຽງດ້ານດຽວແມ່ນສົ່ງຜົນຕໍ່ໂຄງສ້າງຢາງຕີນລົດເຮັດໃຫ້ຢາງເສຍຮູບ.

9 ປ່ຽນນໍ້າມັນເຄື່ອງ ແລະ ໄສ້ກອງໃໝ່: ເນື່ອງຈາກການຈອດໄວ້ດົນຈະມີຄວາມຊຸ່ມຊື່ນ, ຕະກອນໂລຫະ ແລະ ອົງປະກອບທີ່ມີລິດເປັນຂີ້ໝ້ຽງ. ດັ່ງນັ້ນ, ຈຶ່ງຄວນປ່ຽນນໍ້າມັນເຄື່ອງເພື່ອໃຫ້ສະພາບຫ້ອງຈັກຍັງມີຄວາມປົກກະຕິ.

ປະຕິບັດພຽງເທົ່ານີ້ກໍເຮັດໃຫ້ລົດທີ່ຈອດໄວ້ດົນກັບມາໃຊ້ງານຕາມປົກກະຕິ ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍສໍາລັບຜູ້ໃຊ້ລົດ.

ຂໍ້ມູນຈາກ: https://car.kapook.com/view224335.html